ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໑ ທັນວາ ໒໐໒໔

ພວກເຄາະຮ້າຍ ຍ້ອນລະເບີດບໍ່ທັນແຕກ ປະເຊີນກັບ ຜົນກະທົບຕ່າງໆ ທີ່ບໍ່ໄດ້ຄຳນຶງເຖິງ


Unintentional Consequences for Victims of Unexploded Artillery in Laos
please wait

No media source currently available

0:00 0:02:46 0:00

ມື້ນຶ່ງ ເມື່ອປີ 2004 ທ້າວ ຮຸ່ງ ພົມມະຈັກ ແລະ ໝູ່ຂອງລາວສອງຄົນ ໄດ້ພາກັນອອກໄປ ເຂດຊົນນະບົດ ຢູ່ໃກ້ໆກັບຄຸ້ມບ້ານຂອງພວກເຂົາເຈົ້າ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງລາວ ເພື່ອໄປຊອກຫາເສດເຫຼັກ ໄປຂາຍ ຊຶ່ງເປັນທາງນຶ່ງ ທີ່ພວກເຂົາເຈົ້າ ສາມາດ ສົມທົບເຂົ້າໃນລາຍໄດ້ ທີ່ບໍ່ຄ່ອຍຫຼາຍປານໃດ ຂອງຄອບຄົວຊາວໃຮ່ຊາວນາ. ພວກເຂົາ ເຈົ້າໄດ້ພົບເຫັນ ຊິ້ນສ່ວນຂອງເຫຼັກທີ່ຝັງຢູ່ເຄິ່ງນຶ່ງໃນດິນ ແລະ ກໍໄດ້ເລີ່ມຕົ້ນຂຸດມັນ ຂຶ້ນມາ.

ທ້າວ ຮຸ່ງ ພົມມະຈັກ ນັ່ງຢູ່ໂຕະກັບພັນລະຍາຂອງລາວ. ໃນປີ 2004 ລາວໄດ້ສູນເສຍ ແຂນທັງສອງຂ້າງຂອງລາວ ແລະ ສາຍຕາເບື້ອງນຶ່ງ ໃນເວລາ ລະເບີດລູກນຶ່ງໄດ້ແຕກຂຶ້ນ ຂະນະທີ່ລາວອອກໄປຊອກເກັບເອົາ ກະສອບເກົ່າເສດເຫຼັກ ເພື່ອໄປຂາຍ.
ທ້າວ ຮຸ່ງ ພົມມະຈັກ ນັ່ງຢູ່ໂຕະກັບພັນລະຍາຂອງລາວ. ໃນປີ 2004 ລາວໄດ້ສູນເສຍ ແຂນທັງສອງຂ້າງຂອງລາວ ແລະ ສາຍຕາເບື້ອງນຶ່ງ ໃນເວລາ ລະເບີດລູກນຶ່ງໄດ້ແຕກຂຶ້ນ ຂະນະທີ່ລາວອອກໄປຊອກເກັບເອົາ ກະສອບເກົ່າເສດເຫຼັກ ເພື່ອໄປຂາຍ.

ໝູ່ຄູ່ທັງສາມຄົນ ຈື່ໄດ້ວ່າ ມັນເປັນຊິ້ນສ່ວນກະສອບຂອງລູກລະເບີດເກົ່າ ແລະໄດ້ຕີລາຄາ ວ່າ ມັນບໍ່ເປັນອັນຕະລາຍອີກຕໍ່ໄປ. ພວກເຂົາເຈົ້າຕີລາຄາຜິດ.

ໂດຍຮູ້ເທົ່າບໍ່ເຖິງການ ພໍ່ຂອງລູກ 5 ຄົນ ເບິ່ງຄືວ່າໄດ້ເຮັດໃຫ້ ລະເບີດລູກວ່ານ ທີ່ຮູ້ຈັກ ກັນຢູ່ໃນລາວ ວ່າ “ລະເບີດບອມບີ້” ນັ້ນ ແຕກ ສະເກັດຂອງລະເບີດ ໄດ້ທະລຸຮ່າງກາຍ ຂອງລາວ ແລະ ພວກໝູ່ຄູ່ຂອງລາວສອງຄົນນຳ. ພວກເຂົາສອງຄົນເສຍຊີວິດໃນທັນທີ ສ່ວນທ້າວຮຸ່ງ ໄດ້ສູນເສຍຕາເບື້ອງນຶ່ງ ແລະ ສູນເສຍແຂນທັງສອງຂ້າງ.

ກອງລະເບີດທີ່ຍັງບໍ່ທັນແຕກ ເປັນເລື່ອງລາວ ຂອງຊີວິດການເປັນຢູ່ແຕ່ລະມື້ ຢູ່ໃນຄຸ້ມບ້ານຕ່າງໆ ຢູ່ທາງພາກຕາເວັນອອກສຽງເໜືອ ແຂວງ ຊຽງຂວາງ ຂອງລາວ.
ກອງລະເບີດທີ່ຍັງບໍ່ທັນແຕກ ເປັນເລື່ອງລາວ ຂອງຊີວິດການເປັນຢູ່ແຕ່ລະມື້ ຢູ່ໃນຄຸ້ມບ້ານຕ່າງໆ ຢູ່ທາງພາກຕາເວັນອອກສຽງເໜືອ ແຂວງ ຊຽງຂວາງ ຂອງລາວ.

ໜຶ່ງທົດສະວັດຕໍ່ມາ ເຫດການດັ່ງກ່າວ ແມ່ນຍັງຄົງເປັນທີ່ແຈ່ມແຈ້ງຢູ່ ສຳລັບທ້າວຮຸ່ງ ໃນ ຂະນະທີ່ຄອບຄົວຂອງລາວຊຸກຊົນໃນການປະເຊີນໜ້າກັບຊີວິດການເປັນຢູ່ ໃນແຕ່ລະວັນ ອັນເປັນການເຕືອນລາວຢູ່ສະເໝີ. ຄອບຄົວ ແລະ ພວກເພື່ອນມິດຂອງລາວ ໄດ້ປຸ້ມລຸມ ກັນ ໃຫ້ການຊ່ອຍເຫຼືອຈ່າຍຄ່າ ໂຮງໝໍໃຫ້ ຊຶ່ງທ້າວຮຸ່ງບໍ່ມີເງິນຈະຈ່າຍເລີຍ. ພັນລະຍາ ຂອງລາວ ໃນປັດຈຸບັນນີ້ ແມ່ນກາງຕໍ່ການອູ້ມຊູຂອງພວກຄົນໃນໝູ່ບ້ານ ເພື່ອຊ່ອຍເຫຼືອ ຄອບຄົວຂອງລາວ ເຮັດນາ ແລະ ລູກສາວກົກຂອງລາວ ສ່ວນໃຫຍ່ໃຊ້ເວລາ ເບິ່ງແຍງ ໃນເລື່ອງຄວາມຈຳເປັນຕ່າງໆ ຂອງພໍ່ຜູ້ພິການ.

ອ່ານຂ່າວນີ້ ເປັນພາສາອັງກິດ

One day in 2004, Houng Phomma Chak and two friends ventured out to the countryside near their village in northeastern Laos in search of scrap metal to sell, a way for them to supplement their families' meager rice-farming incomes. They came across a piece of metal half-buried in the ground and set about digging it up.

The three friends recognized it as a piece of an old bomb casing, and assumed it was no longer dangerous. They were wrong.

Unknowingly, the father of five had likely set off a cluster bomb, known in Laos as a "bombie." The shrapnel ripped through his body and those of his two friends. They were killed instantly; Houng was left blind in one eye and lost both his lower arms.

A decade later, the incident is still vivid for Houng as the day-to-day struggles he and his family face are a constant reminder. Family and friends came together to help with the hospital bills that Houng had no money to pay for. His wife now relies on the support of fellow villagers to help with the family's rice field and his eldest daughter spends much of her time caring for the needs of her disabled father.

XS
SM
MD
LG