ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສຫລ ເປັນ​ຫ່ວງ ກ່ຽວ​ກັບ ຜົນ​ການ​ເລືອກຕັ້ງ ໃນກໍາປູເຈຍ​


ສະຫະລັດ ສະ​ແດງ​ຄວາມ​ເປັນ​ຫ່ວງຄັ້ງໃໝ່ ກ່ຽວ​ກັບຜົນ​ການ
​ເລືອກ​ຕັ້ງ​ຫວ່າງ​ມໍ່​ໆ​ມາ​ນີ້ຂອງ​ກຳປູ​ເຈຍ
ສະຫະລັດ ສະ​ແດງ​ຄວາມ​ເປັນ​ຫ່ວງຄັ້ງໃໝ່ ກ່ຽວ​ກັບຜົນ​ການ ​ເລືອກ​ຕັ້ງ​ຫວ່າງ​ມໍ່​ໆ​ມາ​ນີ້ຂອງ​ກຳປູ​ເຈຍ
ສະຫະລັດ ສະ​ແດງ​ຄວາມ​ເປັນ​ຫ່ວງຄັ້ງໃໝ່ ກ່ຽວ​ກັບຜົນ​ການ
​ເລືອກ​ຕັ້ງ​ຫວ່າງ​ມໍ່​ໆ​ມາ​ນີ້ຂອງ​ກຳປູ​ເຈຍ ທີ່​ມອບ​ໄຊຊະນະ​ໃຫ້​
ແກ່​ພັກ​ລັດຖະບານ ຂອງນາຍົກລັດຖະມົນຕີ Hun Sen.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Marie
Harf ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ “ການ​ທົບ​ທວນ​ຢ່າງ​ໂປ່​ງ​ໃສ” ​
ເບິ່ງລາຍ​ງານ ກ່ຽວ​ກັບ​ການ​ເຮັດ​ຜິດກົດ​ລະບຽບ​ຂອງການ​
ເລືອກຕັ້ງໃນ​ເດືອນ​ກໍລະກົດ ຜ່ານ​ມາ ອາດ​ຈະ​ຊ່ວຍແກ້​ໄຂ
​ເຖິງ “ຄວາມ​ຜິດພາດ” ​ໃນ​ຂັ້ນຕອນການ​ເລືອກ​ຕັ້ງຂອງ​ກຳປູ​
ເຈຍ.

ນອກ​ນັ້ນ ທ່ານ​ນາງຍັງ​ກ່າວ​ອີກ​ວ່າ ມັນອາດ​ຈະເຮັດໃຫ້ຊາວ​ກໍາປູເຈ​ຍ “​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຫລາຍ​ຂື້ນ ​ໃນ​ລະ ບົບ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ.”ພັກຝ່າ​ນຄ້ານ​ກໍາປູ​ເ​ຈຍ ວາງ​ແຜນ​ທີ່​ຈະ​ບໍ່​ເຂົ້າຮ່ວມ ການ​ປະຊຸມເປີດ​ສະ ພາແລະ​ຈະ​ຈັດການ​ປະ​ທ້ວງ​ເປັນ​ເວລາ​ສາມ​ມື້​ໃນ​ອາທິດ​ໜ້າ ນອກຈາກ ວ່າ​ຈະ​ມີ​ການ​ສື​ບສວນ​ກ່ຽວ​ກັບການ​ກ່າວ​ຫາທີ່​ວ່າ ມີ​ການ​ສໍ້​ໂກງ​ຄະ​ແນນ ສຽງ​ໃນການປ່ອນ​ບັດຢ່າງ​ແຜ່​ກວ້າງ.

​ໃນ​ວັນ​ອາທິດຜ່ານ​ມາ ຝ່າຍ​ຄ້ານ​ໄດ້ພະຍາຍາມ ​ທີ່​ຈະ​ຍື່ນ​ຄຳ​ຮ້ອງ​ຮຽນ​ກ່ຽວກັບຜົນ​ການ​ເລືອກ​ຕັ້ງ ​ແຕ່​ໄດ້​ປະ​ເຊີນ​ກັບ​ບັນຫາ​ເວລາຄະນະ​ກໍາມະ​ການເລືອກ​ຕັ້ງ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້ໄຊຊະນະ ພັກ​ປະຊາ​ຊົນ​ກໍາປູ​ເຈຍ ຂອງທ່ານ Hun Sen.

ຄະນະ​ກໍາມະການ​ເລືອກ​ຕັ້ງ ​ກ່າວ​ວ່າ ພັກ​ປະຊາຊົນ​ກໍາປູ​ເຈຍຫຼື CPP ​ໄດ້ຊະນະ 68 ບ່ອນ​ນັ່ງ. ​ແລະ​ກ່າວ​ອີກ​ວ່າ ພັກຝ່າຍ​ຄ້ານ ຄື​ພັກກູ້​ຊາດ ກຳປູ​ເຈຍ ​ໄດ້ຊະນະ 55 ບ່ອນ
ນັ່ງ ຊຶ່ງ​ເປັນ​ຈຳນວນ​ບ່ອນ​ນັ່ງ​ທີ່​ເພີ້ມຂຶ້ນ ຢ່າງ​ຫຼວງຫລາຍ​ ທີ່​ພັກ​ດັ່ງກ່າວ​ເຄີຍ​ຊະນະ​ຜ່ານ​ມາ.
XS
SM
MD
LG