ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຕຳຫຼວດສະຫະລັດ ໄດ້ປະທະກັບພວກນັກສຶກສາ ທີ່ຮຽກຮ້ອງໃຫ້ມະຫາວິທະຍາໄລ ຕັດສາຍພົວພັນທາງການເງິນກັບ ອິສຣາແອລ


ຜູ້​ປະ​ທ້ວງ​ຢູ່​ມະຫາວິທະຍາ​ໄລ​ Southern California, ຂວາ, ​ປະ​ເຊີນ​ໜ້າ​ກັບ​ເຈົ້າ​ໜ້າ​ທີ່​ຄວາມ​ປອດ​ໄພ​ສາທາລະນະ​ຂອງ​ມະຫາວິທະຍາ​ໄລ ຢູ່​ທີ່ Alumni Park ຂອງ​ວິທະຍາ​ເຂດ​ ໃນ​ລະຫວ່າງ​ການ​ເຂົ້າຄວບຄຸມ​ຂອງ​ຊາວ​ປາ​ແລັສ​ໄຕ​ນ໌ ທີ່​ເມືອງ Los Angeles, ລັດ ຄາລີຟໍເນຍ, ວັນ​ທີ 24 ​ເມສາ 2024.
ຜູ້​ປະ​ທ້ວງ​ຢູ່​ມະຫາວິທະຍາ​ໄລ​ Southern California, ຂວາ, ​ປະ​ເຊີນ​ໜ້າ​ກັບ​ເຈົ້າ​ໜ້າ​ທີ່​ຄວາມ​ປອດ​ໄພ​ສາທາລະນະ​ຂອງ​ມະຫາວິທະຍາ​ໄລ ຢູ່​ທີ່ Alumni Park ຂອງ​ວິທະຍາ​ເຂດ​ ໃນ​ລະຫວ່າງ​ການ​ເຂົ້າຄວບຄຸມ​ຂອງ​ຊາວ​ປາ​ແລັສ​ໄຕ​ນ໌ ທີ່​ເມືອງ Los Angeles, ລັດ ຄາລີຟໍເນຍ, ວັນ​ທີ 24 ​ເມສາ 2024.

ເຈົ້າໜ້າທີ່ຕຳຫຼວດໄດ້ປະທະກັບພວກປະທ້ວງທີ່ເປັນນັກສຶກສາໃນລັດເທັກຊັສ ແລະລັດຄາລິຟໍເນຍ ໃນຂະນະທີ່ການຕັ້ງຄ້າຍແຫ່ງໃໝ່ ໄດ້ເກີດຂຶ້ນໃນວັນພຸດວານນີ້ ຢູ່ທີ່ມະຫາວິທະຍາໄລຮາວາດ ແລະມະຫາວິທະຍາໄລອື່ນໆ ໃນຂະນະທີ່ພວກຜູ້ນຳໂຮງຮຽນໄດ້ຊອກຫາວິທີທີ່ຈະສະກັດກັ້ນກະແສການປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ທີ່ກໍາລັງເພີ້ມຫຼາຍຂຶ້ນ, ອີງຕາມອົງການຂ່າວ ເອພີ.

ຢູ່ທີ່ມະຫາວິທະຍາໄລ Texas ໃນເມືອງ ອັອສຕິນ, ຕຳຫຼວດທ້ອງຖິ່ນ ແລະລັດ ຫຼາຍຮ້ອຍຄົນ ລວມທັງບາງຄົນທີ່ຂີ່ມ້າ ແລະຖືກະບອງ ໄດ້ປະທະກັບພວກປະທ້ວງ, ເພື່ອຂັບໄລ່ພວກເຂົາອອກຈາກເດີ່ນຫຍ້າຂອງມະຫາວິທະຍາໄລ ແລະ ເຖິງຈຸດນຶ່ງ ກໍເຮັດໃຫ້ບາງສ່ວນລົ້ມລົງໃນຖະໜົນ. ມີຜູ້ປະທ້ວງຢ່າງນ້ອຍ 20 ຄົນຖືກຈັບຕົວ ຕາມຄໍາຮ້ອງຂໍຂອງເຈົ້າຫນ້າທີ່ມະຫາວິທະຍາໄລ ແລະຜູ້ປົກຄອງລັດເທັກຊັສ ທ່ານ ເກຣັກ ແອັບບັອທ (Greg Abbott), ອີງຕາມພະແນກຄວາມປອດໄພທາງສັງຄົມຂອງລັດ.

ນັກຖ່າຍຮູບຄົນນຶ່ງ ທີ່ຮັບຜິດຊອບການລາຍງານຂ່າວການປະທ້ວງໃຫ້ ສະຖານີໂທລະພາບ Fox 7 ຂອງເມືອງ ອັອສຕິນ ໄດ້ຖືກຈັບ ຫຼັງຈາກຕິດຢູ່ໃນລະຫວ່າງການຍູ້ກັນໄປກັນມາ ລະຫວ່າງຜູ້ບັງຄັບໃຊ້ກົດຫມາຍ ແລະບັນດານັກຮຽນ, ອີງຕາມການຢືນຢັນຂອງສະຖານີໂທລະພາບດັ່ງກ່າວ. ນັກຂ່າວທີ່ລາຍງານຂ່າວມາດົນນານຂອງລັດເທັກຊັສຄົນນຶ່ງ ໄດ້ລົ້ມລົງໃນການໂຈມຕີຄັ້ງນີ້ ແລະສາມາດເຫັນໄດ້ວ່າມີເລືອດອອກກ່ອນທີ່ຕໍາຫຼວດຈະຊ່ວຍພາລາວໄປຫາພະນັກງານແພດສຸກເສີນທີ່ເອົາຜ້າພັນຫົວຂອງລາວໄວ້.

​ແລະ​ຢູ່​ທີ່ມະຫາວິທະຍາ​ໄລ​ Southern California, ຕຳຫຼວດ​ໄດ້ສູ້ກັບພວກປະທ້ວງໂດຍການດຶງເຕັ້ນໄປມາ, ເຊິ່ງໄດ້ເອົາເຕັ້ນ​ຫຼາຍອັນອອກ​ກ່ອນ​ທີ່ຈະຖອຍກັບ. ຢູ່​ທາງ​ພາກ​ເໜືອ​ສຸດຂອງ​ລັດ​ຄາ​ລິ​ຟໍ​ເນຍ, ນັກ​ສຶກ​ສາ ​ໄດ້​ຖືກກັກຂັງໃນ​ຕຶກ​ຫລັງ​ນຶ່ງ​ເປັນ​ມື້​ທີ​ສາມ​ຢູ່​ທີ່​ຮຳໂບດ (Humboldt), ມະ​ຫາ​ວິ​ທະ​ຍາ​ໄລ​ໂພ​ລີ​ເຕັກ​ນິກ​ແຫ່ງ​ລັດ​ຄາ​ລິ​ຟໍ​ເນຍ. ໂຮງຮຽນດ່ັງກ່າວໄດ້ປິດວິທະຍາເຂດຈົນຮອດທ້າຍອາທິດ ແລະຮຽນໜັງສືທາງອອນລາຍນ໌.

ມະຫາວິທະຍາໄລ Harvard ໃນລັດ Massachusetts ໄດ້ພະຍາຍາມນໍາໜ້າການປະທ້ວງໃນອາທິດນີ້ ໂດຍການຈໍາກັດການເຂົ້າເຖິງເຂດ Harvard Yard ເຊິ່ງເປັນສ່ວນທີ່ເກົ່າແກ່ທີ່ສຸດຂອງມະຫາວິທະຍາໄລ ແລະຕ້ອງໄດ້ຮັບການອະນຸຍາດສໍາລັບ ເຕັ້ນ ແລະ ໂຕະ. ສິ່ງນັ້ນບໍ່ໄດ້ຢຸດພວກປະທ້ວງ ຈາກການຕັ້ງຄ້າຍທີ່ມີ 14 ເຕັ້ນໃນວັນພຸດວານນີ້ ຫລັງຈາກການຊຸມນຸມປະທ້ວງຕໍ່ຕ້ານການໂຈະຂອງມະຫາວິທະຍາໄລ Harvard ຕໍ່ຄະນະກຳມະການຄວາມສາມັກຄີປາແລັສໄຕນ໌ ຂອງປະລິນຍາຕີ (Undergraduate Palestine Solidarity Committee).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG