ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານໂອ​ບາ​ມາກ່າວວ່າ ເສດຖະກິດຂະຫຍາຍໂຕ ບໍ່ໄວພໍ


ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ແຫ່ງ​ສະຫະລັດ​ກ່າວ​ວ່າ
ເສດຖະກິດ​ຂອງ​ອະ​ເມ​ຣິ​ກາ​ກໍາລັງ​ຂະຫຍາຍ​ໂຕ ​ແຕ່​ບໍ່​ໄວ​ພໍ​
ຕາມ​ທີ່ຕ້ອງການ. ​ໃນ​ການ​ໃຫ້​ສໍາພາດ​ກັບ​ຕາໜ່າງຂ່າວ​
ໂທລະພາບ NBC News ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ໂອ​
ບາ​ມາ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາ​ສະຫະລັດ​ ຮັບ​ຜ່ານ​ຂໍ້​
ສະ​ເໜີ​ບາງ​ຢ່າງ​ຂອງ​ທ່ານ​ໃນ​ປັດຈຸບັນ ​ເຊ່ນເລັ່ງລັດ​ການ​
ໃຫ້​ເງິນ​ກູ້​ຢືມ​ແກ່​ພວກ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ​ລົດ​ພາ
ສີ​ໃຫ້​ພວກ​ບໍລິ ສັດ​ຕ່າງໆ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ການ​ອອກ​ກົດໝາຍ​ທີ່​ຊ່ອຍ​ພວກ
ທຸ​ລະ​ກິດ​ລາຍ​ນ້ອຍ​ໃຫ້ໄດ້ຮັບ​ສິນ​ເຊື່ອ​ນັ້ນ ຈະ​ເປັນ​ສິ່ງ​ຊຸກຍູ້​
ຫລາຍ​ຂຶ້ນໃຫ້​ພວກ​ທຸລະ​ກິດ​ເຫລົ່າ​ນີ້ ທໍາການ​ລົງທຶນຕື່ມ.
ປະທານາທິບໍດີ​ສະຫະລັດ​ກ່າວ​ຕື່ມ​ວ່າ:

"ບໍ່​ມີ​ການ​ແກ້​ໄຂ​ແບບ​ມະຫັດສະຈັນ​ໃດໆ​ ເພື່ອ​ປົວແປງບັນຫາເສດຖະກິດຂອງ​
ປະເທດໃນ​ເວລາ​ນີ້."

ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ຕໍ່​ຕາໜ່າງຂ່າວ NBC ​ເຊ່ນ​ກັນ​ວ່າ ທ່ານ​ບໍ່​ເປັນຫ່ວງ​ກ່ຽວ​ກັບ ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ໃນ​ສະຫະລັດ​ ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ທີ່​ພົບ​ເຫັນ​ວ່າ ປະຊາຊົນ​ອະ​ເມຣິກັນ​ໃນ​ຈໍານວນ 1 ສ່ວນ 5 ​ເຊື່ອ​ວ່າ​ ທ່ານ​ເປັນ​ມຸດສະ​ລິ​ມເຖິງ​ແມ່ນ​ວ່າ​ທ່ານ​ຈະ​ປະຕິບັດ​ສາສະໜາ​ຄລິ​ສກໍ​ຕາມ ແລະ​ກໍໄດ້​ປະກາດ​ໃຫ້​ປະຊາຊົນ​ຊາບ​ມາ​ຫລາຍ​ຄັ້ງ​ແລ້ວ​ ກ່ຽວກັບ​ຄວາມ​ເຫລື້ອມ​ໃສ​ທາງ​ສາ​ສະໜາ​ຂອງ​ທ່ານ​ນັ້ນ. ນອກ​ນີ້​ທ່ານ​ຍັງ​ກ່າວເຊ່ນ​ກັນວ່າ ທ່ານ​ບໍ່​ມີ​ຄວາມ​ກັງວົນ​ໃດໆ ກ່ຽວ​ກັບ​ຂ່າວ​ຊ່າ​ລື​ທີ່​ວ່າ​ ທ່ານບໍ່​ໄດ້​ເກີດ​ຢູ່​ໃນ​ສະຫະລັດ​ອະ​ເມຣິກາ ໂດຍ​ກ່າວ​ວ່າ ທ່ານ​ບໍ່ສາມາດ​ທີ່​ຈະໄປ​ໃສ​ມາ​ໃສ​ ​ໂດຍທີ່​ມີ​ໃບ​ລາຍ​ເກີດຕິດ​ໃສ່​ໜ້າຜາກ​ຂອງ​ທ່ານ ຢູ່ຕະຫລອດເວລາ.

XS
SM
MD
LG