ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະລັດ ອາດສົ່ງທະຫານ ຫຼາຍກວ່າ 1,000 ຄົນ ໄປຮັບມື ກັບກຸ່ມລັດອິສລາມ


ບັນດາລົດຫຸ້ມເກາະສະຫະລັດ ກຳລັງແລ່ນຜ່ານບ້ານ Yalanli ຢູ່ທາງພາກຕາເວັນຕົກ ຂອງເມືອງ Manbij ໃນປະເທດຊີເຣຍ.
ບັນດາລົດຫຸ້ມເກາະສະຫະລັດ ກຳລັງແລ່ນຜ່ານບ້ານ Yalanli ຢູ່ທາງພາກຕາເວັນຕົກ ຂອງເມືອງ Manbij ໃນປະເທດຊີເຣຍ.

ແຜນການ​ໃໝ່​ຂອງ​ສະຫະລັດ ທີ່​ຈະ​ຮັບ​ມື​ກັບກຸ່ມ​ລັດ​ອິສລາມຢູ່​ໃນ​ຊີ​ເຣຍ​ແລະ​ອີຣັກ ​
ແມ່ນ​ພົວພັນ​ກັບ ການ​ສົ່ງ​ກຳລັງ​ທະຫານ 1,000 ຄົນ ​ໄປຍັງ​ຄູ​ເວດ ​ອີງ​ຕາມ​ຄຳ​ເວົ້າ
ຂອງເຈົ້າ​ໜ້າ​ທີ່​ກອງທັບ​ສະຫະລັດ ທີ່ກ່າວ​ຕໍ່ ວີ​ໂອ​ເອ ​ໃນວັນ​ສຸກ​ວານ​ນີ້.

​ແຜນການ​ດັ່ງກ່າວ ​ກຳລັງ​ລໍຖ້າ​ການ​ອະນຸມັດ​ຂັ້ນສຸດ​ທ້າຍ ​ຈາກ​ລັດຖະບານ ​ແຕ່​ວ່າ
​ພວກ​ທະຫານ​ສະຫະລັດ​ ຈາກກອງພັນ​ສູ້ລົບ​ທີ 2 ຂອງ​ກອງ​ພົນ​ໂຕນ​ຈ້ອງທີ 82 ທີ່
​ຄ້າຍ Fort Bragg ​ລັດ North Carolina ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ໄປ​ປະຕິບັດ ງານຈາກ
ພວກ​ຜູ້​ບັນຊາ​ການ ​ຖ້າ​ຫາກ​ແຜນການນີ້ ​ໄດ້ຮັບ​ການ​ເຊັນອະນຸມັດ.

ພວກ​ທະຫານເຫຼົ່ານີ້ ຈະຖືກ​ສົ່ງ​ໄປ​ຢູ່ ​ໃຕ້​ການ​ຄວບ​ຄຸມ​ ຂອງ​ນາ​ຍ​ພົນ Stephen
Towsend ຜູ້​ບັນຊາ​ການ​ກຳລັງພາກ​ພື້ນ​ດິນ​ການ​ເພື່ອ​ສູ້​ລົບ​ ກັບ​ກຸ່ມລັດ​ອິສລາມ
ທີ່​ຈະ​ວາງ​ກຳລັງ​ທະຫານພວກ​ນີ້ໃນ​ບ່ອນ​ທີ່ທ່ານ​ເຫັນວ່າເປັນ​ທີ່ຕ້ອງການອີງ​ຕາມ
​ຄຳ​ເວົ້າຂອງ​ເຈົ້າ​ໜ້າ​ທີ່​ ຜູ້​ທີ່​ບໍ່​ຍອມໃຫ້​ລາຍ​ລະ​ອຽດ​ເພີ້​ມ​ເຕີມເພາະວ່າ​ທ່ານ​ບໍ່​ຕ້ອງ
ການ “ບອກ” ລາຍ​ລະອຽດ​ທີ່​ເຈາະ​ຈົງໃນການ​ປະຕິບັດ​ງານ​ໃຫ້​ສັດຕູ​ຮູ້ຈັກ.

​ແຜນການດັ່ງກ່າວ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ ​ບອກວີ​ໂອ​ເອ ກ່ຽວ​ກັບທະຫານ
​ມາຣິນ 300 ຄົນ ​ໄດ້ໄປເຖິງ​ຊີ​ເຣຍ ​ເພື່ອເພີ້​ມຄວາມ​ສາມາດ​ໃຫ້​ແກ່​ກຳລັງ​ພັນທະ​ມິດ
​ໃນປະຕິບັດ​ງານ​ຂັບ​ໄລ່​ກຳລັງຂອງ​ກຸ່ມລັດ​ອິສລາມ​ ອອກ​ຈາກ​ເມືອງ​ Raqqa ຊຶ່ງ​ເປັນ
​ເມືອງ​ເອກຂອງພວກ​ເຂົາໃນ​ຊີ​ເຣຍ. ເຈົ້າ​ໜ້າ​ທີ່​ທະຫານ​ຄົນ​ນຶ່ງ​ກ່າວ​ຕໍ່ ວີ​ໂອ​ເອ ວ່າ
​ ຄວາມ​ສາມາດ​ທີ່​ມີເພີ້​ມ​ຂຶ້ນ​ ​ຈາກ​ກຳລັງ​ທະຫານ​ມາຣິນນັ້ນ ​ແມ່ນຮວມທັງ ການ​ຍິງ​ປືນ​
ໃຫຍ່​ຄຸ້ມ​ກັນ ​ໃຫ້​ແກ່​ກຳລັງທ້ອງ​ຖິ່ນ ທີ່​ທຳ​ການ​ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ.

ນາຍພົນໂທທະຫານສະຫະລັດ ທ່ານ Stephen Townsend (ກາງ) ໂອ້ລົມກັບທະຫານອີຣັກ.
ນາຍພົນໂທທະຫານສະຫະລັດ ທ່ານ Stephen Townsend (ກາງ) ໂອ້ລົມກັບທະຫານອີຣັກ.

ນອກ​ເໜືອ​ໄປ​ຈາກທະຫາ​ນມາຣິນ​ແລ້ວ ພວກ​ທະຫານປະມານ 100 ຄົນ ຈາກ ກອງ
ພັນທະຫານ Ranger ທີ 75 ​ກໍໄດ້​ຖືກ​ສົ່ງ​ໄປປະຈຳການ​ໃນ​ບໍລິ​ເວນ​ອ້ອມ​ແອ້ມ​ເມືອງ
Manbij ປະ​ເທດ​ຊີ​ເຣຍ ພ້ອມ​ດ້ວຍລົດ​ຫຸ້ມ​ເກາະ Stryker. ພວກ​ທະຫານ​ເຫລົ່າ​ນີ້ຖືກ​
ສົ່ງ​ໄປ​ທີ່​ນັ້ນ​ເພື່ອ “ຂັດຂວາງ” ບໍ່​ໃຫ້​ພັກ​ຝ່າຍ​ຕ່າງໆສູ້​ລົບ​ກັນ ​ແລະ​ໃຫ້ການ​ຄໍ້າປະກັນ​
ວ່າ ທັງ​ໝົດ​ເພັ່ງ​ເລັງ​ໃສ່​ການ​ສູ້​ລົບ ​ກັບພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ ນັ້ນຄື​ຄຳ​ເວົ້າ
ຂອງໂຄສົກ​ທຳນຽບຫ້າ​ແຈ ກັບ​ຕັນ Jeff Davis ​ໄດ້​ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ໃນ​ຕົ້​ນອາ
ທິດ​ນີ້.​

ກັບຕັນ Davis ກ່າວ​ວ່າ “​ເມືອງ Manbij ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ​ແລະ​ບໍ່​ຈຳ​ເປັນ​
ຕ້ອງ​ມີ​ການ​ສູ້​ລົບ​ກັນ​ຕື່ມ​ຢູ່​ທີ່​ນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG