ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານໂອບາມາ ແລະຄູ່ແຂ່ງ ຂຸ້ນຂ້ຽວຫາສຽງ ກ່ອນການເລືອກຕັ້ງ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະຄູ່ແຂ່ງ
ຈາກພັກ ຣີພັບບລິກັນ ທ່ານມິດ ຣອມນີ ກ່າວຕໍ່ຜູ້ຊົມ ໃນການໂຕ້ວາທີ ທີ່ມະຫາວິທະຍາໄລ Hofstra ໃນວັນທີ 16 ຕະລາ, 2012, ທີ່ເມືອງ Hempstead, ລັດນີວຢອກ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະຄູ່ແຂ່ງ ຈາກພັກ ຣີພັບບລິກັນ ທ່ານມິດ ຣອມນີ ກ່າວຕໍ່ຜູ້ຊົມ ໃນການໂຕ້ວາທີ ທີ່ມະຫາວິທະຍາໄລ Hofstra ໃນວັນທີ 16 ຕະລາ, 2012, ທີ່ເມືອງ Hempstead, ລັດນີວຢອກ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະຄູ່ແຂ່ງ
ຈາກພັກ ຣີພັບບລິກັນ ທ່ານມິດ ຣອມນີຕ່າງກໍໄດ້ເພີ້ມການ
ໂຄສະນາຫາສຽງເພື່ອຮຽກຮ້ອງເອົາຄວາມສົນໃຈຈາກບັນດາ
ຜູ້ມີສິດປ່ອນບັດຢູ່ໃນບັນດາລັດທີ່ ຍັງບໍ່ທັນມີຝ່າຍໃດກຳຄະ
ແນນສຽງໄດ້ຢ່າງເດັດຂາດ ຊຶ່ງອາດຈະເປັນກະແຈສຳຄັນ
ໃນການຕັດສິນຊີ້ຂາດ ຜົນການເລືອກຕັ້ງໃນເດືອນພະຈິກນີ້.

ໃນການປະກົດໂຕຢູ່ລັດເວີຈີເນຍນັ້ນ ທ່ານ ໂອບາມາ ໄດ້ໂອ້ລົມ
ກັບຜູ້ມີສິດປ່ອນບັດຜູ້ຍິງ ຊຶ່ງທ່ານເວົ້າວ່າ ທ່ານຣອມນີ ອາດ
“ໝູນໂມງກັບຄືນຫລັງ” ສຳລັບພວກຜູ້ຍິງໃນເລື້ອງຕ່າງໆເຊັ່ນ
ການທໍາແທ້ງລູກ ແລະການປະຕິບັດຢ່າງສະເໝີພາບຢູ່ບ່ອນ
ທໍາງານ.

ທ່ານ ຣອມນີ ແລະທ່ານ Paul Ryan ຄູ່ສະມັກຮ່ວມຂອງທ່ານ ມີແຜນທີ່ຈະໄປຫາສຽງ ທີ່ ລັດຟລໍຣິດາ ໃນຕອນແລງຂອງວັນສຸກ ວານນີ້.

ໃນວັນພະຫັດຜ່ານມາ ທ່ານ ຣອມນີ ໄດ້ຂຶ້ນເວທີຮ່ວມກັບທ່ານໂອບາມາ ໃນງານລ້ຽງສົບ ທົບທຶນການກຸສົນ ທີ່ນະຄອນນີວຢ໊ອກ ຊຶ່ງເປັນເຈົ້າພາບໂດຍສັງຄະມົນທົນຄາທໍລິກ.

ການຢັ່ງຫາງສຽງເມື່ອໝໍ່ໆມານີ້ ສະແດງໃຫ້ເຫັນວ່າ ທັງສອງທ່ານແມ່ນມີຄະແນນໃກ້ຄຽງ ກັນຫຼາຍ ໂດຍທີ່ຍັງມີເວລາບໍ່ພໍສາມອາທິດ ກໍ່ຈະມີການ ເລືອກຕັ້ງແລ້ວ.

ທັງສອງທ່ານພວມທຳການກະກຽມສຳລັບການໂຕ້ວາທີຄັ້ງທີສາມ ຊຶ່ງເປັນການໂຕ້ວາທີ ຄັ້ງສຸດທ້າຍໃນວັນຈັນຈະມາເຖິງນີ້. ການໂຕ້ວາທີທີ່ລັດຟລໍຣິດານີ້ ຈະເພັ່ງເລັງໃສ່ນະໂຍ ບາຍການຕ່າງປະເທດ.

ວີດິໂອສະພາບຕາເວັນອອກກາງ ຊຶ່ງຈະເປັນຈຸດເພັ່ງເລັງຂອງການໂຕ້ວາທີ ຄັ້ງທີ 3 ຂອງທ່ານໂອບາມາ ແລະທ່ານຣອມນີ


XS
SM
MD
LG