ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

TikTok ຟ້ອງ ສະຫະລັດ ເພື່ອສະກັດກັ້ນ ການຫ້າມໃຊ້ພາຍໃນປະເທດ ທີ່ອາດຈະເກີດຂຶ້ນໄດ້


ແຟ້ມພາບ - ໂລໂກຂອງ TikTok ຖືກວາງໄດ້ວຢູ່ເທິງທຸງສະຫະລັດ ແລະ ທຸງຈີນ ຢູ່ໃນຮູບພາບປະກອບນີ້.
ແຟ້ມພາບ - ໂລໂກຂອງ TikTok ຖືກວາງໄດ້ວຢູ່ເທິງທຸງສະຫະລັດ ແລະ ທຸງຈີນ ຢູ່ໃນຮູບພາບປະກອບນີ້.

TikTok ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ໄດ້​ຍື່ນ​ຟ້ອງ​ລັດຖະບານ​ກາງ ​ເພື່ອ​ຄັດຄ້ານ​ກົດໝາຍ​ທີ່​ລົງ​ນາມ​ໂດຍ​ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ​ທີ່​ຈະ​ບັງຄັບ​ໃຫ້​ມີ​ການ​ຂາຍ ຫຼື​ຫ້າມ​ໃຊ້​ແອັບ​ສື່ສັງຄົມ​ອອນລາຍດັ່ງກ່າວ.

ບໍລິສັດໄດ້ໂຕ້ແຍ້ງວ່າ ຮ່າງກົດໝາຍດັ່ງກ່າວລະເມີດການປົກປ້ອງເສ​ລີ​ພາບ​ໃນການປາກເວົ້າຢູ່ໃນບົດເພີ້ມເຕີມຂອງລັດຖະທຳມະນູນສະຫະລັດຂໍ້ທີນຶ່ງ.

ກົດໝາຍ ທີ່ລົງນາມໂດຍ ທ່ານ ໄບເດັນ ໃນທ້າຍເດືອນເມສາ ໃຫ້ເວລາກັບ ByteDance ເຊິ່ງບໍລິສັດແມ່ຂອງຈີນ ຂອງ TikTok ​ຫນ້ອຍກວ່າແປດເດືອນ ໃນການຂາຍ TikTok ຫຼືບໍ່ດັ່ງນັ້ນກໍຕ້ອງປະເຊີນກັບການຫ້າມ.

TikTok ແລະ ByteDance ກ່າວໃນການຢື່ນຟ້ອງຂອງພວກເຂົາວ່າ ການ ຂາຍກິດຈະການແມ່ນ "ເປັນໄປບໍ່ໄດ້ເລີຍ ບໍ່ວ່າຈະທັງໃນທາງດ້ານການຄ້າ, ໃນທາງດ້ານເທັດກໂນໂລຢີ, ໃນທາງກົດຫມາຍ," "ບໍ່ມີຂໍ້ສົງໃສເລີຍວ່າ ການກະທໍາດັ່ງກ່າວຈະບັງຄັບໃຫ້ປິດ TikTok ພາຍໃນວັນທີ 19 ມັງກອນ 2025, ແລະ ປິດປາກຊາວອາເມຣິກັນ 170 ລ້ານຄົນ. ຜູ້ທີ່ໃຊ້ເວທີນີ້ເພື່ອ ຕິດຕໍ່ສື່ສານໃນຮູບແບບທີ່ບໍ່ສາມາດຈໍາລອງຢູ່ບ່ອນອື່ນໄດ້.”

ພາຍໃຕ້ກົດໝາຍໃໝ່, ບໍ​ລິ​ສັດ Apple ແລະ Google ບໍ່ສາມາດຮອງຮັບແອັບ TikTok ໄດ້ຕາມກົດໝາຍ. ການບໍລິການເຊື່ອມ​ຕໍ່ອິນເຕີເນັດ ກໍ່ຈະຖືກຫ້າມບໍ່ ໃຫ້ຮອງຮັບແອັບດັ່ງກ່າວເຊັ່ນກັນ.

ກົດໝາຍ​ດັ່ງກ່າວ​ ຖືກຮັບ​ຜ່ານ​ພາຍຫຼັງ​ບັນດາ​ສະມາຊິກ​ສະພາ​ສະຫະລັດ ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ TikTok ພາໃຫ້ເກີດ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ເນື່ອງຈາກ​ຈີນ​ສາມາດ​ເກັບ​ກຳ​ຂໍ້​ມູນ​ຂອງ​ຊາວ​ອາ​ເມ​ຣິກັນ ​ຜ່ານ​ແອັບ​ຂອງ​ຕົນໄດ້. ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ ໄດ້​ຮັບ​ຜ່ານ​ຢ່າງ​ລົ້ນ​ເຫຼືອ​ໃນ​ສະ​ພາ​ໃນ​ເດືອນ​ແລ້ວ​ນີ້ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ຄະ​ນະ​ກຳ​ມະ​ການ​ທີ່ເປັນ​ເອ​ກະ​ສັນ​ໃຫ້ເອົາກົດໝາຍດັ່ງກ່າວ ​ຂຶ້ນໄປຂັ້ນຕໍ່ໄປ.

ການຮ້ອງຟ້ອງກ່າວວ່າ ລັດຖະບານຈີນ "ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຕົນຈະບໍ່ອະນຸຍາດໃຫ້ມີການຂາຍເຄື່ອງມືການແນະນຳຂໍ້​ມູນທີ່ເປັນກຸນແຈສູ່ ຄວາມສໍາເລັດຂອງ TikTok ໃນສະຫະລັດ,"

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG