ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຜູ້ໃຊ້ X ທີ່ໄດ້ຮັບການຢັ້ງຢືນ ເອົາຮູບເກົ່າໃນ 20 ປີກ່ອນກັບມາໃຊ້ໃໝ່ ເພື່ອໂຄສະນາ ຊວນເຊື່ອ ກ່ຽວກັບໄພຂົ່ມຂູ່ຂອງກຸ່ມຮູຕີໃນທະເລແດງ


ພວກສະມາຊິກໜ່ວຍຍາມຝັ່ງຂອງເຢເມນ ທີ່ເປັນເຄືອຂ່າຍກັບກຸ່ມຮູຕີ ກຳລັງລາດຕະເວນໃນທະເລ ໃນຂະນະທີພວກຄົນພາກັນເດີນຂະບວນປະທ້ວງຢູ່ເມືອງທ່າເຮືອແຄມຝັ່ງທະເລແດງ ໂຮເດກັ ໃນການສະແດງຄວາມສາມັກຄີເປັນນ້ຳນຶ່ງໃຈດຽວກັບ ປະຊາຊົນຂອງກາຊາ, ວັນທີ 4 ມັງກອນ 2024. (AFP)
ພວກສະມາຊິກໜ່ວຍຍາມຝັ່ງຂອງເຢເມນ ທີ່ເປັນເຄືອຂ່າຍກັບກຸ່ມຮູຕີ ກຳລັງລາດຕະເວນໃນທະເລ ໃນຂະນະທີພວກຄົນພາກັນເດີນຂະບວນປະທ້ວງຢູ່ເມືອງທ່າເຮືອແຄມຝັ່ງທະເລແດງ ໂຮເດກັ ໃນການສະແດງຄວາມສາມັກຄີເປັນນ້ຳນຶ່ງໃຈດຽວກັບ ປະຊາຊົນຂອງກາຊາ, ວັນທີ 4 ມັງກອນ 2024. (AFP)
Ma000111 ມານູຈ໌ ຄາຣກາຣ

Ma000111 ມານູຈ໌ ຄາຣກາຣ

ຜູ້ໃຊ້ X ທີ່ມີໝາຍກວດສອບສີຟ້າເວົ້າວ່າ:

“ລູກ​ສອນ​ໄຟ​ຂອງ​ເຢ​ເມນ​ ໄດ້​ຍິງ​ໃສ່​ປະ​ເທດ​ພັນທະ​ມິດຂອງ​ອິສຣາແອລ. ກຳ​ປັ່ນ​ອັງ​ກິດ​ຢູ່​ທະ​ເລ​ແດງ ຊຶ່ງ​ເຮັດ​ໃຫ້​ເກີດການ​ລະ​ເບີດ​ສາມ​ຄັ້ງ,”

ຜິດ

ໃນວັນ​ທີ 4 ມັງກອນ ຜ່ານມາ​ນີ້ ບໍ່ເທົ່າໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ສະຫະລັດ ​ແລະ 13 ປະ​ເທດ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ກະບົດຮູຕີຂອງ​ເຢ​ເມນ ທີ່​ໜູນ​ຫຼັງ​ໂດຍ​ອີຣ່ານ​ ຍຸຕິ​ການ​ໂຈມ​ຕີ​ກຳ​ປັ່ນ​ພົນລະ​ເຮືອນ​ຢູ່​ທະ​ເລ​ແດງໂດຍດ່ວນ, ພວກຮູຕີກໍ​ໄດ້ສົ່ງ ແລະຈຸດຄະນວນໃສ່ເຮືອທີ່ບໍ່ມີຄົນຂັັບລຳ​ນຶ່ງ ​ທີ່ເຕັມໄປດ້ວຍວັດຖຸລະ​ເບີດ.

ພວກ​ກະບົດຮູຕີໄດ້ໂຈມ​ຕີ ​ແລະຈີ້ເອົາ​ກຳ​ປັ່ນ​ການ​ຄ້າ​ທີ່​ໄປຜ່ານ​ທະ​ເລ​ແດງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ສາມັກຄີ​ ຂອງ​ພວກ​ເຂົາກັບ​ກຸ່ມຮາມາສ ​ແລະ​ຕໍ່ຕ້ານ​ອິສຣາ​ແອ​ລ ນັບ​ຕັ້ງ​ແຕ່​ເດືອນ​ພະຈິກຜ່ານ​ມາ.

ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ບັງຄັບ​ໃຫ້​ພວກ​ຂົນ​ສົ່ງ​ສິນຄ້າ​ປ່ຽນ​ເສັ້ນທາງເດີນ​ເຮືອການ​ຄ້າ ຊຶ່ງ​ເຮັດ​ໃຫ້​ຄ່າ​ຂົນ​ສົ່ງ​ເພີ່ມ​ຂຶ້ນ ​ແລະຍືດເວລາໃນການ​ເດີນທາງ ​ແລະ ​ໄລຍະ​ທາງ​ອອກ​ໄປ​ຢ່າງ​ຫຼວງ​ຫຼາຍ.

ໂດຍເປັນສ່ວນນຶ່ງຂອງຍຸດທະວິທີການໂຄສະນາຊວນເຊື່ອຂອງເຂົາ ພວກຮູຕີໄດ້ເຜີຍແຜ່ ການກ່າວອ້າງທີ່ບໍ່ຖືກຕ້ອງວ່າ ພວກເຂົາມີແຕ່ໂຈມຕີກໍາປັ່ນ ທີ່ມີສ່ວນກ່ຽວພັນກັບ ຫຼື ໄປຜ່ານ ເພື່ອໄປຫາອິສຣາແອລເທົ່ານັ້ນ.

ພວກໃຊ້​ສື່​ສັງ​ຄົມ, ​ທີ່ປາກົດ​ວ່າ ເຫັນພ້ອມກັບເຫດຜົນຂອງ​ກຸ່ມຮູຕີ ໄດ້ໂຄສະນາເກີນຄວາມ ເປັນຈິງ ກ່ຽວກັບ​ໄພ​ຂົ່ມ​ຂູ່ທີ່ໂພສລົງໂດຍກຸ່ມ​ເຢ​ເມນ.

ອັນນີ້ ລວມທັງການນໍາເອົາຮູບພາບຂອງການໂຈມຕີກຳປັ່ນໃນອະດີດທີ່ກັບມາໃຊ້ຄືນນັ້ນ ສົ່ງຕໍ່ໃຫ້ຄົນອື່ນຢ່າງແຜ່ຫຼາຍ ແລະເຮັດໃຫ້ມັນເຊື່ອມຕໍ່ໃສ່ກັບເຫດການປັດຈຸບັນຢູ່ໃນທະເລແດງ ແບບບໍ່ຖືກກັບເປັນຄວາມຈິງ.

ນຶ່ງໃນຜູ້ເຜີຍແຜ່ເນື້ອຫາທີ່ປອມຢູ່ໃນ X ແມ່ນຜູ້ໃຊ້ທີ່ມີໝາຍກວດ​ສອບ​ສີ​ຟ້າ ຫລື blue-checked, ma000111 (Manooch Kargar). ບັນຊີທີ່ບໍ່ເປີດເຜີຍຊື່ນີ້ ໂພສຂ່າວປອມທີ່ຕໍ່ຕ້ານອິສຣາແອລຢູ່ເປັນປະຈຳ. ປ້າຍຂອງມັນສະແດງໃຫ້ເຫັນຮູບແຕ້ມທຸງຊາດອີຣ່ານ, ຊີວະປະຫວັດຫຍໍ້ຂອງມັນຂຽນວ່າ "EX IRGC" - ຊຶ່ງຫຍໍ້ມາຈາກຄໍາວ່າ ທະຫານພິທັກປະຕິວັດ ອິສລາມ - ແລະຮູບໂປຣໄຟຂອງມັນສະແດງໃຫ້ເຫັນຮູບພາບລໍ້ລຽນທີ່ເປັນຜູ້ຊາຍຢືນຢູ່ທາງຫລັງຂອງເວທີກ່າວສູນທອນພົດ ທີ່ຫຸ້ມດ້ວຍທຸງອິສຣາແອລ ກໍາລັງຈະຖືກດີດຫົວໂດຍມື ເດ່ອອກມາຈາກແຂນເສື້ອທີ່ມີຮູບທຸງຊາດ​ອີ​ຣ່ານ.

ໃນວັນທີ 3 ມັງກອນ, ma000111 ໄດ້ເອົາຮູບພາບຂອງເຮືອທີ່ໄດ້ຖືກທໍາລາຍຢູ່ໃນທະເລທີ່ປ່ອຍຄວັນດໍາເປັນຄື້ນໆ ອອກມາ. ບົດຄວາມນັ້ນເວົ້າວ່າ:

ພາບຈໍຂອງ X ຈາກຜູ້ໃຊ້ ma000111, ຊຶ່ງກ່າວອ້າງຢ່າງບໍຖືກຕ້ອງ ໃຫ້ເຫັນການໂຈມຕີຂອງກຸ່ມຮູຕີ ຕໍ່ກຳປັ່ນຂອງອັງກິດໃນທະເລແດງ.ແທ້ຈິງແລ້ວ ຮູບນີ້ ຈາກຕັ້ງແຕ່ເດືອນຕຸລາ 2002, ແລະໃຫ້ເຫັນການໂຈມຕີຂອງກຸ່ມອາລ-ໄກດາ ຕໍ່ກຳປັ່ນໃຫຍ່ຂອງຝຣັ່ງ.
ພາບຈໍຂອງ X ຈາກຜູ້ໃຊ້ ma000111, ຊຶ່ງກ່າວອ້າງຢ່າງບໍຖືກຕ້ອງ ໃຫ້ເຫັນການໂຈມຕີຂອງກຸ່ມຮູຕີ ຕໍ່ກຳປັ່ນຂອງອັງກິດໃນທະເລແດງ.ແທ້ຈິງແລ້ວ ຮູບນີ້ ຈາກຕັ້ງແຕ່ເດືອນຕຸລາ 2002, ແລະໃຫ້ເຫັນການໂຈມຕີຂອງກຸ່ມອາລ-ໄກດາ ຕໍ່ກຳປັ່ນໃຫຍ່ຂອງຝຣັ່ງ.

“ລູກ​ສອນ​ໄຟ​ຂອງ​ເຢ​ເມນ​ໄດ້​ຍິງ​ໂຈມ​ຕີ​ໃສ່​ປະ​ເທດ​ພັນທະ​ມິດຂອງ​ອິສຣາແອລ. ກຳ​ປັ່ນ​ອັງ​ກິດ​ຢູ່​ທະ​ເລ​ແດງ ຊຶ່ງ​ເຮັດ​ໃຫ້​ເກີດການ​ລະ​ເບີດ​ສາມ​ຄັ້ງ,”

ນັ້ນແມ່ນບໍ່ຖືກຕ້ອງ.

ຮູບ​ພາບ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ການ​ໃຫ້​ເຄຣ​ດິດ​ແກ່ອົງການຂ່າວ Agence France-Presse ທີ່​ຖ່າຍ​ໃນ​ວັນ​ທີ 6 ຕຸ​ລາ 2002.

ມັນສະແດງໃຫ້ເຫັນກໍາປັ່ນບັນທຸກນໍ້າມັນຂະໜາດໃຫຍ່ລິມເບີກ (Limburg) ຂອງຝຣັ່ງຢູ່ນອກຝັ່ງທະເລຂອງທ່າເຮືອອາລ-ມຸກຄາລລາ (al-Mukalla) ທາງພາກຕາເວັນອອກສຽງໃຕ້ຂອງເຢເມນ ພາຍຫຼັງເຮືອນ້ອຍທີ່ເຕັມໄປດ້ວຍວັດຖຸລະເບີດ ໄດ້ຖືກຈຸດຄະນວນໃຫ້ລະເບີດແຕກຂຶ້ນຢູ່ຂ້າງມັນ. ການ​ໂຈມ​ຕີ​ຄັ້ງ​ນີ້​ ໄດ້​ສັງຫານ​ລູກ​ເຮືອ 1 ຄົນ ​ແລະເຮັດໃຫ້​ບາດ​ເຈັບ 12 ຄົນ.

ອົງການຈີຮາດລະດັບໂລກ ອາລ-ຄາຍດາ (al-Qaida) ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ. ພວກ​ກະບົດຮູຕີ​ແມ່ນ​ອົງການ​ການ​ເມືອງ ​ແລະ​ການ​ທະຫານ​ຂອງ​ຊາວ​ອິສລາມນິກາຍຊີໄອ (Shiite). ອາລ-ຄາຍດາ ທີ່ຍຶດຫມັ້ນຢູ່ກັບອິສລາມນິກາຍຊູນນີ ທີ່ຖືມູນເດີມ ຖືວ່າພວກອິສລາມຊີໄອ ອອກນອກຮີດນອກຄອງສາສະໜາ ແລະມີຈຸດປະສົງເພື່ອກໍາຈັດສາວົກຂອງຕົນ.

ໃນວັນ​ທີ 30 ທັນ​ວາຜ່ານມາ​ນີ້, ຜູ້​ເຜີຍ​ແຜ່​ຂ່າວ​ທີ່ບໍ່​ຈິງທີ່ຕໍ່ຕ້ານອິ​ສ​ຣາ​ແອລ​ທີ່​ໂດດ​ເດັ່ນ​ຫຼາຍ​ຄົນ, ລວມ​ທັງມາແຣມ ຊຸສລີ (Maram Susli), ຫຼື “ສາວຊີເຣຍ” (“Syrian Girl”), ຜູ້​ໃຊ້ X ທີ່​ມີ​ໝາຍກວດ​ສອບ​ສີ​ຟ້າ​ທີ່​ມີ​ຜູ້​ຕິດ​ຕາມ​ຫຼາຍ​ກວ່າ 200,000 ຄົນ ໄດ້​ເອົາ​ຮູບ​ກຳ​ປັ່ນ​ໄຟ​ໄໝ້​ອີກ​ລຳ​ນຶ່ງທີ່​ນາງ​ໄດ້ກ່າວ​ອ້າງແບບຜິດໆວ່າ​ເປັັນ​ການ​ໂຈມ​ຕີ​ຂອງຮູຕີ ໃສ່ກຳ​ປັ່ນທີ່ມີສ່ວນ “ກ່ຽວ​ພັນ​ກັບ​ອິສ​ຣາ​ແອລ”.

ໂດຍອ້າງອີງເຖິງຊ່ອງຂ່າວອາລ ມາຢາດີນ (Al Mayadeen) ຂອງເລບານອນ ທີ່ເຫັນພ້ອມ ກັບກຸ່ມເຮສໂບລາ (Hezbollah) ວ່າ ເປັນແຫຼ່ງຂ່າວຂອງນາງ, ນາງຊຸສລີ (Susli) ຂຽນວ່າ:

“ການໂຈມຕີຂອງກຸ່ມຮູຕີຄັ້ງໃໝ່ໃສ່ກຳປັ່ນທີ່ມີສ່ວນກ່ຽວພັນກັບອິສຣາແອລໃນທະເລແດງ. ປານໃດເດ້ພວກຄົນເຫຼົ່ານີ້ຊິຮຽນຮູ້ໄວ້ຈັກເທື່ອແດ່, ເຈົ້າຖືກປິດລ້ອມໄວ້ໝົດແລ້ວ! ອິສຣາແອລ, ອາເມຣິກາບໍ່ສາມາດຊ່ວຍເຈົ້າໄດ້ດອກ.”

ພາບຖາຍຈາກຈໍຂອງສື່ສັງຄົມ X ຈາກ ມາຣາມ ສູສລີ, ຫຼື “ເດັກຍິງຊີເຣຍ,” ຊຶ່ງເປັນຜູ້ໃຊ້ມີໝາຍກວດສອບສີຟ້າ, ກ່າວອ້າງຢ່າງບໍ່ຖືກຕ້ອງ ເພື່ອສະແດງໃຫ້ເຫັນການໂຈມຕີຂອງຮູຕີ ຕໍ່"ກຳປັ່ນທີ່ເຊື່ອມໂຍງກັບອິສຣາແອລ." ແທ້ຈິງແລ້ວ ພາບນີ້ ໃຫ້ເຫັນນຶ່ງໃນສອງກຳປັ່ນຖືກໂຈມຕີຢູ່ໃນທະເລຂອງໂອມານ ໃນເດືອນມິຖຸນາ, 2019.
ພາບຖາຍຈາກຈໍຂອງສື່ສັງຄົມ X ຈາກ ມາຣາມ ສູສລີ, ຫຼື “ເດັກຍິງຊີເຣຍ,” ຊຶ່ງເປັນຜູ້ໃຊ້ມີໝາຍກວດສອບສີຟ້າ, ກ່າວອ້າງຢ່າງບໍ່ຖືກຕ້ອງ ເພື່ອສະແດງໃຫ້ເຫັນການໂຈມຕີຂອງຮູຕີ ຕໍ່"ກຳປັ່ນທີ່ເຊື່ອມໂຍງກັບອິສຣາແອລ." ແທ້ຈິງແລ້ວ ພາບນີ້ ໃຫ້ເຫັນນຶ່ງໃນສອງກຳປັ່ນຖືກໂຈມຕີຢູ່ໃນທະເລຂອງໂອມານ ໃນເດືອນມິຖຸນາ, 2019.

ຊູໄລມານ ອາເມດ (Sulaiman Ahmed), ຜູ້ໃຊ້ X ທີ່ມີໝາຍກວດ​ສອບ​ສີ​ຟ້າອີກຄົນນຶ່ງແລະພັນລະນາຕົນເອງວ່າເປັນນັກຂ່າວດ້ານການສືບສວນທີ່ໄດ້ເອົາຂ່າວປອມອັນອື່ນກ່ຽວກັບສົງຄາມລະຫວ່າງອິສຣາແອລ-ຮາມາສໄປເຜີຍແຜ່ຕໍ່ ຍັງໄດ້ເອົາຮູບພາບນັ້ນສົ່ງຕໍ່ໄປໃຫ້ ຄົນອື່ນໆ ໂດຍມີຄໍາບັນລະຍາຍວ່າ:

"ຂ່າວດ່ວນ: ການໂຈມຕີໃຫມ່ຂອງກຸ່ມຮູ​ຕີເຢ​ເມນຕໍ່​ກຳ​ປັ່ນ​ທີ່ມີສ່ວນ​ກ່ຽວພັນກັບ​ອິ​ສ​ຣາ​ແອ​ລ ໃນ​ທະ​ເລ​ແດງ"

ຮູບ​ພາບ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ລຳ​ນຶ່ງ​ໃນຈໍານວນ​ສອງ​ລຳ​ທີ່​ຖືກ​ໂຈມ​ຕີ ​ຢູ່​ທະ​ເລ​ໂອ​ມານ, ນອກ​ຝັ່ງ​ທະ​ເລ​ຂອງ​ອີ​ຣ່ານ, ໃນ​ເດືອນມິຖຸນາ 2019.

ສະຫະລັດ​ໄດ້​ກ່າວ​ຫາ​ອີຣ່ານວ່າ ​ໄດ້​ທໍາ​ການ​ໂຈມ​ຕີ​ດັ່ງກ່າວ. ເຕຫະຣ່ານ ປະຕິເສດຕໍ່ການກ່າວຫານັ້ນ.

ຂໍ້ຄວາມຂອງຊຸສລີ (Susli) ແລະອາເມດ (Ahmed) ຕໍ່ມາໄດ້ຖືກໝາຍກາ (tag) ດ້ວຍຄໍາວ່າ Reader Context, ໂດຍບອກວ່າ ຮູບພາບດັ່ງກ່າວບໍ່ໄດ້ແມ່ນເລື້ອງທີ່ເກີດຂຶ້ນໃນປັດຈຸບັນ ແລະ ບໍ່ສະແດງໃຫ້ເຫັນການໂຈມຕີຂອງຮູຕີເຊັ່ນກັນ.

ດັ່ງທີ່ Polygraph.info ສະແດງໃຫ້ເຫັນໃນເມື່ອກ່ອນ, X, ເຊິ່ງໃນເມື່ອກ່ອນແມ່ນ Twitter ໄດ້ຕົກຢູ່ພາຍໃຕ້ການກວດສອບຫຼາຍໆຄັ້ງ ຍ້ອນຖືກກ່າວຫາວ່າເປັນເວທີໃຫ້ແກ່ພວກເຜີຍແຜ່ເນື້ອຫາທີ່ບໍ່ຈິງ ແລະເຮັດໃຫ້ຄົນເຂົ້າໃຈຜິດຢ່າງຕໍ່ເນື່ອງ. ດັ່ງດຽວກັນກັບກໍລະນີຂ້າງເທິງນີ້, ເຂົາເຈົ້າມັກຈະເອົາວິດີໂອເກົ່າ ແລະ/ຫຼືບໍ່ ກໍຮູບພາບທີ່ບໍ່ກ່ຽວຂ້ອງກັນກັບພາບຂອງສົງຄາມອິສຣາແອລ-ຮາມາສ ມາເຜີຍແຜ່ໃຫ້ຄົນເຊື່ອວ່າມັນກໍາລັງເກີດຂຶ້ນແທ້.

ການກ່າວອ້າງທີ່ບໍ່ຖືກຕ້ອງຫຼາຍຢ່າງທີ່ບັນທຶກໄວ້ໂດຍເວັບໄຊທ໌ Polygraph.info ນັບຕັ້ງແຕ່ສົງຄາມອິສຣາແອລ-ຮາມາສໄດ້ເລີ່ມຂຶ້ນໃນວັນທີ 7 ຕຸລາ 2023 ມີຕົ້ນກຳເນີດມາຈາກ X.

ຜູ້ໃຊ້ X ທີ່ໂດດເດັ່ນຫຼາຍສິບຄົນທີ່ເຜີຍແຜ່ຂໍ້ມູນທີ່ບໍ່ຈິງກ່ຽວກັບສົງຄາມອິສຣາແອລ-ຮາມາສເປັນປະຈຳໄດ້ເຫັນວ່າ ຄ້າຍຜູ້ໃຊ້ຂອງພວກເຂົາເຕີບໃຫຍ່ຂຶ້ນເລື້ອຍໆ. ປາກົດວ່າ ຈໍານວນນຶ່ງໃນກຸ່ມພວກເຂົາປະເຊີນກັບຜົນຕາມມາຍ້ອນ "ການກະຈາຍຂ່າວທີ່ເຮັດໃຫ້ຄົນເຂົ້າໃຈຜິດໄປໃຫ້ເຄືອຂ່າຍຜູ້ຕິດຕາມເຂົາເຈົ້າທີ່ມີຈໍານວນຫຼວງຫຼາຍ", ອີງຕາມການກວດພົບຂອງການສືບສວນອັນນຶ່ງທີ່ຖືກເປີດເຜີຍອອກມາໂດຍ ProPublica ໃນເດືອນທັນວາ 2023 ຜ່ານມາ.

ການສືບສວນກ່ອນຫນ້ານັ້ນໂດຍນີວສກາດ (NewsGuard) ທີ່ເປັນບໍລິສັດວິເຄາະຂໍ້ມູນພົບວ່າຜູ້ໃຊ້ X ທີ່ມີໝາຍກວດສອບສີຟ້າໄດ້ກວມເອົາ 74 ເປີເຊັນຂອງການກ່າວອ້າງທີ່ບໍ່ຖືກຕ້ອງຫຼື ບໍ່ມີຫຼັກຖານຫຼາຍທີ່ເຜີຍແຜ່ອອກໄປຫຼາຍທີ່ສຸດຂອງເວທີດັ່ງກ່າວໃນອາທິດທໍາອິດຂອງສົງຄາມອິສຣາແອລ-ຮາມາສ.

ໃນວັນທີ 18 ທັນວາ, ຄະນະກໍາມາ​ທິການຢູໂຣບໄດ້ປະກາດວ່າ ຕົນກໍາລັງດໍາເນີນການທາງກົດໝາຍຢ່າງເປັນທາງການຕໍ່ບໍລິສັດ X ພາຍໃຕ້ກົດຫມາຍວ່າດ້ວຍການບໍລິການທາງດິຈິຕອລ, ຫຼື DSA ໂດຍອ້າງເຖິງຄວາມກັງວົນຂອງຕົນກ່ຽວກັບ "ການເຜີຍແຜ່ເນື້ອຫາທີ່ຜິດກົດຫມາຍ ໃນສະພາບການໂຈມຕີກໍ່ການຮ້າຍຂອງກຸ່ມຮາມາດ ຕໍ່ອິສຣາແອລ," ແລະເລື້ອງອື່ນໆ.

XS
SM
MD
LG