ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພາຍຸຫິມະ ຂະໜາດແຮງ ຖະ​ຫຼົ່ມ ພາກຕາເວັນອອກສຽງເໜືອ ສຫລ


US Snowstorm VO
please wait
Embed

No media source currently available

0:00 0:00:58 0:00

ພາຍຸ​ຫິມະຂະໜາດແຮງ ຊຶ່ງຄາດ​ວ່າ ​ຈະ​ເຮັດໃຫ້ສ່ວນໃຫຍ່ ຂອງ​ພາກ​ຕາ​ເວັນ​ອອກ ສຽງເໜືອຂອງ​ສະຫະລັດເປັນອຳມະພາດ ​ໃນ​ສອງ​ມື້ຂ້າງໜ້ານີ້ ​ເລີ້ມ​ພັດເຂົ້າຖະຫລົ່ມ​ຫົວເມືອງ​ໃຫຍ່ໆ ທີ່​ສຳຄັນໆ ນັບແຕ່​ນະຄອນ​ຫຼວງ​ວໍ​ຊິງ​ຕັນ​ໄປເຖິງນະຄອນ Boston ​ໃນ​ວັນ​ຈັນ​ວານ​ນີ້.

ຄວາມຮ້າຍແຮງຂອງພາຍຸ​ຫິມະ ແມ່ນໄດ້​ພັດ​ກາຍ​ຂົງ​ເຂດນະຄອນ
​ຫຼວງວໍຊິງຕັນ ​ແຕ່​ທາງ​ພາກ​ເໜືອຂຶ້ນໄປ ເຊັ່ນລັດ New Jersey,
New York, Connecticut, Rhode Island ​ແລະ Massache-
setts ແມ່ນ​ໄດ້​ປະກາດ​ສະພາວະ​ສຸກ​ເສີນໃນ ດ້ານຫິມະ ຜູ້​ຄົນ​
ຈຳນວນ
​ຫຼາຍ​ລ້ານ​ຄົນ ​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ຢູ່​ກັບ​ບ້ານກັບເຮືອນ ​
ໃນ​ຂະນະ​ນທີ່​ລົດ​ໄຟ Amtrak ​ໄດ້​ລຸດຈຳນວນ​ການ​ໃຫ້​ບໍລິການ​ໜ້ອຍ​ຖ້ຽວລົງ ​ໃນ​ເຂດ​ສາຍ​ເໜືອ ແລະ​ພວກສາຍການບິນຕ່າງກໍໄດ້ຍົກເລີກ​ຖ້ຽວ​ບິນ​ຈຳນວນ​ນັບ​ຮ້ອຍ ໃນ​ການ​ຄະເນກ່ຽວກັບການພັດເຂົ້າຖະຫຼົ່ມ​ຂອງ​ພະຍຸ​ຫິມະ​ທີ່​ຮ້າຍ​ແຮງ ເລີ້ມແຕ່​ວັນ​ຈັນ​ວານ​ນີ້
ຈົນ​ເຖິງ​ເຊົ້າວັນ​ພຸດ​ມື້​ອື່ນ.

ຄາດ​ຄະ​ເນ​ວ່າ ຈະມີຫິມະ​ຕົກລົງ​ມາ ຫຼາຍເຖິງ 90 ຊັງ​ຕີ​ແມັດ ​ໃນ​ເຂດ​ພາກ​ເໜືອຂອງ
ປະເທດ ພ້ອມ​ກັນ​ກັບ​ລົ​ມ​ແຮງ​ເກືອບ​ເທົ່າ​ກັບລົມເຮີຣິເຄນ ​ແລະ​ພາ​ໃຫ້ເກີດນ້ຳ​ຖ້ວມ​ໃນ​ບໍລິເວນແຄມຝັ່ງ​ທະ​ເລ.

​ໃນ​ທົ່ວ​ຂົງ​ເຂດ ເຄື່ອງຂອງ​ຕາມຮ້ານຕ່າງໆ ແມ່ນ​ຂາຍ​ຈົນ​ໝົດ​ກ້ຽງ ໂດຍພວກ​ຜູ້​ຄົນ​ທີ່ອາ
ໄສຢູ່​ໃນ​ຂົງ​ເຂດ​ພາກັນ​ຊຶ້​ໄປ​ກັກ​ຕຸ​ນ​ໄວ້ ຊຶ່ງ​ຮວມທັງ​ອາຫານ​ການ​ກິນ ຊ້ວນ ​ເຄື່ອງ​ປັ່ນ​ໄຟຟ້າ ​ໃນ​ຂະນະ​ທີ່​ຕຽມ​ການ​ຮັບ​ມື ກັບການຢູ່ກັບບ້ານກັບເຮືອນທີ່​ອາດ​ເປັນ​ໄປ​ໄດ້ ໃນໄລຍະສອງສາມມື້ຂ້າງໜ້ານີ້.

​ເຈົ້າ​ຄອງ​ນະຄອນ​ນິວຢ໊ອກ ທ່ານ Bill de Blasio ​ໄດ້ກ່າວ​ວ່າ ພາຍຸ​ທີ່​ວ່າ​ນີ້ ອາດເປັນ​ນຶ່ງ​ໃນ​ພາຍຸທີ່​ຮ້າຍ​ແຮງ​ສຸດ ທີ່​ທາງ​ນະຄອນນິວຢ໊ອກໄດ້ປະ​ເຊີນມາ ນຳໜ້າບັນຊີ ທີ່ເລີ້ມມາ​ແຕ່​ປີ 1872 ພຸ້ນ. ​ເຈົ້າ​ໜ້າ​ທີ່​ໃນ​ທົ່ວ​ຂົງ​ເຂດ ພາກັນກ່າວ​ເຕືອນຜູ້​ຄົນ ​ໃນການທີ່ຄາດຫວັງ
ວ່າຈະ​ບໍ່​ມີໄຟຟ້າ​ໃຊ້ຢູ່ໃນ​ທົ່ງ​ຂົງ​ເຂດ ຊຶ່ງ​ອາດ​ເປັນ​ໄປ​ໄດ້​ໃນໄລຍະ​ຫຼາຍໆ​ມື້.

ຜູ້​ປົກ​ຄອງ​ລັດ New York ທ່ານ Andrew Cuomo ທີ່ໄດ້ສັ່ງໃຫ້ງົດການເດີນທາງ ທີ່ເລີ້ມ
ແຕ່ຕອນເດິກຂອງວັນຈັນວານນີ້ ໃນສິບກວ່າຫົວເມືອງ ທີ່ອ້ອມແອ້ມນະຄອນ​ນິວຢ໊ອກ.

ຜູ້​ປົກ​ຄອງ​ນະຄອນ Boston ທ່ານ Martin Walsh ຮຽກຮ້ອງໃຫ້ຜູ້ຄົນພາກັນຊ່ອຍເຫຼືອ
ຊຶ່ງກັນແລະກັນ.

ຊຶຶ່ງທ່ານໄດ້ກ່າວວ່າ: “ພວກເຮົາຂໍຮ້ອງໃຫ້ຊາວ Boston ທຸກໆຄົນ ເບິ່ງແຍງ ຊ່ອຍເຫຼືອ
ເພື່ອນບ້ານ ຄືກັນກັບວ່າ ຄົນທີ່ທ່ານເຫັນຂ້າງນອກ ຫຼືຄົນທີ່ທ່ານຮູ້ຈັກ ບ້ານໃກ້ເຮືອນຄຽງ.

ພາຍຸຫິມະທີ່ຮ້າຍແຮງສຸດໃນຂົງເຂດພາກຕາເວັນອອກສຽງເໜືອ ທີ່ວ່ານີ້ ຄາດວ່າ ຈະພັດ
ເຂົ້າຖະຫຼົ່ມໃນແລງວັນຈັນວານນີ້ ແຕ່ວ່າ ບັນດານັກພະຍາກອນອາກາດ ໄດ້ເຕືອນວ່າ ຫິມະຈະບໍ່ເຊົາຕົກ ຈົນຮອດເຊົ້າວັນພຸດມື້ອື່ນ.

ໃນນະຄອນຫຼວງວໍຊີງຕັນສະພາຕ່ຳ ໄດ້ຍົກເລີກການລົງຄະແນນສຽງທີ່ມີໝາຍກຳນົດໃສ່
ແລງວັນຈັນວານນີ້ແລະວັນອັງຄານມື້ນີ້. ອົງການສະຫະປະຊາຊາດໃນນະຄອນ New York ໄດ້ປິດລົງກ່ອນເວລາເຮັດວຽກ ໃນວັນຈັນວານນີ້ ແລະຍັງຈະປິດໃນວັນອັງຄານມື້ນີ້ ອີກເຊັ່ນ
ກັນ. ໂຮງລະຄອນຕ່າງໆໃນເຂດ Broadway ຂອງເກາະ Manhattan ນັ້ນແມ່ນໄດ້ປິດ
ລົງ ໃນແລງວັນຈັນວານນີ້.

XS
SM
MD
LG