ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຍົນບໍ່ມີຄົນຂັບຫລື Drones ສັງຫານ ກຸ່ມອາລຄາອີດາ 11 ຄົນ ໃນເຢເມນ


ແຜນທີ່ປະເທດເຢເມນ
ແຜນທີ່ປະເທດເຢເມນ

ບັນດາ​ເຈົ້າໜ້າ​ທີ່​ໃນ​ເຢ​ເມນກ່າວ​ວ່າ ຍົນທີ່​ສົງ​ໃສ​ວ່າເປັນ​ຍົນ​ບໍ່​ມີ​ຄົນ​ຂັບ ຫລື​ໂດຣນ ​ຂອງສະຫະລັດ​ນັ້ນ​ ​ໄດ້​ສັງຫານ​ພວກ​ກົວ​ຕໍ່ສູ້​ຂອງ​ກຸ່ມ​ອາລ ຄາ​ອີ​ດາ ຢ່າງ​ໜ້ອຍ 11 ຄົນ​ຢູ່​ໃນ​ເຂດພາກ​ໃຕ້​ຂອງ​ເຢ​ເມນ.

ບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຂອງ​ເຢ​ເມນ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ຢ່າງ​ໜ້ອຍນຶ່ງຄົນ​ໃນ​ຈໍານວນ​ດັ່ງກ່າວ ທີ່ຖືກ​ສັງຫານຢູ່​ໃກ້ເຂດຊາຍ​ແດນ​ແຂວງ Marib ​ແລະ ​ແຂວງ Shabwa ນັ້ນ ​ແມ່ນ​ເປັນ​ຄົນ​ສັນຊາດ​ອີ​ຈິບ.

ວໍ​ຊິງ​ຕັນ​ຍັງ​ບໍ່​ຮັບ​ຮູ້​ວ່າ ສະຫະລັດ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີເມື່ອວັນ ​ເສົານັ້ນ​ຫລືບໍ່.

ການ​ໂຈມ​ຕີໂດຍຍົນ​ບໍ່​ມີ​ຄົນ​ຂັບ​ຫລື​ໂດຣນ ໄດ້ມີ​ເພີ່ມ​ຂື້ນ​ຢູ່ ​ໃນ​ເຂດ​ພາກ​ໃຕ້​ຂອງ​ເຢ​ເມນ ນັບ​ຕັ້ງ​ແຕ່​ທ່ານ Abed Rabbo Mansour Hadi ປະທາ ນາທິບໍດີ​ຄົນ​ໃໝ່​ຂອງ​ເຢ​ເມນເຂົ້າມາ​ຮັບ​ຕໍາ​ແໜ່​ງ​ໃນ​ເດືອນກຸມພາ​ຜ່ານ​ມາ​ນີ້.

ສາຂາ​ຂອງກຸ່ມ​ອາລຄາ​ອີ​ດາໃນ​ປະ​ເທ​ດເຢ​ເມນ ທີ່​ເອີ້ນ​ວ່າ ອາລຄາ​ອີ​ດາ​ໃນ​ເຂດ​ແຫລມ​ອາຣັບ ​ແມ່ນ​ຮູ້​ກັນ​ວ່າ ​ເປັນ​ກຸ່ມນຶ່ງ​ທີ່​ອັນ​ຕະລາຍ​ທີ່​ສຸດ.

ການ​ໂຈມ​ຕີໃນ​ມື້ວານ​ນີ້ ​ແມ່ນ​ມີ​ຂຶ້ນນຶ່ງ​ອາທິດ​ຫລັງ​ຈາກ​ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ບັ້ນ​ນຶ່ງ​ຂອງ​ສະຫະລັດ ​ໄດ້​ສັງຫານ​ນາຍ Fahd al-Quso ຜູ້​ນໍາ​ອາວຸ​ໂສ​ຂອງ​ກຸ່ມ​ອາລຄາ​ອີ​ດາ ​ໃນ​ແຂວງ Shabwa ນັ້ນ.

ສະຖານທູດ​ເຢ​ເມນ​ທີ່​ນະຄອນ​ຫລວງ​ວໍ​ຊິງ​ຕັນ ກ່າວ​ວ່າ ນາຍ ຄູ​ໂຊ ​ເປັນຜູ້​ນຶ່ງ​ໃນ​ບັນດາພວກ​ກໍ່​ການ​ຮ້າຍ​ທີ່​ຕ້ອງການ​ຕົວ​ຫລາຍ​ທີ່​ສຸດ ​ໃນ​ເຢ​ເມນ.

XS
SM
MD
LG