ອໍານາດການປົກຄອງເຂດນະຄອນວຽງຈັນ ກໍານົດໃຫ້ 5 ພື້ນທີ່
ໃຫ້ເປັນເຂດເສດຖະກິດ ສະເພາະພາຍໃຕ້ເປົ້າໝາຍທີ່ຈະພັດ
ທະນານະຄອນວຽງຈັນໃຫ້ເປັນເມືອງອຸດສາຫະກໍາທີ່ທັນສະໄໝ
ໃນອະນາຄົດ.
ທ່ານ ອານຸພາບ ຕຸນາລົມ ຮອງເຈົ້າຄອງເຂດນະຄອນວຽງຈັນ
ໄດ້ເປັນປະທານຈັດກອງປະຊຸມເພື່ອທາບທາມຮ່າງກົດໝາຍ
ວ່າດ້ວຍເຂດເສດຖະກິດພິເສດຢ່າງເປັນທາງການເມື່ອບໍ່ດົນ
ມານີ້ ໂດຍສໍາລັບເຂດນະຄອນວຽງຈັນນັ້ນ ໄດ້ມີການກໍານົດໃຫ້
5 ພື້ນທີ່ເປັນເຂດເສດຖະກິດສະເພາະ ຊຶ່ງໃນຈໍານວນນີ້ກໍມີຢູ່
4 ພື້ນທີ່ດ້ວຍກັນ ທີ່ເປັນການຍົກລະດັບຈາກເຂດພັດທະນາທົ່ວ
ໄປ ກໍຄືນິຄົມອຸດສາຫະກໍາແລະການຄ້າ ວຽງຈັນ-ໂນນທອງ
ເຂດເສດຖະກິດສະເພາະດົງໂພສີ ເຂດເສດຖະກິດສະເພາະ
ລ່ອງແຖ້ງ-ວຽງຈັນ ແລະເຂດພັດທະນາກວມລວມໄຊເສດຖາ ສ່ວນພື້ນທີ່ ທີ່ 5 ນັ້ນ ເປັນເຂດທີ່ສ້າງຕັ້ງຂຶ້ນໃໝ່ກໍຄືເຂດເສດຖະກິດສະເພາະບຶງທາດຫຼວງ.
ທັງນີ້ໂດຍອໍານາດການປົກຄອງນະຄອນວຽງຈັນ ໄດ້ລາຍງານວ່າການທາບທາມຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດດັ່ງກ່າວມີເປົ້າໝາຍເພື່ອເຮັດໃຫ້ການ ປະຕິບັດຈັດຕັ້ງກ່ຽວກັບການພັດທະນາເຂດເສດຖະກິດສະເພາະທັ້ງ 5 ເຂດໃນນະຄອນວຽງຈັນໃຫ້ເກີດຂຶ້ນຢ່າງເປັນຮູບປະທໍາດ້ວຍການສົ່ງເສີມການລົງທຶນຈາກຕ່າງປະເທດໃຫ້ເຂົ້າມາໃນເຂດນະຄອນວຽງຈັນດັ່ງກ່າວໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງແລະກໍຖືເປັນພາກສ່ວນອັນສໍາຄັນທີ່ຈະພັດທະນາໃຫ້ນະຄອນວຽງຈັນເປັນເຂດອຸດສາຫະກໍາທີ່ທັນສະໄໝໃນອະນາຄົດ.
ຍິ່ງໄປກວ່ານັ້ນ ການພັດທະນາເຂດເສດຖະກິດສະເພາະທັງ 5 ພື້ນທີ່ໃນເຂດນະຄອນວຽງຈັນດັ່ງກ່າວນີ້ກໍຍັງນັບເປັນພາກສ່ວນນຶ່ງໃນແຜນການພັດທະນາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຂອງລັດຖະບານລາວທີ່ໄດ້ວາງເປົ້າໝາຍທີ່ຈະດໍາເນີນການສ້າງຕັ້ງເນດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ໃຫ້ໄດ້ເຖິງ 41 ແຫ່ງໃນທົ່ວປະເທດອີກດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານທາງດ້ານເສດຖະກິດຂອງລັດຖະບານລາວ ທັງຍັງເປັນປະທານຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງຊາດ ດ້ວຍນັ້ນ ກໍຖະແຫຼງຍອມຮັບເມື່ອບໍ່ດົນມານີ້ວ່າການພັດທະນາເຂດເສດຖະກິດພິເສດ ແລະເຂດເສດ ຖະກິດສະເພາະໃນລາວມີຄວາມຄືບໜ້າຢ່າງຊັກຊ້າ ໂດຍສະເພາະແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນທີ່ເປັນ ທີ່ເປັນເຂດທໍາອິດໃນລາວທີ່ສ້າງຕັ້ງຂຶ້ນຕັ້ງແຕ່ປີ 2003 ເປັນຕົ້ນມານັ້ນກໍຍັງມີການພັດທະນາທີ່ຊັກຊ້າຫຼາຍ ເມື່ອທຽບກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
ເຂດເສດຖະກິດພິເສດສາມຫຼ່ຽມຄໍາດັ່ງກ່າວນີ້ ເປັນການລົງທຶນທັງ 100% ເຕັມໂດຍກຸ່ມທຸລະກິດຈາກຈີນ ຊຶ່ງທາງການລາວກໍຖືວ່າໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນການພັດທະນາເສດຖະກິດແລະການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນ ລາວໄດ້ເປັນຢ່າງດີ. ສ່ວນເຂດເສດຖະກິດພິເສດຢູ່ພື້ນທີ່ອື່ນໆນັ້ນ ກໍຍັງຄົງຖືວ່າມີ ການພັດທະນາໄປຢ່າງຊັກຊ້າ ເນື່ອງຈາກວ່າບໍ່ສາມາດທີ່ຈະດຶງດູດເອົາການລົງທຶນ ຈາກຕ່າງປະເທດໄດ້ຕາມແຜນການທີ່ວາງໄວ້ ດັ່ງທີ່ທ່ານສົມສະຫວາດ ໄດ້ຖະແຫຼງ ຊີ້ແຈງວ່າ:
“ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ມີການພັດທະນາຢ່າງເດັ່ນຊັດ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະສ້າງວຽກເຮັດງານທໍາໃຫ້ ປະຊາຊົນທ້ອງຖິ່ນ ເຖິງຢ່າງນັ້ນກໍຕາມ ຄວາມຄືບໜ້າຂອງວຽກງານດັ່ງກ່າວເວົ້າ ລວມແລ້ວຍັງຊັກຊ້າ ຍັງບໍ່ທັນສາມາດເສີມຂະຫຍາຍກໍາລັງແຮງຈາກບັນດາພາກ ສ່ວນເສດຖະກິດຕ່າງປະເທດໄດ້ເທົ່າທີ່ຄວນ.”
ໃນປັດຈຸບັນນີ້ ໃນລາວມີເຂດເສຖະກິດພິເສດທີ່ໄດ້ຮັບການພັດທະນາແລະສາມາດຮອງຮັບການລົງທຶນຂອງເອກກະຊົນລາວແລະຕ່າງຊາດໄດ້ແລ້ວ 3 ແຫ່ງ ກໍຄື ເສດຖະກິດພິເສດສະຫວັນ-ເຊໂນໃນແຂວງສະຫວັນນະເຂດ ເຂດເສດຖະກິດພິເສດ ບໍ່ເຕັນແດນຄໍາ ທີ່ແຂວງຫຼວງນໍ້າທາ ແລະເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສ່ວນເຂດເສດຖະກິດສະເພາະທັງ 5 ແຫ່ງຢູ່ໃນເຂດນະຄອນວຽງຈັນນັ້ນ ກໍາລັງຢູ່ໃນຂັ້ນຕອນຂອງການກໍ່ສ້າງພື້ນ ຖານໂຄງຫລ່າງຢ່າງຕັ້ງໜ້າ ໂດຍເປັນການລົງທຶນຈາກຈີນ 3 ເຂດ ແລະເປັນການລົງທຶນຈາກຫວຽດນາມ 2 ເຂດຕາມລໍາດັບ.
ນອກຈາກນີ້ ລັດຖະບານລາວຍັງໄດ້ວາງເປົ້າໝາຍທີ່ຈະສ້າງຕັ້ງເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະໃນເຂດແຂວງຕ່າງໆໃຫ້ໄດ້ເຖິງ 10 ແຫ່ງ ພາຍໃນປີ 2015 ອີກດ້ວຍ.