ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະລັດ ບັງຄັບໃຫ້ກວດຫາ ເຊື້ອໄຂ້ຫວັດນົກ ສຳລັບນົມງົວ ທີ່ເຄື່ອນຍ້າຍລະຫວ່າງລັດຕ່າງໆ ໃນທົ່ວປະເທດ


ແຟ້ມພາບ - ພາບຖ່າຍຂອງພວກງົວນົມ ຢູ່ຟາມງົວແຫ່ງນຶ່ງໃນລັດ ຄາລີຟໍເນຍ, ວັນທີ 23 ພະຈິກ 2016. ອົງການອາຫານແລະຢາ ສະຫະລັດ ໄດ້ກ່າວໃນວັນທີ 23 ເມສາ 2024, ວ່າ ຕົວຢ່າງຂອງນົມງົວທີ່ປຸງແຕ່ງແລ້ວ ໄດ້ກວດພົບເປັນບວກສຳລັບໄວຣັສໄຂ້ຫວັດນົກ ທີ່ໄດ້ຕິດແປດພວກງົວນົມ.
ແຟ້ມພາບ - ພາບຖ່າຍຂອງພວກງົວນົມ ຢູ່ຟາມງົວແຫ່ງນຶ່ງໃນລັດ ຄາລີຟໍເນຍ, ວັນທີ 23 ພະຈິກ 2016. ອົງການອາຫານແລະຢາ ສະຫະລັດ ໄດ້ກ່າວໃນວັນທີ 23 ເມສາ 2024, ວ່າ ຕົວຢ່າງຂອງນົມງົວທີ່ປຸງແຕ່ງແລ້ວ ໄດ້ກວດພົບເປັນບວກສຳລັບໄວຣັສໄຂ້ຫວັດນົກ ທີ່ໄດ້ຕິດແປດພວກງົວນົມ.

ລັດຖະບານສະຫະລັດ ຈະບັງຄັບໃຫ້ມີການກວດຫາໄຂ້ຫວັດນົກຢູ່ໃນນົມງົວທີ່ກຳລັງເຄື່ອນຍ້າຍລະຫວ່າງລັດຕ່າງໆ ເລີ້ມຕົ້ນໃນວັນຈັນຈະມາເຖິງນີ້ ຂະນະທີ່ບັນດາເຈົ້າໜ້າທີ່ລັດຖະບານກາງ ພວມເພີ້ມມາດຕະການຮັບມືກັບການລະບາດຂອງພວກເຂົາເຈົ້າຢູ່ນັ້ນ ທີ່ວ່າ ໄດ້ແຜ່ກະຈາຍເຂົ້າໄປໃນສະບຽງນົມງົວຂອງສະຫະລັດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ລັດຖະມົນຕີກະຊວງກະສິກຳ ທ່ານທອມ ວີລແຊັກຄ໌ ໃນວັນພຸດທີ່ຜ່ານມານີ້ ໄດ້ກ່າວວ່າ ຫ້ອງກວດໝົດທຸກແຫ່ງ ແລະບັນດາສັດຕະວະແພດຂອງລັດທັງຫຼາຍໃນປະເທດ ຕ້ອງລາຍງານການກວດທີ່ອອກມາເປັນບວກ ແລະກະຊວງກະສິກຳຂອງສະຫະລັດ ຫຼື USDA ຈະຈ່າຍຄ່າກວດທີ່ເພີ້ມຂຶ້ນນັ້ນ.

ມາດຕະການດັ່ງກ່າວ ແນໃສ່ເພື່ອຄວບຄຸມການແຜ່ກະຈາຍຂອງພະຍາດໄຂ້ຫວັດນົກ ຊຶ່ງໄດ້ຖືກລາຍງານວ່າ ມີຢູ່ໃນ 8 ລັດ ແລະ 33 ຝູງງົວນົມ ນັບຕັ້ງແຕ່ມັນໄດ້ຖືກກວດພົບຄັ້ງທຳອິດ ໃນທ້າຍເດືອນມີນາ ຢູ່ໃນລັດເທັກຊັສ. ຄົນຜູ້ນຶ່ງໄດ້ສຳພັດກັບຝູງງົວລ້ຽງທີ່ໄດ້ຖືກກວດພົບເປັນບວກສຳລັບພະຍາດດັ່ງກ່າວ ແລະໄດ້ຕິດພະຍາດຕາແດງ.

ດຣ. ໄມໂກລ ໂວໂຣບີ ນັກຊີວະວິທະຍາດ້ານວິວັດທະນາການ ຢູ່ມະຫາວິທະຍາໄລ ອາຣິໂຊນາ ໄດ້ກ່າວວ່າ ອີງຕາມຂໍ້ມູນໃໝ່ ມັນປາກົດວ່າ ການຕິດແປດກັບ ໄວຣັສ H5N1 ໃນນົມງົວ ໄດ້ເກີດຂຶ້ນຜ່ານການແຜ່ເຊື້ອໃນເຫດການພຽງຄັ້ງດຽວຈາກນົກໂຕນຶ່ງ ໄປຫາງົວໂຕນຶ່ງ ໃນຕອນໃດຕອນນຶ່ງ ເມື່ອທ້າຍປີ 2023 ເປັນໄປໄດ້ສູງໃນເດືອນທັນວາ.

ທ່ານໝໍ ໂວໂຣບີ ແລະບັນດາເພື່ອນຮ່ວມງານ ໄດ້ວິໄຈລຳດັບພັນທຸກຳຂອງໄວຣັສນັ້ນ ທີ່ໄດ້ນຳສົ່ງໃຫ້ໂດຍ USDA ເມື່ອທ້າຍອາທິດແລ້ວນີ້.

ອົງການອາຫານແລະຢາຂອງສະຫະລັດ ຫຼື USFDA ໄດ້ລາຍງານໃນວັນອັງຄານຜ່ານມານີ້ ວ່າ ຕົນໄດ້ພົບເຫັນເມັດໄວຣັສໄຂ້ຫວັດນົກຈຳນວນນຶ່ງຢູ່ໃນຕົວຢ່າງຂອງນົມງົວທີ່ໄດ້ຜ່ານການປຸງແຕ່ງແລ້ວນັ້ນ ແຕ່ໄດ້ກ່າວວ່າ ມັນຍັງປອດໄພສຳລັບການບໍລິໂພກຂອງມະນຸດ ຂະນະທີ່ນົມງົວໄດ້ຖືກຕົ້ມເຖິງອຸນຫະພູມສູງພໍທີ່ຈະຂ້າພວກພະຍາດແລະໄວຣັສຕ່າງໆ ທີ່ເປັນອັນຕະລາຍນັ້ນ.

ທ່ານ ວີລແຊກ ໄດ້ກ່າວວ່າ ສະບຽງນົມງົວຂອງສະຫະລັດ ແມ່ນປອດໄພ “ອີງຕາມຂໍ້ມູນທີ່ພວກເຮົາມີຢູ່ໃນປັດຈຸບັນນີ້” ໂດຍກ່າວຕື່ມວ່າ ບໍ່ມີໄວຣັສທີ່ມີຊີວິດ ໄດ້ຖືກພົບເຫັນເລີຍ.

The U.S. government will require dairy cattle moving between states to be tested for bird flu starting on Monday as federal officials ramp up their response to an outbreak that has bled over into the U.S. milk supply.

Agriculture Secretary Tom Vilsack on Wednesday said all laboratories and state veterinarians in the country must report positive tests, and the U.S. Department of Agriculture (USDA) would pay for increased testing.

The measures aim to contain the spread of bird flu, which has been reported in eight states and 33 dairy herds since it was first detected in late March in Texas. A person exposed to cattle tested positive for the disease and suffered conjunctivitis.

Dr. Michael Worobey, an evolutionary biologist at the University of Arizona, said based on new information, it appears that infections with the H5N1 virus in dairy cattle occurred through a single transmission event from a bird to a cow sometime in late 2023, likely in December.

Worobey and colleagues analyzed genetic sequences of the virus released by the USDA over the weekend.

The U.S. Food and Drug Administration reported on Tuesday that it found bird flu virus particles in some pasteurized milk samples, but said it remains safe for human consumption as such milk has been heated to a high temperature to kill harmful bacteria and viruses.

Vilsack said the U.S. milk supply is safe "based on the information we currently have available," adding that no live virus has been found.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG