ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ແມ່​ຍິງ ກຳ​ປູ​ເຈຍ ປະ​ເຊີນ​ກັບ​ການ​ວິ​ຈານ​ຈາກ​ສັງ​ຄົມ ແລະ ຄວາມ​ກົດ​ດັນ ຫຼັງ​ຈາກ​ການ​ຢ່າ​ຮ້າງ


ທ່ານ​ນາງ ມາວ ແມັ​ບ, ຜູ້​ກໍ່​ຕັ້ງ​ອົງ​ການ Klahaan, ເຊິ່ງ​ແມ່ນ​ອົງ​ການ​ອິດ​ສະຫຼະ​ທີ່​ໂຄ​ສະ​ນາ​ສຳ​ລັບ​ສິດ​ທິ​ຂອງ​ແມ່​ຍິງ​ໃນ ກຳ​ປູ​ເຈຍ, ເຮັດ​ວຽກ​ຢູ່​ໃນ​ຫ້ອງ​ການ​ຂອງ​ລາວ​ໃນ​ນະ​ຄອນ​ຫຼວງ ພະ​ນົມ​ເປັນ.
ທ່ານ​ນາງ ມາວ ແມັ​ບ, ຜູ້​ກໍ່​ຕັ້ງ​ອົງ​ການ Klahaan, ເຊິ່ງ​ແມ່ນ​ອົງ​ການ​ອິດ​ສະຫຼະ​ທີ່​ໂຄ​ສະ​ນາ​ສຳ​ລັບ​ສິດ​ທິ​ຂອງ​ແມ່​ຍິງ​ໃນ ກຳ​ປູ​ເຈຍ, ເຮັດ​ວຽກ​ຢູ່​ໃນ​ຫ້ອງ​ການ​ຂອງ​ລາວ​ໃນ​ນະ​ຄອນ​ຫຼວງ ພະ​ນົມ​ເປັນ.

ແມ່​ຍິງ ກຳ​ປູ​ເຈຍ ຄົນ​ນຶ່ງ​ເວົ້າ​ວ່າ “ລາວໄດ້​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຂ້ອຍ​ຢ່າງ​ໂຫດ​ຮ້າຍ. ລາວ​ຕີ​ຂ້ອຍ. ລາວ​ບີບ​ຄໍ​ຂ້ອຍ. ຂ້ອຍບໍ່​ສະ​ບາຍ​ໃຈຫຼາຍ​ ເວ​ລາ​ທີ່​ຂ້ອຍ​ຢູ່​ກັບ​ລາວ, ແລະ ສຸ​ຂະ​ພາບ​ຈິດ​ຂອງ​ຂ້ອຍ​ແມ່ນບໍ່​ຄົງ​ທີ່ຫຼາຍ.

“ນ້ຳ​ຕາ​ຂອງ​ຂ້ອຍ​ເກືອບ​ຍ້ອຍ,” ເວ​ລາ​ທີ່​ນາງ ແທັດ ຈັນ​ທີ, ແມ່​ຍິງ​ອາ​ຍຸ 35 ປີ​ຈາກ​ແຂວງ ກຳ​ປົງ ຈາມ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ກຳ​ປູ​ເຈຍ ເລົ່າ​ກ່ຽວ​ກັບການ​ໃຊ້​ຊີ​ວິດກັບ​ອະ​ດີດ​ສາ​ມີ​ຂອງ​ລາວ.

ນາງ ຈັນ​ທີ, ຜູ້​ທີ່​ເຮັດ​ວຽກ​ເປັນ​ກຳ​ມະ​ກອ​ນ​ຕັດ​ຫຍິບ, ຕອນນີ້​ກຳ​ລັງ​ດີ້ນ​ຮົນ​ທີ່​ຈະ​ລ້ຽງ​ລູ​ກ​ສອງ​ຄົນ ​ຫຼັງ​ຈາກ​ຊີ​ວິດ​ແຕ່ງ​ງານ​ທີ່​ນາງ​ອະ​ທິ​ບາຍ​ດັ່ງ​ກັບ ​ຖືກ​ທາ​ສີ​ດ້ວຍ​ຄວາມ​ລະ​ເລີຍ ແລະ ຄວາມ​ຮຸນ​ແຮງ.

ການຫຼົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້​ລາວ​ໂດດ​ດ່ຽວ​ໃນ​ສັງ​ຄົມ ​ທີ່​ສືບ​ຕໍ່​ວິ​ຈານ​ແມ່​ຍິງ​ທີ່​ຢ່າ​ຮ້າງ​ວ່າ ​ລົ້ມ​ແຫຼວ​ໃນ​ບົດ​ບາດ​ຕົ້ນ​ຕໍ​ທາງ​ສັງ​ຄົ​ມ​ຂອງ​ການ​ເປັນ​ພັນ​ລະ​ຍາ ແລະ ແມ່​ຂອງ​ເຂົາ​ເຈົ້າ. ນາງ ຈັນ​ທີ ໄດ້​ຮັບ​ການ​ປອບ​ໃຈ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຄອບ​ຄົວ​ຂອງ​ລາວ. ນາງ​ກ່າວ​ວ່າ “ຂ້ອຍ​ຮູ້​ສຶກ​ເສຍ​ໃຈ​ສຳ​ລັບ​ລູກ​ຊາຍ​ສອງ​ຄົນ​ຂອງ​ຂ້ອຍ ຫຼັງ​ຈາກ​ຂ້ອຍ​ໄດ້​ຢ່າ​ຮ້າງ​ກັບ​ຜົວ​ຂອງ​ຂ້ອຍ, ຫຼາຍ​ຄົນ​ໄດ້​ວິ​ຈານ​ຂ້ອ​ຍ​ ສຳ​ລັບ​ການ​ຢ່າ​ຮ້າງ, ແຕ່​ໂຊກ​ດີ​ທີ່​ພໍ່​ແມ່ ແລະ ເອື້ອຍ​ຂອງ​ຂ້ອຍ ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຂ້ອຍ.”

ໃນ​ລາຍ​ງານ​ຄັ້ງຫຼ້າ​ສຸດ ​ຊື່​ວ່າ “ແຍກ​ທາງ,” ທີ່​ຖືກ​ເປິດ​ເຜີຍ​ເມື່ອ​ທ້າຍ​ປີ 2023 ໂດຍ​ອົງ​ການບໍ່​ຫວັງ​ຜົນ​ກຳ​ໄລ​ຂະ​ໜາດ​ນ້ອຍ ​ຊື່​ວ່າ Klahaan, ໄດ້​ເຮັດ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ງ່າຍ​ຂຶ້ນ ກ່ຽວ​ກັບ ການ​ດີ້​ນ​ຮົນ​ທີ່​ແມ່​ຮ້າງ​ຊາວ​ກຳ​ປູ​ເຈຍ ໄດ້​ປະ​ເຊີນ. ນອກ​ຈາກ​ທົນ​ກັບ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃນ​ສັງ​ຄົມ​ຢ່າງຫຼວງຫຼາຍ ແລະ ການ​ວິ​ຈານ​ແລ້ວ, ລາຍ​ງານ​ເວົ້າ​ວ່າ ​ແມ່​ຍິງ​ທີ່​ຢ່າຮ້າງ​ທັງຫຼາຍ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງກວ່າ ​ທີ່​ຈະ​ປະ​ເຊີ​ນ​ກັບ​ບັນ​ຫາ​ດ້ານ​ການ​ເງິນ ແລະ ທາງຈິດ ທຽບ​ໃສ່​ອະ​ດີດ​ສາ​ມີ​ຂອງ​ເຂົາ​ເຈົ້າ.

ລາຍ​ງານ​ຍັງ​ໄດ້​ພົບ​ວ່າ​ ມີ​ການ​ປ່ຽນ​ແປງ​ພຽງ​ໜ້ອຍ​ດຽວ​ ນັບ​ຕັ້ງ​ແຕ່​ການ​ສຶກ​ສາ​ເມື່ອ​ເດືອນພະ​ຈິກ 2015 ໂດຍ​ກະ​ຊວງ​ສະ​ຖິ​ຕິ​ຂອງ​ກຳ​ປູ​ເຈຍ ຮ່ວມ​ກັບ​ອົງ​ການ​ຂອງສະ​ຫະ​ປະ​ຊາ​ຊາດ​ ທີ່​ພົບ​ວ່າ ​ປະ​ມານ 20 ເປີ​ເຊັນ​ຂອງ​ແມ່​ຍິງ ກຳ​ປູ​ເຈຍ ໄດ້​ປະ​ເຊີນ​ກັບ​ຄວາມ​ຮຸນ​ແຮງ​ຕໍ່​ຮ່າງ​ກາຍ ແລະ ຫຼື ເພດ​ຈາກ​ຄູ່​ຮັກ​ຂອງ​ເຂົາ​ເຈົ້າ​ໃນ​ລະ​ຫວ່າງ​ການ​ຄົບ​ຫາ​ກັນ​ ລວມ​ທັງ​ຊີ​ວິດ​ແຕ່ງ​ງານ. ລາຍ​ງານ​ຍັງ​ຄົ້ນ​ພົບ​ການ​ລະ​ເມີດ​ທາງ​ຈິດ​ໃຈ​ ໄດ້​ກະ​ທົບ​ຕໍ່​ແມ່​ຍິງ​ຈຳ​ນວນ​ນຶ່ງສ່ວນ​ສາມ, ຄວາມ​ຮຸນ​ແຮງ​ມັກ​ເກີດ​ຂຶ້ນ​ຢູ່​ຕໍ່​ໜ້າ​ລູກ, ແລະ ມີ​ຜູ້​ເຄາະ​ຮ້າຍ​ໜ້ອຍ​ຄົນຫຼາຍ ​ທີ່​ໄດ້​ພະ​ຍາ​ຍາມ​ຫາ​ການ​ຊ່ວຍ​ເຫຼືອ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG