ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະລັດວ່າ ເກົາຫຼີເໜືອ ຕ້ອງປ່ຽນ ກ່ອນຈະມີ ຄວາມສຳພັນ ທາງການທູດກັນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton

ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ວ່າ ວໍ​ຊິງ​ຕັນຕ້ອງ
ການ​ຢາກພົວພັນ​ທາງ​ດ້ານ​ການ​ທູດ ​ກັບ​ເກົາຫລີ​ເໜືອ ​ແຕ່​ກໍ​ຕໍ່​ເມື່ອບັນດາ​ຜູ້​ນໍາ​ຂ​ອງ​ປະ​ເທດ
​ດັ່ງກ່າວຫາກ​ປ່ຽນ​ທິດ​ທາງ​ແລະ “​ເຫັນ​ແກ່​ປະຊາ​ຊົນຂອງ​ຕົ​ນ​ກ່ອນອື່ນໝົດ.”

ທ່າ​ນນາງໃຫ້​ຄວາມ​ເຫັນ​ດັງກ່າວໃນວັນສຸກວານ​ນີ້ ທີ່​ກອງ​ປະ​ຊຸມສອງຝ່າຍ ທີ່ກຸ​ງປັກ​ກິ່ງ.

ທ່ານ​ນາງ Clinton ກ່າວ​ວ່າ ຖ້າ​ຫາກ​ພຽງ​ຢາງ​ ເພັ່ງ​ເລັງ​ໃສ່​ການ​ລ້ຽງ​ດູແລະ​ສິດສອນ​ປະຊາ
ຊົນ​ຂອງ​ຕົນ​ແລະກັບ​ຄືນ “​ເຂົ້າ​ມາຮ່ວມ​ຢູ່ໃນ​ປະຊາ​ຄົມນາໆ​ຊາດ," ​ແລ້ວ ສະຫະລັດຈະ​“ ຍິນ​
ດີ​ຕ້ອນຮັບ​ແລະ​ເຮັດ​ວຽກ​ຮ່ວມ​ກັບເຂົາ​ເຈົ້າ.”

ນອກ​ນັ້ນ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ Clinton ຍັງ​ຍ້ອງຍໍໃນ​ບົດບາ​ດຂອງຈີນ​ຊຶ່ງເປັນ​ພັນ
ທະ​ມິດ​ ທີ່​ສຳຄັນ​ສຸດ​ຂອງ​ເກົາຫລີ​ເໜືອ. ທ່ານ​ນາງໃຫ້​ຄຳ​ໝັ້ນສັນຍາ​ວ່າ ສອງປະ​ເທດ​ມະຫາ​
ອໍານາດຈະ​ດຳ​ເນີນ​ງານເພື່ອ​ຊັກ​ຊວນ​ໃຫ້ພຽງ​ຢາງ​ເລິກ​ລົ້ມ​ນະ​ໂຍບາຍ​ທີ່ທ້າ​ທາຍ​ເກາະ​ຜິດ.

ສະຫະລັດແລະ​ເກົາຫລີ​ເໜື​ອ ​ໄດ້​ບັນລຸ​ຂໍ້​ຕົກລົງສະບັບ​ນຶ່ງໃນ​ເດືອນ​ກຸມພາຜ່ານ​ມາຊຶ່ງພາຍ​ໃຕ້​
ຂໍ້ຕົກລົງ​ສະບັບ​ນີ້​ ເກົາຫລີ​ເໜືອ​ໄດ້​ຮັບປາກ​ທີ່​ຈະໂຈະໂຄງການ​ສ້າງ​ອາວຸດ​ນີວ​ເຄລຍ ​ແລະໂຄງ
ການລູກ​ສອນ​ໄຟເພື່ອ​ເປັນ​ການ​ແລກປ່ຽນ​ກັບການ​ຊ່ວຍ​ເຫລືອ​ດ້ານອາຫານ. ວໍ​ຊິງ​ຕັນໄດ້​ຍົກ
ເລີກ​ການ​ຕົກລົງ ຫລັງ​ຈາກ​ເກົາຫລີ​ເໜືອ​ໄດ້​ຍິງຈະ​ຫລວດໃນເດືອນ​ແລ້ວ​ນີ້. ພຽງ​ຢາງກ່າວ​ວ່າ
​ມັນ​ເປັນການ​ຍິງຈະ​ຫຼວດ​ເພື່ອ​ສົ່ງດາວ​ທຽມພະຍາກອນ​ອາກາດຂຶ້ນສູ່ວົງໂຄຈອນ​ແຕ່​ວ່າລັດຖະ
ບານ​ຂອງທ່ານບາ​ຣັກ ​ໂອ​ບາ​ມາ​ ​ໂຕ້​ຖຽງ​ວ່າ​ ມັນ​ແມ່ນການ​ທົດ​ລ​ອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ.​

ລູກ​ຈະ​ຫຼວດຂອງ​ເກົາຫຼີ​ເໜືອ​ ໄດ້​ປະສົບກັບ​ຄວາມ​ລົ້ມ​ແຫຼວ ບໍ່​ດົນ​ຫຼັງຈາກ ຍິງ​ຂຶ້ນ.

XS
SM
MD
LG