ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໔ ພຶດສະພາ ໒໐໒໔

Forbes ​ກ່າວວ່າ​ ມີ​​ມະຫາ​ເສດຖີ​​ພັນ​ລ້ານ​ ທັງ​ໝົດ 1210 ຄົນ​ ໃນ​ທົ່ວ​ໂລກ


ມະຫາເສດຖີພັນລ້ານ ອັນດັບນຶ່ງຂອງຈີນ ທ່ານ Robin Li, ຜູ້ຮ່ວມກໍ່ຕັ້ງກົນໄກຊອກຄົ້າຫາຂໍ້ມູນທາງອິນເຕແນັທ Baidu.
(AP Photo/Nati Harnik)
ມະຫາເສດຖີພັນລ້ານ ອັນດັບນຶ່ງຂອງຈີນ ທ່ານ Robin Li, ຜູ້ຮ່ວມກໍ່ຕັ້ງກົນໄກຊອກຄົ້າຫາຂໍ້ມູນທາງອິນເຕແນັທ Baidu. (AP Photo/Nati Harnik)

ບັນ​ຊີ​ໃໝ່​ຂອງ​ພວກ​ຜູ້​ຄົນ​ທີ່​ຮັ່ງມີ​ທີ່​ສຸດຂອງ​ໂລກ ​ຊີ້​ໃຫ້​ເຫັນ​ວ່າ ຈໍານວນມະຫາ​ເສດຖີ​ເງິນ​ພັນ​ລ້ານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ​ເທົ່າ ​ເປັນ​ຈໍານວນ​ທັງ​ໝົດ 115 ຄົນ.

ອິງ​ຕາມ​ລາຍ​ຊື່​ປະ​ຈໍາປີ​ທີ່​ລຽບ​ລຽງ​ໂດຍ​ວາລະສານ​ການ​ເງິນ Forbes ໃນ​ສະຫະລັດກໍ​ແມ່ນ​ວ່າ ທ່ານ Robin Li ຜູ້​ກໍ່​ຕັ້ງ​ກົນ​ໄກ ​ຊອກ​ຫາ​ຂ່າວ​ຂໍ້​ມູນທາງ​ອິນ​ເຕີແນັທ ຄື​ບໍລິສັດ Baidu Internet ທີ່​ຜູ້​ຄົນ​ນິຍົມ​ໃຊ້​ກັນ​ຫລາຍ​ໃນ​ຈີນ ​ເປັນ​ຄົນ​ຮັ່ງ​ມີ​ທີ່​ສຸດ​ຂອງ​ຈີນ​ ຊຶ່ງ​ມີ​ຊັບ​ສິນ​ມູນ​ຄ່າ 9 ພັນ​ລ້ານ​ໂດ​ລາ​ສະຫະລັດ. ​ເວົ້າ​ລວມ​ແລ້ວ ທ່ານ​ຫລີ ​ແມ່ນຕິດ​ອັນ​ດັບ​ທີ 95 ຢູ່​ໃນ​ບັນຊີ​ລາຍ​ຊື່​ຜູ້​ຄົນ​ຮັ່ງມີ​ທີ່​ສຸດຂອງ​ໂລກ ອີງຕາມ​ວາລະສານ Forbes ນັ້ນ. ສ່ວນທ່ານ Liang Wengen ນັກ​ອຸດສາຫະກໍາ ຊຶ່ງ​ເປັນ​ມະຫາ​ເສດຖີພັນ​ລ້ານ​ທີ່​ຮັ່ງ​ອັນ​ດັບ 2 ຂອງ​ຈີນນັ້ນ ຕິດ​ອັນ​ດັບ​ທີ 114 ຂອງ​ໂລກ.

ບັນຊີ​ຂອງວາລະສານ Forbes ​ສະ​ແດງ​ວ່າ​ ມີ​ພວກ​ມະຫາ​ເສດຖີ​ເງິນ​ພັນ​ລ້ານ​ທັງ​ໝົດ 1210 ຄົນ​ໃນ​ທົ່ວ​ໂລກ. ​ໃນ​ນັ້ນ 199 ຄົນ​ແມ່ນ​ໄດ້​ຂຶ້ນ​ມາ​ຕິດ​ອັ​ນດັບ​ມະຫາ​ເສດຖີພັນ​ລ້ານ ​ເປັນ​ເທື່ອ​ທໍາ​ອິດ​. ​ໃນ​ບັນດາ ພວກ​ມະຫາ​ເສດ​ຖີໃໝ່​ເຫລົ່າ​ນີ້ ​ຫລາຍ​ກວ່າ​ເຄິ່ງນຶ່ງ​ແມ່ນ​ມາ​ຈາກພວກ​ປະ​ເທດ ​ທີ່​ເອີ້ນ​ວ່າກຸ່ມ BRIC ອັນ​ມີ ບຣາຊິລ, ຣັດ​ເຊຍ ອິນ​ເດຍ ​ແລະຈີນ (ຫຍໍ້ມາຈາກ Brazil, Russia, India, China). ຣັດ​ເຊຍ​ມີ​ມະຫາ​ເສດຖີ​ເງິນ​ພັນ​ລ້ານ 101 ຄົນ​ຢູ່​ໃນບັນຊີ ຊຶ່ງ​ໃນ​ນັ້ນ 79 ຄົນ​ແມ່ນ​ອາ​ໄສ​ຢູ່​ໃນ​ກຸງ​ມອສກູ ​ເຮັດ​ໃຫ້​ນະຄອນດັ່ງ ກ່າວ​ເປັນ​ນະຄອນຫລວງ​ຂອງ​ມະຫາ​ເສດຖີ​ເງິນ​ພັນ​ລ້ານ​ຂອງ​ໂລກ.

ວາລະສານ Forbes ກ່າວ​ວ່າ ຈໍານວນ​ມະຫາ​ເສດຖີ​ເງິນ​ພັນ​ລ້ານ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກທັງ​ໝົດ ​ໃນ​ປັດຈຸບັນ​ນີ້​ ແມ່ນ​ມີ​ຢູ ​332 ຄົນ ສົມ​ທຽບ​ໃສ່ 234 ຄົນ​ເມື່ອ​ນຶ່ງ​ປີຜ່ານມາ. ສ່ວນ​ຢູ່​ໃນ​ສະຫະລັດ​ນັ້ນ ​ແມ່ນມີມະຫາ​ເສດ​ຖີ​ເງິນ​ພັນ​ລ້ານຢູ່ 413 ຄົນ​ ​ແລະໃນ​ຢູ​ໂຣບ 300 ຄົນ​.

ທ່ານ Carlos Slim ຊາວເມັກຊິກັນ ມະຫາເສດຖີ ພັນລ້ານ ອັນດັບນຶ່ງຂອງໂລກ ໃນລະຫວ່າງກອງ ປະຊຸມໃຫ້ສໍາພາດຂ່າວ ທີ່ນະຄອນຫລວງ Mexico City, ວັນຈັນ ທີ 31 ມັງກອນ 2011. (AP Photo/Eduardo Verdugo)
ທ່ານ Carlos Slim ຊາວເມັກຊິກັນ ມະຫາເສດຖີ ພັນລ້ານ ອັນດັບນຶ່ງຂອງໂລກ ໃນລະຫວ່າງກອງ ປະຊຸມໃຫ້ສໍາພາດຂ່າວ ທີ່ນະຄອນຫລວງ Mexico City, ວັນຈັນ ທີ 31 ມັງກອນ 2011. (AP Photo/Eduardo Verdugo)

ທ່ານ Carlos Slim ​ເຈົ້າ​ຂອງ​ບໍລິສັດ​ໂທລະ​ຄົມມະນາຄົມ​ຍັກ​ໃຫຍ່ ຂອງ​ເມັກ​ຊິ​ໂກ ​ແມ່ນ​ມະຫາ​ເສດຖີພັນ​ລ້ານອັນ​ດັບ​ນຶ່ງ​ຂອງ​ໂລກ ເປັນ​ປີ​ທີ​ສອງ​ລຽນຕິດ ຊຶ່ງ​ມີ​ຊັບ​ສິນ​ເປັນ​ມູນ​ຄ່າ​ປະມານ 74 ພັນ​ລ້ານ​ໂດ​ລາ​ສະຫະລັດ. ທ່ານ Bill Gates ຜູ້ກໍ່​ຕັ້ງ​ບໍລິ ສັດ Microsoft ຂອງ​ສະຫະ ລັດ ທີ່​ເຄີຍ​ຄອງ​ຕໍ່​ແໜ່​ງນີ້​ມາ​ກ່ອນ​ນັ້ນ ບັດ​ນີ້​ແມ່ນ​ຢູ່​ໃນ​ອັນ​ດັບ 2 ​ໂດຍມີ​ຊັບ​ສິນ​ເປັນ​ມູນ​ຄ່າທັງ​ໝົດ 56 ພັນ​ລ້ານ​ໂດ​ລາ​.

XS
SM
MD
LG