ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກລູກເຮືອ ຢ່າງນ້ອຍ 47 ຄົນ ຫາຍສາບສູນ ຢູ່ຫວຽດນາມ


ແຜ່ນທີ່ຫວຽດນາມ
ແຜ່ນທີ່ຫວຽດນາມ

ພວກລູກເຮືອ ຢ່າງນ້ອຍ 47 ຄົນ ຫາຍສາບສູນ ຢູ່ຫວຽດນາມ
ພວກລູກເຮືອ ຢ່າງນ້ອຍ 47 ຄົນ ຫາຍສາບສູນ ຢູ່ຫວຽດນາມ

ເຈົ້າໜ້າທີ່ຫວຽດນາມພວມຊອກຄົ້ນຫາພວກລູກເຮືອຢ່າງນ້ອຍ 47 ຄົນທີ່ຫາຍສາບສູນ
ໃນເຂດທະເລຈີນໃຕ້ ຫຼັງຈາກລົມພາຍຸໄດ້ເຮັດໃຫ້ກຳປັ່ນບັນທຸກລຳນຶ່ງ ແລະເຮືອຫາປາອີກ
20 ກວ່າລຳຫຼົ້ມ.

ເຈົ້າໜ້າທີ່ກ່າວໃນວັນອັງຄານມື້ນີ້ວ່າ ມີ 23 ຄົນຍັງຊອກ​ຫາ​ບໍ່​ເຫັນຊຶ່ງ​ເປັນພວກລູກເຮືອ
ຂອງກຳປັ່ນບັນທຸກ Phu Tan ທີ່ໄດ້ຫຼົ້ມໃນມື້ວັນພະຫັດແລ້ວ ຢູ່ໃນບໍລິເວນລະຫວ່າງ
ຫວຽດນາມຫາເກາະໄຮນັງຂອງຈີນ. ລູກເຮືອ 3 ຄົນຂອງກຳປັ່ນ ລຳນີ້ຖືກຊ່ອຍຊີວິດໄວ້
ໄດ້ ແລະມີການພົບຊາກສົບຜູ້ເສຍຊີວິດ 1 ຄົນ.

ນອກນັ້ນແລ້ວ ພວກເຈົ້າໜ້າທີ່ຍັງຊອກຄົ້ນຫາຊາວປະມົງອີກ 20 ຄົນທີ່ເຮືອຫາປາຂອງ
ພວກເຂົາເຈົ້າໄດ້ຫຼົ້ມ ໃນທ້າຍສັບປະດາຜ່ານ​ມາຢູ່ນອກຝັ່ງເກາະ Con Dao ຂອງຫວຽດ
ນາມ. ເຮືອລຳນີ້ແມ່ນນຶ່ງໃນພວກເຮືອ 20 ກວ່າລຳທີ່ໄດ້ຫຼົ້ມຍ້ອນລົມພາຍຸໄດ້ພັດຖະຫຼົ່ມ
ຊາຍຝັ່ງທະເລຂອງຫວຽດນາມ ແຕ່ມື້ວັນພຸດຫາວັນສຸກແລ້ວ.

ເຈົ້າໜ້າທີ່ກ່າວອີກວ່າໄດ້ມີການພົບເຫັນສົບຄົນຕາຍ 5 ສົບ​ໃນ​ວັນ​ອັງຄານ​ມື້​ນີ້ແລະມີອີກ
ຢ່າງນ້ອຍ 4 ຄົນ ທີ່ຍັງຊອກຫາບໍ່ເຫັນເທື່ອ.

XS
SM
MD
LG