ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແລະ ຈີນ ເພີ່ມຄວາມກົດດັນ ໃສ່ ເກົາຫຼີເໜືອ


ລູກສອນໄຟເຮືອດຳນໍ້າ ໃນການເດີນຂະບວນສວນສະໜາມ ຜ່ານຈະຕຸລັດ Kim Il Sung ໃນລະຫວ່າງການເດີນສວນສະໜາມໃນນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງຄົບຮອບວັນເກີດ 105 ປີຂອງຜູ້ກໍ່ຕັ້ງປະເທດ ທ່ານ Kim Il Sung.
ລູກສອນໄຟເຮືອດຳນໍ້າ ໃນການເດີນຂະບວນສວນສະໜາມ ຜ່ານຈະຕຸລັດ Kim Il Sung ໃນລະຫວ່າງການເດີນສວນສະໜາມໃນນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງຄົບຮອບວັນເກີດ 105 ປີຂອງຜູ້ກໍ່ຕັ້ງປະເທດ ທ່ານ Kim Il Sung.

ຄວາມເຄັ່ງຕຶງອີກຄັ້ງໜຶ່ງກຳລັງຮຸນແຮງຂຶ້ນລະຫວ່າງ ສະຫະລັດ ແລະ ເກົາຫຼີ​ເໜືອ ໃນ
ຂະນະທີ່ມີຄວາມເປັນຫ່ວງເພີ່ມຂຶ້ນວ່າ ປະເທດກອມມູນິສດັ່ງກ່າວຈະສະເຫຼີມສະຫຼອງ
ວັນພັກແຫ່ງຊາດທີ່ມີຄວາມສຳຄັນອີກຄັ້ງໜຶ່ງດ້ວຍການທົດລອງລະເບີດນິວເຄລຍ ຫຼື ລູກສອນໄຟຂີປະນາວຸດຂ້າມທະວີບ.

ມື້ໜຶ່ງກ່ອນວັນຄົບຮອບ 85 ປີ ຂອງການສ້າງຕັ້ງກອງທັບປະຊາຊົນເກົາຫຼີເໜືອ ນັ້ນ, ກໍ
ມີລາຍງານ ກ່ຽວກັບ ກິດຈະກຳ ທີິ່ເລີ່ມຂຶ້ນໃໝ່ຢູ່ສະຖານທີ່ທົດລອງລະເບີດນິວເຄລຍ Pungrye-ri ຂອງ ເກົາຫຼີເໜືອ, ເຖິງແມ່ນບັນດານັກວິເຄາະຈະເຕືອນວ່າ ມັນຍັງບໍ່ທັນ
ຈະ​ແຈ້ງເທື່ອວ່າ ການທົດລອງລະເບີດນິວເຄລຍ ໃກ້ຈະເກີດຂຶ້ນແທ້ ຫຼື ບໍ່ກໍຕາມ.

ໃນເວລາດຽວກັນ ເຮືອພິຄາດສອງລຳຂອງ ຍີ່ປຸ່ນ ໄດ້ເຂົ້າຮ່ວມໃນການຝຶກຊ້ອມທາງທະ
ຫານກັບກຸ່ມໂຈມຕີກຳປັ່ນບັນທຸກເຮືອບິນ USS Carl Vinson ທີ່ໄດ້ເດີນທາງໄປພາກ
ພື້ນແຫຼມ ເກົາຫຼີ. ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າໄດ້ເຂົ້າຮ່ວມເຈລະ
ຈາກັບວໍຊິງຕັນ ກ່ຽວກັບ ການຈັດການຝຶກຊ້ອມຂອງພວກເຂົາເຈົ້າເອງກັບກອງກຳລັງ
ໂຈມຕີຂອງກອງທັບ​ເຮືອ ສະຫະລັດ.

ໃນຕົ້ນເດືອນເມສານີ້ ບັນດາເຈົ້າໜ້າທີ່ສະຫະລັດໄດ້ສົ່ງຂໍ້ຄວາມທີ່ມີຄວາມສັບສົນອອກ
ໄປວ່າ ກຸ່ມໂຈມຕີ Carl Vinson ໄດ້ມຸ່ງໜ້າໄປສູ່ ເກົາຫຼີ ລ່ວງໜ້າວັນເກີດຂອງຜູ້ກໍ່ຕັ້ງ ເກົາຫຼີເໜືອ ທ່ານ Kim Il-sung ທີ່ຖືກຈັດຂຶ້ນໃນວັນທີ 15 ເມສາຜ່ານມາ, ເຊິ່ງມັກຈະຖືກ
ສະເຫຼີມ ສະຫຼອງດ້ວຍການທົດລອງອາວຸດທີ່ຮ້າຍແຮງ. ແທນທີ່ຈະເປັນການທົດລະເບີດ
ນິວເຄລຍນັ້ນ, ພຽງຢາງ ໄດ້ຈັດການເດີນສວນສະໜາມກອງທັບແລະໄດ້ພະຍາຍາມທົດ
ລອງຍິງລູກສອນໄຟໄລຍະໄກປານກາງທີ່ປະສົບກັບຄວາມລົ້ມແຫຼວ. ແລະ ກຳປັ່ນບັນ
ທຸກເຮືອບິນດັ່ງກ່າວ, ຈົນຮອດສັບປະດາແລ້ວນີ້ ແທ້ຈິງແລ້ວແມ່ນຍັງຢູ່ໃນມະຫາສະໝຸດ
ອິນເດຍ, ບ່ອນທີ່ພວກເຂົາເຈົ້າໄດ້ເຂົ້າຮ່ວມ ໃນການຝຶກຊ້ອມກັບປະເທດອອສເຕຣເລຍ.

ໃນວັນອາທິດວານນີ້ ເກົາຫຼີເໜືອ ໄດ້ຕອບໂຕ້​ຢ່າງ​ເປັນການທ້າທາຍຕໍ່ການສະແດງແສນ
ຍານຸພາບຄັ້ງໃໝ່ຂອງກອງທັບ ສະຫະລັດ, ໂດຍກ່າວວ່າ ພວກເຂົາເຈົ້າແມ່ນ “ພ້ອມ​
ແລ້ວທີ່​ຍິງກຳປັ່ນບັນທຸກເຮືອບິນພະລັງງານນິວເຄລຍຂອງ ສະຫະລັດ ດ້ວຍການໂຈມ
ຕີພຽງຄັ້ງດຽວ,”
ໃນການໃຫ້ຄວາມເຫັນ ຢູ່ໜັງສືພິມ Rodong Sinmun ຂອງພັກກຳມະ ກອນທີ່ກຳລັງປົກຄອງປະເທດຂອງ ເກົາຫຼີເໜືອ​ ​ໃນ​ເວລາ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG