ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນາຍົກຍີ່ປຸ່ນ ຂໍຂະມາໂທດ ຕໍ່ປະຊາຊົນ


ນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານYukio Hatoyama ​ໄດ້​ຂໍ​ຂະ​ມາ​ໂທນຳ​ປະຊາຊົນ​ໃນ​ເກາະ​ໂອ​ກີ​ນາວາ​ໃນ​ວັນ​ອາທິດ​
ມື້​ນີ້ ທ່ີ​ບໍ່​ໄດ້​ປະຕິບັດຕາມ​ຄຳໝັ້ນ​ສັນຍາ​ທ່ີ​ໃຫ້​ໄວ້​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ທ່ີ​ຈະ​ຍົກຍ້າຍ​
ຖານ​ທັບ​ສະຫະລັດ​ອອກ​ຈາກ​ເກາະ​ດັ່ງກ່າວ​ໄປ​ນັ້ນ.
ໃນ​ການ​ພົບ​ປະກັນ​ທ່ີ​ຖ່າຍ​ທອດ​ທາງ​ໂທລະພາບ​ກັບ​ທ່ານ Hirokazu Nakaima ​ເຈົ້າ​ແຂວງ​ເກາະ​ໂອ​ກີ​ນາວາ ນັ້ນ
ທ່ານ ຮາ​ໂຕ​ຢາ​ມະ ກ່າວວ່າ ສະຖານີ​ອາກາດ​ຂອງ​ກອງທັບ​ມາຣິນສະຫະລັດ Futenma ຈະຕ້ອງ​ຢູ່​ຕໍ່​ໄປ​ໃນ​ເກາະ
ດັ່ງກ່າວ ​ແຕ່​ຈະ​ຄ່ອຍໆ​ຍ້າຍ​ອອກ​ໄປ​ຕັ້ງ​ຢູ່ເລາະຄາມ​ແຄມ​ຝັ່ງ​ທະ​ເລ​ຂອງ​ຂົງ​ເຂດ​ດັ່ງກ່າວ.
ເຈົ້າ​ແຂວງ ນາ​ກາ​ອິມະ ​ເອີ້ນ​ການ​ຕັດ​ສິນ​ໃຈ​ດັ່ງກ່າວ​ເປັທ່ີ​ໜ້າ​ເສຍ​ໃຈແລະ​ຫຍຸ້ງຍາກ​ຫລາຍ.
ສື່​ມວນ​ຊົນຍີ່ປຸ່ນ ອ້າງ​ຄຳ​ເວົ້າ​ຈາກແຫ​ລ່ງຂ່າວລັດຖະບານ​ທ່ີ​ບໍ່​ບອກ​ຊື່ໃຫ້​ຊາບ ​ໃນ​ວັນ​ເສົາ​ວານ​ນີ້​ວ່າ
ຖານ​ທັບ​ຂອງ​ສະຫະລັດ​ຈະ​ຍ້າຍ​ອອກຈາກ​ເຂດ Ginowan ​ໄປ​ຕັ້ງ​ຢູ່​ໃນ​ເມືອງ Nago ​ໃນ​ພາກ​ເໜືອ​ຂອງ
ເກາະ​ໂອ​ກີ​ນາວາ​ນັ້ນ. ນອກ​ນັ້ນ​ທັງ​ສອງ​ປະ​ເທດ​ຍັງ​ໄດ້​ຕົກລົງ​ກັນ​ທ່ີຈະ​ພິຈາລະນາ​ໂອນ​ພາລະ​ໜ້າ​ທ່ີ​ບາງ​ຢ່າງ
ຂອງ​ຖານ​ທັບ​ດັ່ງກ່າວ​ໄປ​ຍັງສະຖານ​ທ່ີ​ແຫ່ງ​ອື່ນໆ​ບໍ່​ແມ່ນ​ຢູ່​ໃນ​ເກາະ​ໂອ​ກີ​ນາວາ​ນີ້.
ແຫ​ລ່ງຂ່າວ​ຈາກ​ລັດຖະບານ​ຍີ່ປຸ່ນ​ຍັງ​ເວົ້າ​ເຊັ່ນ​ກັນ​ວ່າ ທັງ​ສອງ​ຝ່າຍຈະ​ລໍຖ້າ​ຕື່ມ​ອີກ​ເປັນ​ເວລາ​ຫລາຍ​ເດືອນ​ກ່ອນ​ຈະ
ທຳ​ການ​ຕົກລົງ​ກັນໃດໆ​ກ່ຽວ​ກັບ​ລາຍ​ລະອຽດ​ເພ່ີມ​ອີກ​ບາງ​ຢ່າງ​ນັ້ນ.

XS
SM
MD
LG