ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການບິນລາວ ຈະຂະຫຍາຍ ຖ້ຽວບິນໄປຈີນ ເກົາຫຼີໃຕ້ ແລະຍີ່ປຸ່ນ


ພິທີຕ້ອນຮັບ ເຮືອບິນ Airbus 320A ຂອງສາຍການບິນລາວ ເມື່ອທ້າຍປີ 2011.
ພິທີຕ້ອນຮັບ ເຮືອບິນ Airbus 320A ຂອງສາຍການບິນລາວ ເມື່ອທ້າຍປີ 2011.
ການບິນ​ລາວ​ຈະ​ຂະຫຍາຍ​ຖ້ຽວ​ບິນ​ລະຫວ່າງ​ປະ​ເທດ​ໄປ​ເມືອງ​
ກວາງ​ໂຈ​ວຂອງ​ຈີນ​ແລະ​ກຸງ​ໂຊ​ລກັບ​ເມືອງ​ປູຊາ​ນຂອງ​ເກົາຫຼີ​ໃຕ້
ທັງ​ຍັງ​ຈະ​ຂະຫຍາຍ​ຖ້ຽວ​ບິນ​ໄປ​ກຸງ​ໂຕ​ກ່ຽວ​ຂອງ​ຍີ່ປຸ່ນ​ອີກ​ດ້ວຍ.

ທ່ານ​ສະ​ເຫຼີ​ມ ​ໄຕ​ຍະ​ລາດ ຫົວໜ້າ​ຝ່າຍ​ຂາຍ​ແລະ​ການ​ຕະຫຼາດ
​ຂອງ​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ ​ໃຫ້ການ​ຢືນ​ຢັນ​ວ່າ ລັດ​ວິ​ສາ​
ຫະກິດ​ການ​ບິນ​ລາວ​ມີ​ແຜນການ ທີ່​ຈະ​ຂະຫຍາຍ​ເສັ້ນທາງ​ການ
ບິນ​ຈາກ​ນະຄອນ​ວຽງ​ຈັນ​ໄປ​ເມືອງ​ກວາງ​ໂຈ​ວຂອງ​ຈີນ ​ແລະ​ກຸງ
​ໂຊ​ລກັບ​ເມືອງ​ປູຊາ​ນຂອງ​ເກົາຫຼີໃຕ້​ໃນ​ໝໍ່ໆ​ນີ້ ​ໂດຍ​ເປັນ​ສ່ວນ​ນຶ່ງ
​ໃນ​ແຜນການ​ຂະຫຍາຍ​ຖ້ຽວ​ບິນ​ລະຫວ່າງ​ປະ​ເທດ​ຂອງ​ສາຍ
​ການບິນ​ລາວໃຫ້​ຫຼາຍ​ຂຶ້ນ ດ້ວຍ​ການ​ນໍາ​ໃຊ້​ເຮືອບິນ Airbus-
320A ທີ່​ສັ່ງ​ຊື້​ແລະ​ໄດ້​ຮັບ​ການ​ສົ່ງ​ມອບ​ຈາກບໍລິ ສັດ Airbus ​
ແຫ່ງ​ປະ​ເທດ​ຝຣັ່ງຢ່າງ​ເປັນທາງ​ການ​ລາວ​ນັບ​ຕັ້ງ​ແຕ່​ທ້າຍ​ປີ 2011 ​ເປັນ​ຕົ້ນ​ມາ.

ທັງ​ນີ້​ໂດຍ​ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ກໍ​ໝາຍ ຄວາມ​ວ່າ​ຖ້ຽວ​ບິນ​ຈາກ​ນະຄອນ​ວຽງ​ຈັນ​ໄປ​ເມືອງ​ກວາງ​ໂຈ​ວນັ້ນ ຈະ​ສາມາດ​ເລີ່​ມ ທໍາ​ການບິນ​ໄດ້​ພາຍ​ໃນ​ເດືອນ​ພະຈິກ ​ແລະ​ກໍ​ຈະ​ຕິດຕາມ​ດ້ວຍ​ຖ້ຽວ​ບິນ​ຈາກ​ນະ ຄອນ​ວຽງ​ຈັນ​ໄປ​ກຸງ​ໂຊ​ລ ​ແລະ​ເມືອງ​ປູຊາ​ນ​ໃນ​ເດືອນ​ທັນວາ​ປີ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ແລະ​ອໍານວຍ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ຫຼາຍ​ຂຶ້ນດ້ວຍ​ນັ້ນ ສາຍ​ການ ບິນ​ລາວ​ກໍ​ຍັງ​ມີ​ແຜນການ​ທີ່​ຈະ​ຂະຫຍາຍ​ຖ້ຽວ​ບິນ​ໄປ​ຍັງ​ກຸງ​ໂຕ​ກຽວ​ຂອງ​ຍີ່ປຸ່ນ​ອີກ ດ້ວຍ ສ່ວນ​ຈະ​ມີ​ການ​ເປີດ​ຖ້ຽວ​ບິນ​ຕາມ​ເສັ້ນທາງ​ດັ່ງກ່າວ​ນີ້​ໄດ້​ເມື່ອ​ໃດ​ແລະ​ຈະ​ເປັນ ການບິນ​ໃນ​ຮູບ​ແບບ​ໃດ​ນັ້ນ ກໍ​ຂຶ້ນຢູ່​ກັບ​ຜົນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ເປັນ​ສໍາຄັນ ດັ່ງ​ທີ່​ທ່ານ​ສະ​ເຫຼີ​ມ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ທ່ານ​ສະ​ເຫຼີ​ມ ​ໄຕ​ຍະ​ລາດ
ທ່ານ​ສະ​ເຫຼີ​ມ ​ໄຕ​ຍະ​ລາດ

“ປັດຈຸບັນ​ນີ້ ​ເຮົາ​ມີ​ແຜນການ​ທີ່​ຈະ​ບິນ​ໄປ​ກວາງ​ໂຈ​ວ​
​ແລະ​ກະບິນ​ໄປ​ໂຊ​ລ​ໄປ​ເກົາຫຼີ​ໃຕ້​ກະ​ມີ​ແຜນ​ຢູ່ ​ແລະ​
ພວກ​ເຮົາ​ກະ​ກໍາລັງ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຢູ່ ​ເພາະ
ວ່າ​ທີ​ມງານ​ພວກ​ເຮົາ​ກໍາລັງສຶກສາ​ຄວາມ​ເປັນ​ໄປ​ໄດ້​
ວ່າ​ເຮົາ​ຈະ​ບິນ​ເຂົ້າ​ໄປ​ຊ່ວງ​ໃດ ປະຕິບັດ​ການບິນ​ແບບ
ເຊົ່າ​ເໝົາ ຫຼື​ສິ​ເອົາ​ແບບ​ປົກກະຕິ​ອັນ​ນີ້​ພວກ​ເຮົາ​ຕ້ອງ​
ເບິ່ງ​ເພາະວ່າ​ພວກ​ເຮົາ​ກໍ​ຕ້ອງ​ດໍາ​ນຶງ​ເຖິງ​ປະສິດທິ​ຜົນ​
ໃນ​ການ​ດໍາ​ເນີນ​ທຸລະ​ກິດ.”


ກ່ອນ​ໜ້າ​ນີ້ ທ່ານ​ສົມ​ພອນ ດວງ​ດາລາ ຜູ້​ອໍາ​ນວຍ​ການ​ລັດ​ວິ​ສາ​ຫະກິດ​ການ​ບິນລາວໄດ້​ຖະ ແຫຼ​ງຢືນຢັນ​ວ່າ ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ກາ​ນບິນ ລາວ​ໄດ້​ມີ​ການ​ຂະ ຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ຜົນ​ປ​ະກອບ ການໃນ​ປີ 2011 ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ​ກໍ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ກວ່າ 500 ຕື້​ກີບ ຫຼື​ເພີ່ມ​ຂຶ້ນຈາກ​ປີ 2010 ຄິດ​ເປັນ​ອັດຕາ​ສະ​ເລ່ຍ​ເກືອບ 20% ຈຶ່​ງ​ເຮັດ​ໃຫ້​ເຊື່ອ​ວ່າ​ໃນ​ປີ 2012 ນີ້ ສາຍ​ການບິ​ນລາວ​ຈະ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ ​ໃນ​ມູນ​ຄ່າ​ລວມບໍ່​ເກີນ​ກວ່າ 650 ຕື້​ກີບ​ຢ່າງ​ແນ່ນອນ.

ຄະນະບໍລິຫານງານຂອງການບິນລາວ ທີ່​ໄດ້​ຮັບ​ລາງວັນ​ດີ​ເດັ່ນຈາກ​ສະ​ຖາ​ບັນ​ ການ​ບິນ​ພົນລະ​ເຮືອນ​ນາໆ ​ຊາດ​
ຄະນະບໍລິຫານງານຂອງການບິນລາວ ທີ່​ໄດ້​ຮັບ​ລາງວັນ​ດີ​ເດັ່ນຈາກ​ສະ​ຖາ​ບັນ​ ການ​ບິນ​ພົນລະ​ເຮືອນ​ນາໆ ​ຊາດ​

ທັງ​ນີ້​ໂດຍ​ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ການ​ບິນ
​ລາວ ທີ່​ມີ​ການ​ຂະຫຍາຍຕົວ​ແລະ​ມີ​ຜົນ​ກໍາ​ໄລ​ເພີ່ມ​ຂຶ້ນຢ່າງ​ຕໍ່​
ເນື່ອງ​ດັ່ງກ່າວ ກໍ​ຍັງ​ເປັນ​ຜົນ​ເຮັດ​ໃຫ້ ​ໄດ້​ຮັບ​ລາງວັນ​ດີ​ເດັ່ນຈາກ​
ສະ​ຖາ​ບັນ​ການ​ບິນ​ພົນລະ​ເຮືອນ​ນານາ​ຊາດ​ທັງ​ໃນ​ສະຫະລັດ
​ເຢຍຣະມັນ ອັງກິດ ​ແລະ​ຝຣັ່ງມາ​ແລ້ວ​ຫຼາຍ​ຄັ້ງ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ມີ​ຜູ້​ໂດຍສານ​ທັງ​ພາຍ​ໃນ ແລະ​ຕ່າງປະ
​ເທດ​ໄດ້​ພາກັນ​ໃຊ້​ບໍລິການ​ຂອງ​ສາຍ​ການບິນ​ລາວ​ເພີ່ມ​ຂຶ້ນ
ທຸກໆ​ປີ ກໍ​ຄື​ຈາກ 5 ​ແສນ​ກວ່າ​ຄົນ​ໃນ​ປີ 2001 ​ເປັນ​ຫຼາຍ​ກວ່າ​ 9 ​ແສນ​ຄົນ​ໃນ​ປີ 2012 ນີ້​ກໍຍັງ​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ​ໄດ້​ວາງເປົ້າໝາຍ​ທີ່​ຈະ​ໃຊ້​ເງິນ​ທຶນ​ເຖິງ 200 ລ້ານ​ ໂດ​ລາ ສໍາລັບ​ຈັດຊື້​ເຮືອບິນ​ຂະໜາດ 150-200 ບ່ອນ​ນັ່ງ​ເພີ່ມ​ຂຶ້ນອີກ 4 ລໍາ ​ເປັນ​ຢ່າງ​ໜ້ອຍ ພາ​ຍ​ໃນ​ປີ 2015 ອີກ​ດ້ວຍ.

ສ່ວນ​ເຮືອບິນ Airbus–320A ທັງ​ສອງ​ລໍາ​ດັ່ງກ່າວ ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ໄດ້​ສັ່ງ​ຊື້​
ມາ​ໃນ​ລາຄາ​ລວມກັນ​ເຖິງ 91 ລ້ານ​ໂດ​ລາ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜຸນ​ເງິນ​ກູ້​ຈາກ​ທະ
ນາຄານ​ແຫ່ງ​ຊາດ​ລາວ​ກັບ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ຂອງ ລັດຖະບານ​ລາວ​ໃນ​ມູນ​ຄ່າ 20 ລ້ານ​ໂດ​ລາ ​ແລະ 70 ລ້ານ​ໂດ​ລາມ​ຕາມ​ລໍາດັບ ​ແລະ​ສໍາລັບ​ເງິນ​ທຶນ​ທີ່​ຈະ​ນໍາ​ໃຊ້​ໃນ​ການຈັດ​ຊື້​ເຮືອບິນ​ຂະໜາດ​ໃຫຍ່​ເພີ່ມ​ຂຶ້ນອີກ 4 ລໍາ ພາຍ​ໃນ​ປີ 2015 ຊຶ່ງ​ຈະ​ມີ​ມູນ​ຄ່າເຖິງ 200 ລ້ານ​ໂດ​ລາ​ນັ້ນ ກໍ​ຄາດໝາຍ​ວ່າ ຈະ​ກູ້​ຢືມ​ຈາກ​ທະນາຄານ​ຂອງ​ລັດຖະບານ​ຈີນ​ເປັນ​ດ້ານ​ຫຼັກ.
XS
SM
MD
LG