ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ສະຫະລັດ ຈະສະໜັບສະໜູນຟິລິບປິນ ທ່າມກາງການ​ສະແດງອອກທີ່ແຂງກ້າຂອງຈີນ​ ເພີ້ມຂຶ້ນນັບ​ມື້​


ແຟ້ມພາບ - ບັນດາທະຫານເຮືອຟິລິບປິນ ເຄື່ອນຍ້າຍຍານພາຫະນະຂອງພວກເຂົາ ໃນລະຫວ່າງການຊ້ອມລົບຮ່ວມລະຫວ່າງສະຫະລັດ-ຟິລິບປິນ ຢູ່ຫາດຊາຍ ເຄລເວີເຣຍ, ແຂວງ ຄາກາຢານ, ຟິລິບປິນ, ວັນທີ 31 ມີນາ 2022. ການຊ້ອມລົບໄດ້ຖືກວາງແຜນໃຫ້ມີຂຶ້ນຢູ່ນອກຝັ່ງຕາເວັນຕົກຂອງເກາະດອນປາລາວັນ ໃນເດືອນເມສານີ້.
ແຟ້ມພາບ - ບັນດາທະຫານເຮືອຟິລິບປິນ ເຄື່ອນຍ້າຍຍານພາຫະນະຂອງພວກເຂົາ ໃນລະຫວ່າງການຊ້ອມລົບຮ່ວມລະຫວ່າງສະຫະລັດ-ຟິລິບປິນ ຢູ່ຫາດຊາຍ ເຄລເວີເຣຍ, ແຂວງ ຄາກາຢານ, ຟິລິບປິນ, ວັນທີ 31 ມີນາ 2022. ການຊ້ອມລົບໄດ້ຖືກວາງແຜນໃຫ້ມີຂຶ້ນຢູ່ນອກຝັ່ງຕາເວັນຕົກຂອງເກາະດອນປາລາວັນ ໃນເດືອນເມສານີ້.

ໂຄສົກ​ລັດຖະບານ​ຟີ​ລິບ​ປິນກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ: ສະຫະລັດ ​ແລະ​ຟີ​ລິບ​ປິນ ຈະອອກໄປນອກເຂດ​ນ່ານ​ນ້ຳ​ຂອງ​ ​ມະ​ນີລາ​ ເປັນຄັ້ງທຳອິດ ເມື່ອພວກເຂົາ​ຈັດການ​ຊ້ອມ​ລົບ​ຮ່ວມ​ປະຈຳ​ປີ​ ໃນ​ເດືອນ​ເມສາ​ນີ້.

ພັນເອກ ໄມໂຄລ ລໍຈີໂກ (Michael Logico) ກ່າວວ່າ ອົງປະກອບຂອງການຊ້ອມລົບ ບາລີກາຕານ (Balikatan) 2024 ຈະດໍາເນີນການ ໄກອອກໄປປະມານ 22 ກິໂລແມັດ ຫຼື ຫຼາຍກວ່າ 12 ໄມທະເລ ຢູ່ນອກຝັ່ງກໍ້າຕາເວັນຕົກຂອງ ເກາະດອນ ປາລາວັນ (Palawan), ຊຶ່ງເປັນເກາະດອນໃນຫມູ່ເກາະທີ່ປະເຊີນກັບບັນຫາຢູ່ໃນພາກພື້ນຂອງທະເລຈີນໃຕ້.

ໃນ​ເດືອນ​ນີ້​ ກຳ​ປັ່ນ​ຈີນຫຼາຍລຳ ໄດ້​ກີດ​ຂວາງ​ກຳ​ປັ່ນ​ຟີ​ລິບ​ປິນ ​ໃກ້​ກັບ​ ຫາດຊາຍ ໂທມັສ ທີສອງ, ຊຶ່ງເປັນແນວ​ຫີນ​ປະ​ກາ​ລັງ ທີ່ຢູ່ຫ່າງຈາກປາລາວັນ ​ປະ​ມານ 200 ກິ​ໂລ​ແມັດ ຫຼື 120 ໄມ ທີ່​ທັງ​ສອງ​ຝ່າຍ​ອ້າງ​ວ່າ ​ເປັນ​ຂອງ​ຕົນ.

"ຂໍ້ຄວາມທີ່ພວກເຮົາຕ້ອງການສົ່ງແມ່ນວ່າ ພວກເຮົາ ຈິງຈັງກັບການປົກປ້ອງດິນແດນຂອງພວກເຮົາ ແລະພວກເຮົາມີພັນທະມິດ," ທ່ານ ລໍຈີໂກ (Logico) ກ່າວໃນກອງປະຊຸມຖະແຫຼງຂ່າວ, ອີງຕາມລາຍງານຂອງສື່ມວນຊົນຟີລິບປິນ.

ປັກ​ກິ່ງ​ອ້າງສິດ​ເອົາ​ເຂດ​ທະ​ເລ​ຈີນ​ໃຕ້​ເກືອບທັງໝົດ ວ່າ​ເປັນ​ຂອງ​ຕົນ, ​ເຮັດ​ໃຫ້​ເກີດຄວາມ​ຂັດ​ແຍ້ງ​ກັບ​ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄຕ້​ຫວັນ​ແລະ​ຫວຽດນາມ ຊຶ່ງປະເທດທັງໝົດນີ້ ​ລ້ວນ​ແຕ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລດັ່ງກ່າວ. ການຮຽກຮ້ອງຂອງຈີນໄດ້ຖືກປະຕິເສດໂດຍສານສາກົນຢູ່ທີ່ນະຄອນ ເຮັກ (Hague).

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ ແອນໂທນີ ບລິງເກັນ ​ໄດ້​ໄປ​ຢ້ຽມຢາມ​ຟີ​ລິບ​ປິນ ​ໃນ​ອາທິດ​ນີ້ ​ເພື່ອຮັດແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ເນັ້ນຍໍ້າ ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ວໍ​ຊິງ​ຕັນ ທີ່ມີຕໍ່ມະ​ນີ​ລາ ​ເມື່ອມີການ​ປະ​ເຊີນ​ໜ້າ​ກັບ​ຈີນ ທີ່​ສະແດງທ່າທີ ທີ່ອອກໜ້າອອກຕາຫຼາຍຂຶ້ນນັບມື້.

ທ່ານ ບລິງເກັນ ​ໃນ​ວັນ​ອັງຄານທີ່ຜ່ານມາ ​ໄດ້​ກ່າວ​ເຖິງ​ການ​ລະເມີດຕໍ່​ກົດໝາຍ​ສາກົນ ​ແລະຕໍ່​ສິດຂອງ​ຟີ​ລິບ​ປິນ ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ຈີນ​ ຄື: ໂດຍການໃຊ້ທໍ່ສີດນໍ້າຂະໜາດໃຫຍ່, ການ​ສະກັດ​ກັ້ນ​ການ​ຊ້ອມ​ລົບ, ການຕິດຕາມແບບໃກ້ຊິດ, ​ແລະ​ການ​ປະຕິບັດ​ການ​ທີ່​ເປັນອັນຕະລາຍ​ອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG