ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກເຄື່ອນໄຫວ ຕາບອດຈີນ ອອກຈາກ ສະຖານທູດ ສຫລ ໄປແລ້ວ


ນາຍ Chen Guangcheng (ກາງ) ນັກເຄຶ່ອນໄຫວຕາບອດ ແລະເພື່ອນນັກເຄຶ່ອນໄຫວດ້ວຍກັນ ທີ່ໝູ່ບ້ານແຫ່ງນຶ່ງ ໃນຈີນ
ນາຍ Chen Guangcheng (ກາງ) ນັກເຄຶ່ອນໄຫວຕາບອດ ແລະເພື່ອນນັກເຄຶ່ອນໄຫວດ້ວຍກັນ ທີ່ໝູ່ບ້ານແຫ່ງນຶ່ງ ໃນຈີນ

ສື່​ມວນ​ຊົນ​ຂອງ​ທາງ​ການຈີນ​ກ່າວ​ວ່າ ນັກ​ເຄື່ອນ​ໄຫວ​ຕາບອດ​ທີ່​ເອົາ​ຕົວ​ຫລົບ​ໜີ​ຈາກ​ການ​ຖືກ​ກັກ​ບໍລິ​ເວນ ​ແລະ​ເຂົ້າ​ໄປ​ຫາ​ສະຖານ​ທູດ​ສະຫະລັດ ທີ່ກຸງ​ປັກ​ກິ່ງນັ້ນ​ ແມ່ນ​ໄດ້ອອກ​ຈາກ​ສະ​ຖານ​ທູດ​ໄປແລ້ວ ເພື່ອ​ໄປ​ປິ່ນປົວ ​ແລະ​ເຕົ້າ​ໂຮມກັບ​ຄອບຄົວ​ຂອງ​ທ່ານ.

​ເຈົ້າໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ຄົນ​ນຶ່ງ​ໄດ້​ບອກ​ພວກ​ນັກ​ຂ່າວ​ໃນ ວັນ​ພຸດ​ມື້​ນີ້​ວ່າ ລັດຖະບານ​ຈີນ​ໄດ້​ຕົກລົງ ​ທີ່​ຈະຍ້າຍ​ທ່ານ Chen Guangcheng ​ໄປ​ຢູ່​ບ່ອນ​ທີ່​ປອດ​ໄພ ​ໃນ​ປະ​ເທດ​ຈີນ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ທ່ານ Chen ບໍ່​ໄດ້​ຂໍ​ລີ້​ໄພການ​ເມືອງ​ໃນ​ສະຫະລັດ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາ​ງການ​ຈີນ​ ໄດ້​ລາຍ​ງານຂ່າວການອອກ​ໄປ​ຈາກ​ສະຖານທູດ​ສະຫະລັດ ຂອງ​ທ່ານ Chen Guangcheng ​ເມື່ອຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້. ລາຍ​ງານ​ເວົ້າ​ວ່າ ທ່ານ​ໄດ້​ພັກ​ເຊົາ​ຢູ່​ທີ່​ນັ້ນ​ຫົກ​ມື້ ກ່ອນ​ຈະ​ອອກ​ໄປດ້ວຍ​ການ​ຕັດສິນ​ໃຈ​ຂອງ​ຜູ້ກ່ຽວ​ເອງ. ກະຊວງ​ຕ່າງປະ​ເທດ​ຈີນ​ໄດ້​ທວງ​ໃຫ້​ສະຫະລັດ​ຂໍ​ຂະ​ມາໂທດ​ ທີ່​ໄດ້ຮັບ​ເອົາ​ທ່ານ Chen ​ເຂົ້າ​ໄປ​ໃນ​ສະຖານທູດ ​ໂດຍ​ກ່າວ​ວ່າ ​ເປັນການ​ແຊກ​ແຊງເຂົ້າໃນ​ກິດຈະການພາຍ​ໃນຂອງ​ຈີນ ທີ່​ຮັບ​ເອົາບໍ່​ໄດ້​. ກະຊວງ​ຕ່າງປະ​ເທດ​ຈີນຍັງ​ເວົ້າ​ອີກ​ວ່າ ວໍ​ຊິງ​ຕັນ​ຄວນ​ຈະໃຫ້ການ​ຮັບປະກັນ​ວ່າ ​ຈະ​ບໍ່​ໃຫ້​ພວກທີ່​ບໍ່ພໍ​ໃຈ​ລັດຖະບານຄົນ​ອື່ນໆ​ ເຂົ້າ​ໄປຫລົບ​ໄພ​ອີກ.

ກ່ອນ​ໜ້າ​ນັ້ນ ​ໃນເຊົ້າ​ວັນ​ພຸດ​ມື້​ນີ້ ​ບົດ​ບັນນາທິການ​ບົດນຶ່ງ​ ​ໃນ​ໜັງສືພິມ Global Times ຊຶ່ງ​ເປັນ​ໜັງສືພິມ​ໃນ​ເຄືອ​ຂ່າຍ ​ຂອງ​ພັກ​ຄອມ​ມີ​ວນີສຈີນ ​ບໍ່ໄດ້ໃຫ້​ຄວາມ​ສໍາຄັນ​ໃດໆ​ຕໍ່​ກໍລະນີຂອງ​ທ່ານ Chen ​ໂດ​ຍກ່າວ​ວ່າມັນ​ຈະ​ບໍ່​ກະທົບ ກະ​ເທືອນຕໍ່ຄວາມ​ສໍາພັນ​ລະຫວ່າງ​ຈີນ​ແລະ​ສະຫະລັດ​ ​ແຕ່​ຢ່າງ​ໃດ.

ລາຍ​ງານ​ຫລາຍ​ສະບັບ​ເວົ້າວ່າ ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທ່ານ Gary Locke ​ເປັນ​ຜູ້​ພາທ່ານ Chen ​ໄປຍັງ​ໂຮງໝໍ​ແຫ່ງ​ນຶ່ງໃນກຸງ​ປັກ​ກິ່ງ​ ​ເພື່ອ​ໄປພົບ​ພໍ້​ກັບ​ຄອບຄົວ​ຂອງ​ລາວ.

ກໍລະນີ​ດັ່ງກ່າວ​ນີ້ ໄດ້​ເປັນ​ເງົາ​ບົດ​ບັງ​ການ​ເຈລະຈາ​ປະ​ຈໍາປີ​ລະດັບສູງ​ລະຫ​ວ່າງ​ເຈົ້າໜ້າ ​ທີ່​ຈີນ ​ແລະ​ສະຫະລັດ ຊຶ່ງ​ທັງ​ສອງ​ຝ່າຍຕ່າງ​ກໍປະຕິ​ເສດ​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ບັນຫາດັ່ງກ່າວ ​ກ່ອນ​ວັນ​ພຸດ​ມື້​ນີ້.

ການ​ອອກ​ໄປ​ຈາກ​ສະຖານທູດ​ສະຫະລັດຂອງ​ທ່ານ Chen ​ແມ່ນ​ມີ​ຂຶ້ນບໍ່ ​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກ​ທ່ານ​ນາງລັດຖະມົນຕີ​ຕ່າງປະ​ເທດ Hillary Clinton ເດີນທາງ​ໄປ​ເຖິງ​ຈີນເພື່ອ​ເຈລະ ຈາ​ເລຶ່ອງຄວາມ​ໝັ້ນຄົງ​ແລະ​ເສດຖະກິດ​ເປັນ​ເວລາ​ສອງ​ມື້ ທີ່​ຈະ​ເລີ່​ມຂື້ນ​ວັນ​ພະຫັດ​ມື້​ອື່ນ​ນີ້.

.

XS
SM
MD
LG