ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄງການກໍ່ສ້າງທາງລົດໄຟ ຈາກລາວ ໄປ ຫວຽດນາມ ເລີ້ມຕົ້ນຂຶ້ນແລ້ວ


ພິທີເປີດໂຄງການກໍ່ສ້າງທາງລົດໄຟ ຈາກແຂວງສະຫວັນນະເຂດ ໄປ ຊາຍແດນຫວຽດນາມ ຢ່າງເປັນທາງການ ໂດຍມີ ທ່ານອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະການລົງທຶນ ກັບ ທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ ເຂົ້າຮ່ວມ.
ພິທີເປີດໂຄງການກໍ່ສ້າງທາງລົດໄຟ ຈາກແຂວງສະຫວັນນະເຂດ ໄປ ຊາຍແດນຫວຽດນາມ ຢ່າງເປັນທາງການ ໂດຍມີ ທ່ານອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະການລົງທຶນ ກັບ ທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ ເຂົ້າຮ່ວມ.

ໂຄງການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ ຈາກແຂວງ
ສະຫວັນນະເຂດ ໄປຊາຍແດນຫວຽດນາມສຳເລັດ ການອອກ
ແບບກໍ່ສ້າງ ແລະ ຄາດວ່າການກໍ່ສ້າງຕົວຈິງຈະແລ້ວເສັດພາຍ
ໃນ 30 ເດືອນຕໍ່ໜ້າ.

ກຸ່ມບໍລິສັດ Giant Consolidate ຈາກປະເທດມາເລເຊຍ ຜູ້ລົງທຶນໃນໂຄງການກໍ່ສ້າງ
ທາງລົດໄຟ ທີ່ເຊື່ອມຕໍ່ຈາກແຂວງສະຫວັນນະເຂດ ໄປຍັງດ່ານລາວບາວປະເທດ ຫວຽດນາມ ລາຍງານວ່າການສຶກສາ ແລະ ອອກແບບກໍ່ສ້າງທາງລົດໄຟສາຍດັ່ງກ່າວ
ໄດ້ດຳເນີນການເສັດຮຽບຮ້ອຍແລ້ວ ໂດຍຕໍ່ຈາກນີ້ ກໍຈະເປັນການລົງມືກໍ່ສ້າງ ພາກຕົວຈິງ
ເພື່ອໃຫ້ແລ້ວເສັດພາຍໃນ 30 ເດືອນຕໍ່ໜ້າ.

ທັງນີ້ໂດຍໂຄງການດັ່ງກ່າວ ໄດ້ທຳພິທີການວາງສີລາເລີກຢ່າງເປັນທາງການ ເມື່ອທ້າຍປີ
2013 ຢູ່ທີ່ບ້ານນາຊາຍເມືອງອຸທຸມພອນແຂວງສະຫວັນນະເຂດ ໂດຍມີ ທ່ານອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມການລົງທຶນກະຊວງແຜນການ ແລະການລົງທຶນ ກັບ ທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ ເປັນປະທານຮ່ວມກັນ ຊຶ່ງໝາຍຄວາມວ່າ ການສຶກສາອອກແບບໄດ້ໃຊ້ເວລາ ໄປເກີນກວ່າ
1 ປີນັ້ນເອງ.

ແຕ່ຢ່າງໃດກໍຕາມກຸ່ມບໍລິສັດ Giant Consolidate ກໍເຊື່ອໝັ້ນວ່າ ການດຳເນີນງານ
ໃນໂຄງການ ຈະເປັນໄປຕາມແຜນການທີ່ວາງໄວ້ ໂດຍຈະໃຊ້ເງິນທຶນໃນມູນຄ່າລວມເຖິງ
5,000 ລ້ານດອນລາ ເພື່ອກໍ່ສ້າງທາງລົດໄຟທີ່ມີລະຍະທາງຍາວ 220 ກິໂລແມັດ ໃຫ້ແລ້ວ
ເສັດ ແລະ ເປີດການເດີນລົດໄດ້ ທັງເພື່ອການໂດຍສານ ແລະ ຂົນສົ່ງສິນຄ້າໄດ້ ຕະຫລອດ
ເສັ້ນທາງນັບແຕ່ປີ 2018 ເປັນຕົ້ນໄປ ຊຶ່ງກໍຈະສົ່ງຜົນດີທັງຕໍ່ການຄ້າ ການລົງທຶນ ແລະ
ການທ່ອງທ່ຽວໃນລາວ ແລະເຂດລຸ່ມແມ່ນ້ຳຂອງ ດັ່ງທີ່ທ່ານ Dato Than Tai Hing
ເອກອັກຄະລັດຖະທູດມາເລເຊຍ ປະຈຳນະຄອນຫລວງວຽງຈັນ ໄດ້ສະແດງຄວາມໝັ້ນໃຈ ວ່າ:

ທາງການລາວໄດ້ທຳພິທີການວາງສີລາເລີກ ຢ່າງເປັນທາງການ ເມື່ອທ້າຍປີ 2013 ຢູ່ທີ່ບ້ານນາຊາຍເມືອງອຸທຸມພອນ ແຂວງສະຫວັນນະເຂດ.
ທາງການລາວໄດ້ທຳພິທີການວາງສີລາເລີກ ຢ່າງເປັນທາງການ ເມື່ອທ້າຍປີ 2013 ຢູ່ທີ່ບ້ານນາຊາຍເມືອງອຸທຸມພອນ ແຂວງສະຫວັນນະເຂດ.

“ພວກເຮົາມີຄວາມຕັ້ງໃຈ ທີ່ຈະຊ່ອຍເຫຼືອລາວ ໃຫ້ຫັນປ່ຽນ
ຈາກການເປັນປະເທດ ທີ່ບໍ່ມີທາງອອກສູ່ທະເລ ໄປເປັນ
ປະເທດທີ່ມີທາງເຊື່ອມຕໍ່ທາງບົກ ໄປສູ່ທ່າກ່ຳປັ່ນໃນ
ຫວຽດນາມ ທັງນີ້ແມ່ນແນ່ນອນວ່າ ມັນຈະອຳນວຍຄວາມ
ສະດວກ ໃຫ້ແກ່ກິດຈະກຳນຳເຂົ້າ ແລະ ສົ່ງອອກຂອງ
ລາວ ແລະ ແນ່ນອນວ່າ ມັນຈະເປັນການຊ່ອຍໃນດ້ານ
ການພັດທະນາທາງສັງຄົມ ເສດຖະກິດນຳເຊັ່ນກັນ.”

ກຸ່ມບໍລິສັດ Giant Consolidate ໄດ້ຮັບການອະນຸຍາດຈາກ
ລັດຖະບານລາວ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້
ຂອງໂຄງການດັ່ງກ່າວນີ້ ເມື່ອປີ 2008 ຕິດຕາມດ້ວຍ ການອະນຸຍາດສຳປະທານໂຄງການເປັນເວລາ 50 ປີ ເມື່ອທ້າຍປີ 2012 ໂດຍບໍລິສັດ
ເປັນຜູ້ລົງທຶນທັງໝົດ 100 ເປີເຊັນ ແລະ ມີສິດບໍລິຫານໂຄງການ 50 ປີ ໂດຍຫລັງນັ້ນ
ກໍຈະຕ້ອງໂອນໂຄງການໃຫ້ແກ່ລັດຖະບານລາວຕໍ່ໄປ.

ໂດຍທາງການລາວ ແລະກຸ່ມລົງທຶນໃນໂຄງການ ເຊື່ອໝັ້ນວ່າ ທາງລົດໄຟສະຫວັນນະເຂດ
ຫາ ລາວບາວ ຈະປະກອບສ່ວນ ຢ່າງສຳຄັນເຂົ້າໃນ ການພັດທະນາເສດຖະກິດ ລະຫວ່າງ
ປະເທດໃນເຂດລຸ່ມແມ່ນ້ຳຂອງ ທີ່ມີລາວເປັນສູນກາງ ການເຊື່ອມຕໍ່ດ້ານຄົມມະນາຄົມ-
ຂົນສົ່ງ ກັບ ຫວຽດນາມ ໄທ ແລະ ມຽນມາ ທີ່ເອີ້ນວ່າ ແລວເສດຖະກິດຕະເວັນອອກ ແລະ
ຕະເວັນຕົກໃນເຂດລຸ່ມແມ່ນ້ຳຂອງ ຫຼື East-West Corridor ທີ່ໄດ້ຮັບການສະໜັບສະໜູນ ດ້ານເງິນທຶນຈາກທະນາຄານພັດທະນາເອເຊຍ (ADB) ແລະ ລັດຖະບານຍີປຸ່ນນັ້ນເອງ.

ສ່ວນກ່ຽວກັບໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລາວກັບຈີນນັ້ນ ຈົນເຖິງ
ຂະນະນີ້ ກໍຍັງບໍ່ມີຄວາມຄືບໜ້າເກີດຂຶ້ນ ເນື່ອງຈາກລັດຖະບານຈີນ ຍັງບໍ່ໄດ້ສະແດງທ່າທີ
ໃຫ້ເຫັນເລີຍວ່າ ຈະອະນຸມັດເງິນທຶນກູ້ຢືມໃນມູນຄ່າ 7,000 ລ້ານດອນລາ ໃຫ້ແກ່ລັດຖະ
ບານລາວໄດ້ເມື່ອໃດແທ້ ຊຶ່ງໄດ້ສົ່ງຜົນເຮັດໃຫ້ໂຄງການ ຕ້ອງປະເຊີນກັບ ບັນຫາຊັກຊ້ານັບ
ຕັ້ງແຕ່ ປີ 2010 ເປັນຕົ້ນມາແລ້ວ.

ແຕ່ຢ່າງໃດກໍຕາມ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກ
ງານເສດຖະກິດ ການຜະລິດ ແລະຈະລາຈອນ ກໍໄດ້ໃຫ້ການຢືນຢັນເມື່ອບໍ່ນານມານີ້ ວ່າ
ທາງການລາວ ກັບຈີນຍັງສືບຕໍ່ການເຈລະຈາ ລະຫວ່າງກັນຢູ່ເລື້ອຍມາ ໂດຍຄາດວ່າ ຈະ
ສາມາດຕົກລົງກັນໄດ້ ພາຍໃນເດືອນມີຖຸນາ 2015 ຕໍ່ຈາກນັ້ນ ລັດຖະບານລາວ ກໍຈະ ສະເໜີຂໍ້ຕົກລົງດັ່ງກ່າວ ເພື່ອຂໍອະນຸມັດຈາກສະພາແຫ່ງຊາດລາວ ໃນທັນທີ.

ທ່ານສົມສະຫວາດ ໄດ້ໃຫ້ການຢືນຢັນດ້ວຍວ່າ ຮູບແບບຂອງການຮ່ວມມື ລະຫວ່າງ ລັດ ຖະບານລາວ ກັບ ຈີນ ໃນການກໍ່ສ້າງທາງລົດໄຟດັ່ງກ່າວນີ້ ຈະເປັນການຮ່ວມທຶນດ້ວຍ
ການສ້າງຕັ້ງບໍລິສັດຂຶ້ນມາເພື່ອຮັບຜິດຊອບການກໍ່ສ້າງ ແລະ ບໍລິຫານໂຄງການທັງໝົດ
ໂດຍໃນປັດຈຸບັນຄະນະຮັບຜິດຊອບ ຂອງທັງສອງຝ່າຍ ຍັງສືບຕໍ່ການເຈລະຈາ ເພື່ອຕົກ
ລົງກັນກ່ຽວກັບແບບກໍ່ສ້າງ ແລະ ກຳນົດສັດສ່ວນຂອງການລົງທຶນລວມເຖິງ ການຫາແຫລ່ງ
ເງິນທຶນກູ້ຢືມ ໂດຍຄາດວ່າ ລັດຖະບານລາວກັບຈີນ ຈະລົງທຶນເບື້ອງຕົ້ນໃນມູນຄ່າ 840
ລ້ານດອນລາຕໍ່ 1,260 ລ້ານດອນລາ ແລະ ຈະກູ້ຢືມຈາກທະນາຄານ ຂອງລັດຖະບານຈີນ
ໃນມູນຄ່າລວມບໍ່ເຖິງ 5,000 ລ້ານດອນລາ.

ກ່ອນໜ້ານີ້ ທ່ານຫຼີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໄດ້ໃຫ້ການຢືນຢັນວ່າ ການເຈລະຈາ
ຮອບໃໝ່ຈະມີການກຳນົດຮູບແບບ ທີ່ສອດຄ້ອງກັບສະພາບຕົວຈິງ ໂດຍທາງການຈີນ
ເຫັນວ່າ ລົດໄຟຄວາມໄວສູງ ອາດບໍ່ເໝາະສົມກັບສະພາບພູມິປະເທດໃນລາວ ທີ່ສ່ວນ
ໃຫຍ່ ເປັນເຂດພູດອຍ ຈຶ່ງສະເໜີໃຫ້ປັບປ່ຽນເປັນລົດໄຟຄວາມໄວປານກາງລະບົບລາງຄູ່
ທີ່ຂະບວນໂດຍສານ ແລະຂົນສົ່ງສິນຄ້າມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງ
ຕາມລຳດັບ ທັງກໍຍັງສາມາດເຊື່ອມໂຍງກັນໃນໄທ ຕໍ່ໄປຍັງມາເລເຊຍ ແລະ ສິງກະໂປ
ໄດ້ຕະຫລອດເສັ້ນທາງອີກດ້ວຍ.

XS
SM
MD
LG