ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ໄຕ້​ຝຸ່ນ ຣາມມະ​ສູນ ​​ພັດມຸ່ງ​ໜ້າ​ ສູ່ຈີນ ຫຼັງຈາກ ຖະຫຼົ່ມ ຟີລິບປິນ (ສະໄລດ໌/ວີດີໂອ)


ໄຕ້​ຝຸ່ນຣາມມະ​ສູນ ​ແມ່ນ​ໄດ້​ພັດມຸ່ງ​ໜ້າ​ໄປ​ຫາ​ຈີນ ຫຼັງຈາກໄດ້​
ຖະ​ຫລົ່ມ ພາກ​ເໜືອ​ຂອງ​ຟີ​ລິບ​ປີນ ທີ່​ເຮັດໃຫ້ມີຢ່າງ​ນ້ອຍ 38​
ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າໜ້າ​ທີ່ຟີ​ລິບ​ປີນ ກ່າວ​ວ່າ ຍັງ​ມີອີກ 8 ຄົນ​ ຫາຍ​
ສາບ​ສູນ​ຫຼັງຈາກ​ໄຕ້​ຝຸ່ນຣາມມະສູນໄດ້​ພັດ​ຜ່ານ​ເກາະ​ໃຫຍ່​
Luzon ​ໃນ​ວັນ​ພຸດ ວານ​ນີ້.

ຫຼາຍ​ແສນ​ຄົນ​ຍັງ​ບໍ່​ມີ​ໄຟຟ້າ​ໃຊ້ ຢູ່ໃນ​ເຂດນະຄອນຫລວງມາ​ນີລາ
​ແລະ​ ບໍ​ລິ​ເວນອ້ອມ​ແອ້ມ ຊຶ່ງ​ເປັນ​ບ່ອນ​ທີ່​ຍັງ​ມີ​ ຕົ້ນ​ໄມ້ ​ແລະ ເສົາ​
ໄຟຟ້າ​ຫັກ ທີ່ຍັງບໍ່ທັນມີການມ້ຽນມັດສ້ອມແປງເທື່ອ.

ຜູ້​ເສຍ​ຊີວິດ​ສ່ວນຫຼາຍ ແມ່ນ​ຖືກຕົ້ນ​ໄມ້ ຫຼືສິ່ງ​ຂອງ​ຕ່າງ​ໆ​ ຫັກທັບ. ຢູ່​ໃນ​ເມືອງ Lucena ນັ້ນ ຢ່າງ​ນ້ອຍ 3 ຄົນ​ເສຍ​ຊີວິດ​ຍ້ອນ​ຖືກ​ຝາ​ອາ ຄານພັງລົງມາທັບພວກ​ເຂົາ​ເຈົ້າ.

ພວກນັກ​ພະຍາ​ກອນ​ອາກາດເຊື່ອ​ວ່າ ພາຍຸ​ຫົວ​ນີ້ ຈະ​ກັບ​ຄືນ​ມາ​ມີ​ຄວາມ​ແຮງເປັນລົມພາຍຸ
ລະດັບທີ 3 ​ໃນ​ຂະນະ​ທີ່​ພັດຜ່ານ ​ບໍລິເວນທີ່ມີນ້ຳອຸ່ນ ໃນທະ​ເລ​ຈີນ​ໃຕ້ ​ໃນ​ທິດ​ທາງ​ຂອງ​
ເກາະ Hainan ຊຶ່ງ​ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ປະຊາຊົນເກືອບ 9 ລ້ານ​ຄົນນັ້ນ.

ໄຕ້ຝຸ່ນຣາມມະ​ສູນ ທີ່ມີຄວາມ​ໝາຍ​ວ່າ “ເທບພະ​ເຈົ້າແຫ່ງຟ້າຮ້ອງ” ໃນ​ພາສາ​ໄທ ໃນ​
ຂະນະ​ນີ້ ​ເປັນ​ພາຍຸທີ່ມີຄວາມ​ແຮງລະດັບ​ທີ 1 ຄືມີ ລົມແຮງ​ເຖິງ 130 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
​ແລະ​ສາມາດ​ເພີ້​ມຄວາມ​ແຮງ ຂຶ້ນໄດ້ເຖິງ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມ​ງ.

ໄຕ້​ຝຸ່ນຣາມມະສູນຊຶ່ງກຳລັງ​ເຄື່ອນຍ້າຍໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ​ໃນ​ຄວາມ​ໄວ​
ປະມານ 25 ກິ​ໂລ​ແມັດຕໍ່ຊົ່ວ​ໂມງນັ້ນ ຄາດ​ວ່າ​ຈະ​ພັດ​ຂຶ້ນ ຝັ່ງ ຢູ່​ເຂດ​ພາກ​ໃຕ້​ຂອງ​ຈີນໃນ ວັນ​ສຸກ​ມື້​ອື່ນ​ນີ້.

ASIA TYPHOON VO
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG