ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນະໂຍບາຍ ຊີເຣຍ ຂອງທ່ານນາງ Clinton ຈະນຳໄປສູ່ສົງຄາມໂລກ ຄັ້ງທີ 3


ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ລະດົມພວກສະໜັບສະໜູນ ໃນການໂຮມຊຸມນຸມ ຢູ່ທີ່ສະຖານທີ່ເກັບເຮືອບິນ Million Air Orlando ໃນເມືອງ Sanford, ລັດ Florida, ສະຫະລັດ ວັນທີ 25 ຕຸລາ 2016.
ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ລະດົມພວກສະໜັບສະໜູນ ໃນການໂຮມຊຸມນຸມ ຢູ່ທີ່ສະຖານທີ່ເກັບເຮືອບິນ Million Air Orlando ໃນເມືອງ Sanford, ລັດ Florida, ສະຫະລັດ ວັນທີ 25 ຕຸລາ 2016.

ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວວ່າ ນະໂຍບາຍ ຊີເຣຍ ຂອງທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ຈະນຳໄປ ສູ່ສົງຄາມໂລກອີກເທື່ອນຶ່ງ.

“ອັນທີ່ພວກເຮົາຄວນເຮັດ ແມ່ນສຸມໃສ່ ກຸ່ມ ISIS. ພວກເຮົາບໍ່ຄວນສຸມໃສ່ຊີເຣຍ” ນັ້ນແມ່ນຄຳໃຫ້ສຳພາດກັບອົງການຂ່າວ Reuters ຂອງທ່ານ Trump. ທ່ານເວົ້າອີກວ່າ “ໃນທີ່ສຸດທ່ານຈະເຂົ້າສົງຄາມໂລກຄັ້ງທີສາມ ທີ່ກ່ຽວພັນກັບຊີເຣຍ ຖ້າພວກເຮົາຟັງ ທ່ານນາງ Hillary Clinton.”

ບັນຫາຂັດແຍ່ງຂອງຊີເຣຍ ແມ່ນສະລັບສັບຊ້ອນທີ່ເປັນການແຍ່ງຊິງຂອງກຸ່ມໃນທ້ອງຖິ່ນ ແລະ ອິດທິພົນຂອງນານາຊາດ ທີ່ໄດ້ເລີ່ມຂຶ້ນໃນປີ 2011 ຂະນະທີ່ມີການປະທ້ວງແບບ ສັນຕິ ຕໍ່ຕ້ານ ປະທານາທິບໍດີ Bashar al-Assad ຢູ່ນັ້ນ ແຕ່ສຳລັບສອງປີທີ່ຜ່ານມາ ກໍຍັງຮວມມີການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງລັດອິສລາມນຳດ້ວຍ. ຣັດເຊຍ ແລະ ອີຣ່ານ ທີ່ໜູນຫຼັງ ທ່ານ Assad ຕໍ່ສູ້ຕ້ານພວກກະບົດຕໍ່ຕ້ານລັດຖະບານ ຂະນະທີ່ພວກນັກລົບ ຝ່າຍຄ້ານ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ເຊັ່ນວ່າ ສະຫະລັດ ເທີກີ ແລະ ຊາອຸດີ ອາຣາເບຍ.

ທ່ານນາງ Clinton ໄດ້ນຳສະເໜີຫຼາຍແນວທາງ ສືບຕໍ່ຄວາມພະຍາຍາມຂອງສະຫະລັດ ເພື່ອຕາມລ່າພວກນັກລົບກຸ່ມລັດອິສລາມ ແລະ ຢາກໃຫ້ທ່ານ Assad ລົງອອກຈາກ ຕຳແໜ່ງ. ແຕ່ທ່ານນາງ ຍັງສະໜັບສະໜູນ ໃຫ້ຈັດຕັ້ງເຂດຫ້າມບິນ ເພື່ອທີ່ຈະປົກປ້ອງ ພວກພົນລະເຮືອນ ອັນເປັນສິ່ງທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຄັດຄ້ານ ແລະ ອາດມີທ່າແຮງເຮັດໃຫ້ເກີດບັນຫາຂັດແຍ່ງກັບ ກຳລັງຂອງ ຊີເຣຍ ແລະ ຣັດເຊຍ.

ທ່ານ Trump ໄດ້ກ່າວຕໍ່ ອົງການຂ່າວ Reuters ວ່າ ບົດບາດຂອງທ່ານ Assad ໃນອະນາຄົດຂອງຊີເຣຍ ແມ່ນ “ເລື່ອງທີສອງ” ຕໍ່ເປົ້າໝາຍຂອງການຜາບແພ້ກຸ່ມ ລັດອິສລາມ ແລະ ວ່າ ປັດຈຸບັນນີ້ ຜູ້ນຳຂອງຊີເຣຍ ແມ່ນເຂັ້ມແຂງຂຶ້ນກວ່າ ເມື່ອ 3 ປີຜ່ານມາ.

ຄະນະໂຄສະນາຫາສຽງຂອງທ່ານນາງ Clinton ໄດ້ຕຳນິທ່ານ Trump ທີ່ໃຫ້ການ ສະໜັບ ສະໜູນ ປະທານາທິບໍດີ ຂອງຣັດເຊຍ ທ່ານ Vladimir Putin ຜູ້ທີ່ຢາກໃຫ້
ທ່ານ ອາຊາດ ມີອຳນາດຢູ່ຕໍ່ໄປ.

ທ່ານ Jesse Lehrich ໂຄສົກຂອງທ່ານນາງ Clinton ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ອີກເທື່ອນຶ່ງ ທ່ານ Trump ຮ້ອງໂຮ ຫົວຂໍ້ຂອງທ່ານ Putin ນຳໃຊ້ ຄວາມຢ້ານກົວ ຂອງຊາວອາເມຣິກັນ ໃນຂະນະທີ່ ບໍ່ຍິນຍອມທີ່ຈະນຳເອົາແຜນການໃດໆ ຂອງຕົນ ອອກມາ ເພື່ອເອົາຊະນະກຸ່ມ ISIS ຫຼື ບັນເທົາຄວາມທຸກທໍລະມານ ໃນດ້ານມະນຸດ ສະທຳ ຢູ່ໃນຊີເຣຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Trump on Suspending Syria Refugee Program
please wait

No media source currently available

0:00 0:00:45 0:00

XS
SM
MD
LG