ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັນລະຍາ ທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວ ຈາກຜູ້ເປັນສາມີ ທີ່ຫາຍຕົວໄປ


ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆຊາດ ໄດ້ພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ.
ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆຊາດ ໄດ້ພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ.
ພັນລະຍາ ຂອງທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວ
ຄາວໃດໆເລີຍຈາກຜູ້ເປັນສາມີທັງຍັງບໍ່ມີຄວາມຄືບໜ້າ
ໃນການສອບສວນສືບສວນຫາຄວາມຈິງໂດຍທາງການ
ຕຳຫຼວດລາວອີກດ້ວຍ.

ພາຍຫຼັງຈາກທີ່ ທ່ານນາງ Ng Shui Meng ພັນລະຍາ ຂອງ
ທ່ານ ສົມບັດ ສົມພອນ ນັກພັດທະນາລາວ ຜູ້ດີເດັ່ນຂອງອາ
ຊ່ຽນ ທີ່ໄດ້ຫາຍຕົວໄປນັບແຕ່ວັນທີ 15 ທັນວາ 2013 ເປັນຕົ້ນມານັ້ນ ໄດ້ຖະແຫລງການ ໃນໂອກາດການຫາຍຕົວໄປ
ຂອງທ່ານສົມບັດ ຄົບຮອບ 1 ປີ ເພື່ອເຊີນຊວນ ໃຫ້ຜູ້ທີ່ຮັກ ຄວາມເປັນທຳ ທັງໃນລາວ
ແລະຕ່າງປະເທດ ຈົ່ງໄດ້ພາກັນຂຽນຈົດໝາຍເຖິງ ທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ
ແລະຜົນງານ ແນວຄວາມຄິດ ອຸດົມການ ແລະ ວິທີການ ປະຕິບັດງານ ຂອງທ່ານສົມບັດ
ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ ໃນວົງກວ້າງນັບແຕ່ ວັນທີ 15 ທັນວາ 2013 ເປັນຕົ້ນມາ
ກໍປະກົດວ່າ ໄດ້ຮັບການຕອບສະໜອງຈາກພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆ
ຊາດຢ່າງກວ້າງຂວາງ.

ທັງນີ້ໂດຍບັນດາຈົດໝາຍ ແລະ ການສະແດງອອກຕ່າງໆ ທີ່ກ່ຽວຂ້ອງກັບ ທ່ານສົມບັດ ດັ່ງກ່າວໄດ້ຖືກເຜີຍແຜ່ສູ່ ການຮັບຮູ້ໃນວົງກວ້າງໂດຍ Website ແລະ Facebook ທີ່
ຊື່ວ່າ Find Sombath Somphone ທີ່ມີທັງຈົດໝາຍ ການຈັດກິດຈະກຳ ແລະ ການ
ສະແດງອອກ ທີ່ເປັນສັນຍາລັກ ຂອງການທວງຖາມ ອຳນາດການປົກຄອງໃນລາວ
ກ່ຽວກັບການຫາຍຕົວໄປ ຂອງທ່ານສົມບັດ.
ເຄືອຂ່າຍອົງກອນ ພັດທະນາເອກະຊົນຍີ່ປຸ່ນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ
ເຄືອຂ່າຍອົງກອນ ພັດທະນາເອກະຊົນຍີ່ປຸ່ນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ

ໂດຍການປະຕິບັດດັ່ງກ່າວນີ້ ກໍເພື່ອເປັນການສົ່ງກຳລັງໃຈ
ແລະຄວາມປາດຖະໜາດີ ໄປເຖິງ ທ່ານສົມບັດ ທີ່ຫາຍຕົວໄປ ນັບເປັນລະຍະເວລາເກືອບ 500 ວັນມາແລ້ວ ຫາກແຕ່ວ່າຈົນ
ເຖິງທຸກມື້ ສຳລັບທ່ານນາງ Ng Shui Meng ນັ້ນກໍຍັງຄົງ
ບໍ່ໄດ້ຮັບຂ່າວຄາວໃດໆເລີຍ ຈາກຜູ້ເປັນສາມີ ຂອງທ່ານນາງ
ແລະ ບໍ່ມີຄວາມຄືບໜ້າໃດໆເລີຍ ຈາກການສືບສວນສອບສວນ ຂອງທາງການຕຳຫຼວດລາວ ດັ່ງທີ່ທ່ານນາງໄດ້ກ່າວວ່າ:

"ສົມບັດ ເປັນຄົນສັນຊາດລາວ ລາວໄດ້ຫາຍໄປຢູ່ຕໍ່ໜ້າ
ປົດຕຳຫຼວດ ໃນວຽງຈັນ
ເລື້ອງທີ່ວ່າຜູ້ໃດເປັນຜູ້ຮັບຜິດ
ຊອບໃນການເອົາລາວໄປນັ້ນບໍ່ສຳຄັນ ແຕ່ທີ່ສຳຄັນແມ່ນວ່າ ມັນຍັງແມ່ນຄວາມ
ຮັບຜິດຊອບຂອງລັດຖະບານ ແລະຂອງກຳລັງຮັກສາຄວາມປອດໄພ ຢູ່ທີ່ຈະຊອກ
ຫາ ສົມບັດ ໃຫ້ເຫັນແລ້ວສົ່ງລາວ ໃຫ້ຂ້າພະເຈົ້າ ແລະ ຄອບຄົວຢ່າງປອດໄພ
ພວກເຂົາເຈົ້າ ໄດ້ຈັດຕັ້ງທີມງານສືບສວນຂຶ້ນມາ ແຕ່ກໍບໍ່ເຫັນວ່າມີຫຍັງດີ
ເພາະເທົ້າເຖິງປັດຈຸບັນນີ້ ກໍບໍ່ໄດ້ມີຂ່າວຄາວອັນໃດວ່າ ສົມບັດ ຢູ່ແຫ່ງໃດ."


ນອກຈາກການເຊີນຊວນໃຫ້ມີການ ຂຽນຈົດໝາຍເຖິງ ທ່ານສົມບັດ ດັ່ງກ່າວແລ້ວ
ບັນດາອົງການ ຄຸ້ມຄອງສິດທິມະນຸດຍະຊົນສາກົນເຊັ່ນ ເຄືອຂ່າຍສະໝານສັນ
ພາກປະຊາຊົນອາຊຽນ ຄະນະປະສານງານມະຫະກຳພາກປະຊາຊົນເອເຊຍກັບ
ຢູໂຣບ ຄະນະກຳມະການປະສານງານ ອົງກອນພັດທະນາເອກະຊົນໄທ ເຄືອຂ່າຍ
ອົງກອນພັດທະນາເອກະຊົນຍີ່ປຸ່ນ ແລະ ເຄືອຂ່າຍເຍົາວະຊົນອາຊຽນກໍໄດ້ພາກັນ
ຈັດກິດຈະກຳ ເພື່ອຮຽກຮ້ອງຂໍໃຫ້ ທາງການລາວຕາມຫາ ແລະ ໃຫ້ການຊ່ວຍເຫຼືອ ທ່ານສົມບັດ ຢ່າງຈິງຈັງອີກດ້ວຍ.

ກ່ອນໜ້ານີ້ ທ່ານ Walden Bello ຮອງປະທານ ຄະນະກຳມະການ ດ້ານສິດທິ
ມະນຸດຍະຊົນ ຂອງລັດຖະສະພາອາຊຽນ ໄດ້ຖະແຫຼງການໃນໂອກາດທີ່ຄະນະຜູ້
ແທນຂອງລັດຖະສະພາຢູໂຣບ ຢ້ຽມຢາມ ສປປ.ລາວຢ່າງເປັນທາງການ ໃນວັນທີ
28 ຕຸລາ ປີ 2013 ວ່າຖືເປັນອີກໂອກາດນຶ່ງທີ່ຈະໄດ້ທວງຖາມທາງການລາວເຖິງ
ຄວາມຄືບໜ້າຂອງການສືບສວນຫາຄວາມຈິງກ່ຽວກັບກໍລະນີ ຂອງທ່ານສົມບັດ.
ນາໆຊາດພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານ ສົມບັດ
ນາໆຊາດພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານ ສົມບັດ

ຄະນະຜູ້ແທນຂອງລັດຖະສະພາຢູໂຣບ ທີ່ຢ້ຽມຢາມລາວ
ດັ່ງກ່າວ ນຳໂດຍ ທ່ານ Werner Langen ປະທານ
ລັດຖະສະພາຢູໂຣບ ຊຶ່ງຄະນະຂອງທ່ານກໍໄດ້ພົບປະ
ເຈລະຈາຮ່ວມກັນກັບ ຄະນະຜູ້ແທນຂອງສະພາແຫ່ງຊາດ
ລາວ ທີ່ມີ ທ່ານໄຊສົມພອນ ພົມວິຫານ ຮອງປະທານສະພາ
ແຫ່ງຊາດລາວ ເປັນຫົວໜ້າຄະນະໂດຍທັງສອງຝ່າຍ ກໍໄດ້
ແລກປ່ຽນທັດສະນະຄວາມເຫັນທັງໃນດ້ານການພັດທະນາ
ເສດຖະກິດ ສັງຄົມ ແລະ ສິດທິມະນຸດຍະຊົນ ທັງທີ່ເປັນການ
ຮ່ວມມືລະຫວ່າງສະພາແຫ່ງຊາດລາວກັບລັດຖະສະພາຢູໂຣບແລະລັດຖະສະພາຢູ່ໂຣບ
ແລະລັດຖະສະພາອາຊຽນດ້ວຍ.

ແຕ່ຢ່າງໃດກໍຕາມ ສະມາຊິກລັດຖະສະພາຢູໂຣບ ກໍເຄີຍພົບປະເຈລະຈາ ກັບຄະນະເຈົ້າ
ໜ້າທີ່ຂອງທາງການລາວ ຢູ່ນະຄອນວຽງຈັນມາ​ແລ້ວ​ ຄັ້ງນຶ່ງ​ເມື່ອ​ ເດືອນ​ສິງຫາ ປີກາຍ ​
ໂດຍ​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ຢູ​ໂຣບກໍ​ໄດ້​ຢືນຢັນ​ວ່າ​ຈະ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ
​ຕໍ່​ລັດຖະບານ​ລາວຫຼາຍຂຶ້ນ​ໃນ​ກໍລະນີ​ຂອງ​ການ​ຫາຍ​ຕົວ​ໄປ​ ຂອງ​ທ່ານສົມບັດ ​ເພາະ​ເຫັນ​ວ່າ​ທາງ​ການ​ລາວ​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ໃນ​ການຄົ້ນຫາ​ຄວາມ​ຈິງ.

ທັງ​ນີ້​ໂດຍ​ກໍລະນີ​ທີ່​ສະທ້ອນ​ ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ ຂອງ​ທາ​ງການ​ລາວ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ​ຂອງ​ທາງ​ການ​ລາວ​ບັນ​ທຶກ​ໄ​ວ້​ໄດ້​ ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ ທ່ານ​ສົມບັດ ຖື​ກລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ ໃນ​ເຂ​ດນະຄອນ​ວຽງ​ຈັນ.
XS
SM
MD
LG