ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ພຶດສະພາ ໒໐໒໔

ສະຫະລັດ ແລະ ເມັກຊີໂກ ຍົກເລີກການສະເໜີ ເປັນເຈົ້າພາບຈັດງານເຕະບານໂລກ 2027


ແຟ້ມພາບ - ນັກກິລາສເປນ ສະຫຼອງພ້ອມກັບຂັນລາງວັນ ຫຼັງຈາກເອົາສະຊະອັງກິດ ໄດ້ຊະນະການແຂ່ງຂັນຮອບຊິງຊະນະເລີດ ໃນການເຕະບານຍິງໂລກ ປີ 2023 ໃນນະຄອນຊິດນີ, ວັນທີ 20 ສິງຫາ 2023.
ແຟ້ມພາບ - ນັກກິລາສເປນ ສະຫຼອງພ້ອມກັບຂັນລາງວັນ ຫຼັງຈາກເອົາສະຊະອັງກິດ ໄດ້ຊະນະການແຂ່ງຂັນຮອບຊິງຊະນະເລີດ ໃນການເຕະບານຍິງໂລກ ປີ 2023 ໃນນະຄອນຊິດນີ, ວັນທີ 20 ສິງຫາ 2023.

ສະຫະພັນບານເຕະສະຫະລັດ ຫຼື USSF ແລະ ພັນທະມິດເມັກຊິໂກ ໄດ້ຍົກເລີກການສະເໜີຮ່ວມກັນໃນການເປັນເຈົ້າພາບບານເຕະໂລກຍິງປີ 2027 ໃນວັນຈັນວານນີ້ ແລະກ່າວວ່າ ພວກເຂົາເຈົ້າຈະສຸມໃສ່ຄວາມພະຍາຍາມເປັນເຈົ້າພາບຈັດການແຂ່ງຂັນໃນປີ 2031 ແທນ, ອີງຕາມອົງການຂ່າວ ເອພີ.

ການ​ຕັດສິນ​ໃຈ​ດັ່ງກ່າວໄດ້ເຮັດໃຫ້ເຫຼືອໄວ້ແຕ່​ຂໍ້​ສະ​ເໜີ​ຂອງ​ປະ​ເທດ​ບຣາຊິລ ​ແລະ​ແຜນການ​ຮ່ວມ​ຂອງ​ເຢຍຣະ​ມັນ-​ເນ​ເທີ​ແລນ-​ແບລຈ້ຽມ ທີ່​ຈະແຂ່ງຂັນກັນເພື່ອໃຫ້ສະພາ FIFA ​ເລືອກ​ສຳລັບປີ 2027 ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ພຶດສະພາ​ ​ຢູ່ທີ່​ບາງກອກ.

USSF ກ່າວວ່າ ການສະເໜີໃນປີ 2031 ຈະຮຽກຮ້ອງໃຫ້ FIFA ລົງທຶນຢ່າງເທົ່າທຽມກັນ ໃນການແຂ່ງຂັນເຕະບານໂລກຊາຍ ແລະຍິງ.

FIFA ກ່າວ​ໃນ​ປີ​ກາຍ​ນີ້​ວ່າ​ ຕົນ​ມີ​ແຜນ​ຈະ​ໃຊ້​ເງິນ​ລາງວັນ 896 ລ້ານ​ໂດ​ລາ​ໃນ​ການ​ແຂ່ງຂັນ​ເຕະບານ​ໂລກປີ 2026 ຢູ່​ສະຫະລັດ, ເມັກ​ຊິ​ໂກ ​ແລະ ​ກາ​ນາ​ດາ. ຄະນະ​ກຳມະການ​ບໍລິຫານ ​ໄດ້​ທຸ້ມເງິນ​ລາງວັນ 110 ລ້ານ​ໂດ​ລາ​ໃຫ້​ແກ່​ການ​ແຂ່ງຂັນ​ບານ​ເຕະໂລກ​ຍິງໃນປີ​ກາຍ​ນີ້ ຢູ່​ທີ່ ​ອອສເຕຣເລຍ ​ແລະ ​ນິວຊີ​ແລນ.

ທ່ານນາງ ຊິນດີ ພາໂລ ຄອນ (Cindy Parlow Cone) ປະທານ USSF ກ່າວໃນຖະແຫຼງການວ່າ “ການເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກແມ່ນວຽກງານອັນໃຫຍ່ຫຼວງ ແລະການມີເວລາເພີ່ມເຕີມໃນການກະກຽມ ຊ່ວຍໃຫ້ພວກເຮົາສາມາດສ້າງຜົນກະທົບສູງສຸດໃນທົ່ວໂລກ, ຂ້າພະເຈົ້າ ພູມໃຈໃນຄວາມມຸ່ງໝັ້ນຂອງພວກເຮົາ ທີ່ຈະມອບປະສົບການທີ່ສະເໝີພາບກັນໃຫ້ແກ່ນັກເຕະ, ແຟນບານ ແລະຜູ້ມີສ່ວນຮ່ວມທັງໝົດຂອງພວກເຮົາ. ການປ່ຽນແປງການສະເໜີຂອງພວກເຮົາ ຈະເຮັດໃຫ້ພວກເຮົາສາມາດເປັນເຈົ້ພາບຈັດການແຂ່ງຂັ້ນເຕະບານໂລກຍິງ ທີ່ທຳລາຍສະຖິຕິໃນປີ 2031, ເຊິ່ງຈະຊ່ວຍສົ່ງເສີມ ແລະ ຍົກລະດັບຂອງເກມການແຂ່ງຂັນຂອງແມ່ຍິງ ທັງຢູ່ພາຍໃນປະເທດ ແລະທົ່ວໂລກ.”

ໃນລາຍລະອຽດຂອງການສະເໜີໃນເດືອນທັນວາ, USSF ໄດ້ສະເຫນີສະຖານທີ່ຂອງສະຫະລັດຈາກ 11 ແຫ່ງດຽວກັນ ທີ່ຈະຖືກນໍາໃຊ້ໃນການແຂ່ງຂັນເຕະບານໂລກຊາຍ ປີ 2026. ເມັກຊິໂກ ໄດ້ລະບຸຊື່ ກົວດາລາຮາຣາ (Guadalajara), ເມັກຊິໂກຊິຕີ້ ແລະ ມອນເຕເຣ (Monterrey) ເຊິ່ງເປັນສະຖານຈັດການແຂ່ງຂັນເຕະບານໂລກຊາຍ 3 ແຫ່ງ ແລະນອກຈາກນັ້ນ ສໍາລັບປີ 2027 ຍັງໄດ້ຖືກລະບຸວ່າມີຄວາມເປັນໄປໄດ້ສຳລັບ ເລອອນ (Leon) ແລະ ເກເຣຕາໂຣ (Querétaro).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG