ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

TikTok ໄດ້ຍົກເອົາຄວາມກັງວົນ ດ້ານເສລີພາບໃນການປາກເວົ້າ ຕໍ່ຮ່າງກົດໝາຍທີ່ຜ່ານໂດຍສະພາຕໍ່າ ສຫລ ທີ່ອາດຈະຫ້າມແອັບນີ້


ແຟ້ມພາບ - ໃນ​ຮູບ​ນີ້ ​ສະ​ແດງ​ໃຫ້​ເຫັນ​ໂລ​ໂກ້ແອັບສື່​ສັງ​ຄົມ​ ຂອງ TikTok ປະກົດ​ຢູ່​ໃນ​ຫນ້າ​ຈໍ​ຂອງ iPhone ໂດຍມີ​ພື້ນຫຼັງເປັນ​ທຸງ​ຊາດ​ສະ​ຫະ​ລັດ ​ແລະ​ຈີນ ​ໃນ ​ວໍ​ຊິງ​ຕັນ​ ດີ​.ຊີ.​, ວັນ​ທີ 16 ມີ​ນາ 2023​.
ແຟ້ມພາບ - ໃນ​ຮູບ​ນີ້ ​ສະ​ແດງ​ໃຫ້​ເຫັນ​ໂລ​ໂກ້ແອັບສື່​ສັງ​ຄົມ​ ຂອງ TikTok ປະກົດ​ຢູ່​ໃນ​ຫນ້າ​ຈໍ​ຂອງ iPhone ໂດຍມີ​ພື້ນຫຼັງເປັນ​ທຸງ​ຊາດ​ສະ​ຫະ​ລັດ ​ແລະ​ຈີນ ​ໃນ ​ວໍ​ຊິງ​ຕັນ​ ດີ​.ຊີ.​, ວັນ​ທີ 16 ມີ​ນາ 2023​.

ໃນວັນອາທິດທີ່ຜ່ານມາ TikTok ໄດ້ຍົກເອົາບັນຫາຄວາມກັງວົນກ່ຽວກັບເສລີພາບໃນການປາກເວົ້າສໍາລັບຮ່າງກົດໝາຍສະບັບນຶ່ງທີ່ຮັບຜ່ານໂດຍສະພາພາຕໍ່າຂອງສະຫະລັດ ທີ່ຈະຫ້າມແອັບຯສື່ສັງຄົມທີ່ເປັນທີ່ນິຍົມໃນສະຫະລັດ ຖ້າເຈົ້າຂອງທີ່ເປັນຄົນຈີນ, ByteDance, ບໍ່ຂາຍຫຸ້ນຂອງຕົນພາຍໃນນຶ່ງປີ, ອີງຕາມອົງການຂ່າວຣອຍເຕີສ໌.

ສະພາຕ່ຳ ໄດ້ຜ່ານຮ່າງກົດໝາຍດັ່ງກ່າວໃນວັນເສົາທີ່ຜ່ານມາ ດ້ວຍຄະແນນສຽງ 360 ຕໍ່ 58. ໃນຕອນນີ້,​ ກົດໝາຍດັ່ງກ່າວ ໄດ້ໄປຂຶ້ນໄປຫາສະພາສູງ ບ່ອນທີ່ມັນສາມາດຖືກນຳໄປລົງຄະແນນສຽງໃນອີກສອງສາມມື້ຂ້າງໜ້າ. ກ່ອນ​ໜ້າ​ນີ້ ປະທານາທິບໍດີ ໂຈ ໄບເດັນ ເຄີຍກ່າວ​ໄວ້ວ່າ ທ່ານ​ຈະ​ລົງ​ນາມ​ໃນ​ກົດໝາຍ​ສະບັບ​ດັ່ງກ່າວ.

ຂັ້ນຕອນໃນການລວມເອົາ TikTok ເຂົ້າໃນຊຸດການຊ່ວຍເຫຼືອຕ່າງປະເທດທີ່ກວ້າງຂຶ້ນນັ້ນ ອາດເລັ່ງລັດກຳນົດເວລາການຫ້າມທີ່ອາດຈະມີຂຶ້ນ ໃຫ້ໄວຂຶ້ນ ຫຼັງຈາກຮ່າງກົດໝາຍທີ່ແຍກຕ່າງຫາກໃນກ່ອນໜ້ານີ້ ໄດ້ຖືກໂຈະຢູ່ໃນສະພາສູງສະຫະລັດ.

TikTok ກ່າວໃນຖະແຫຼງການສະບັບນຶ່ງວ່າ “ເປັນທີ່ໜ້າເສຍດາຍທີ່ສະພາຕໍ່າ ກຳລັງໃຊ້ຫົວຂໍ້ຂອງການຊ່ວຍເຫຼືອຕ່າງປະເທດ ແລະມະນຸດສະທຳທີ່ສຳຄັນ ເພື່ອອອກກົດໝາຍຫ້າມທີ່ຈະທຳລາຍສິດເສລີໃນການປາກເວົ້າຂອງຊາວອາເມຣິກັນ 170 ລ້ານຄົນອີກຄັ້ງນຶ່ງ.”

ສະມາຊິກສະພາສະຫະລັດຫຼາຍຄົນຈາກທັງພັກຣີພັບບລີກັນ ແລະພັກເດໂມແຄຣັດ ແລະລັດຖະບານ ທ່ານ ໄບເດັນ ກ່າວວ່າ TikTok ເຮັດໃຫ້ເກີດຄວາມສ່ຽງດ້ານຄວາມໝັ້ນຄົງແຫ່ງຊາດ ເພາະວ່າຈີນສາມາດບັງຄັບໃຫ້ບໍລິສັດເປີດເຜີຍຂໍ້ມູນຂອງຜູ້ໃຊ້ 170 ລ້ານຄົນຂອງສະຫະລັດ. TikTok ຢືນຢັນວ່າຕົນບໍ່ເຄີຍເປີດເຜີຍຂໍ້ມູນຂອງສະຫະລັດ ແລະຈະບໍ່ເຮັດແບບນັ້ນ.

ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ທ່ານ ມາກ ວໍເນີ (Mark Warner) ປະທານ​ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ສູງ, ​ໃນ​ວັນ​ອາທິດ​ວານ​ນີ້ກ່າວ​ວ່າ TikTok ສາມາດ​ຖືກ​ນຳ​ໃຊ້​ເປັນ​ເຄື່ອງ​ມື​ໂຄສະນາ​ເຜີຍ​ແຜ່​ຂອງ​ລັດຖະບານ​ຈີນໄດ້.

ເຊິ່ງໃນຊ່ວງຕໍ່ໄປ, ພວກເຮົາກໍຍັງມີລາຍງານກ່ຽວກັບ ບໍລິສັດເທມູ ແລະ ຊີອິນ, ເຊິ່ງເປັນບໍລິສັດຂາຍເຄື່ອງອອນລາຍລາຄາຖືກຂອງຈີນ ທີ່ກຳລັງມາແຮງ, ໄດ້ສ້າງຄວາມກັງວົນໃຈໃຫ້ກັບ ທັງບັນດາລູກຄ້າ ແລະ ລັດຖະສະພາຂອງສະຫະລັດ. ເຊິ່ງລາຍລະອຽດຈະເປັນແນວໃດນັ້ນ, ຂໍເຊີນທ່ານຮັບຟັງໄດ້ໃນຊ່ວງຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG