ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ໄວ້ລຸ້ນ 3 ຄົນ ຖືກຄວບຄຸມໂຕ ໃນຂໍ້ຫາຄາດຕະກຳ ໝູ່ຮ່ວມຫ້ອງຮຽນ ອາຍຸ 13 ປີ ຢ່າງໂຫດຮ້າຍ, ເຮັດໃຫ້ເກີດການໂຕ້ຖຽງກັນໃນຈີນ


ແຟ້ມພາບ - ຜູ້ຊາຍຄົນນຶ່ງ ຍ່າງໄປຕາມຫົນທາງ ໃນເມືອງ ຫານດານ, ແຂວງເກີເປີ່ຍ (Hebei province) ໃນວັນທີ 28 ກຸມພາ 2024.
ແຟ້ມພາບ - ຜູ້ຊາຍຄົນນຶ່ງ ຍ່າງໄປຕາມຫົນທາງ ໃນເມືອງ ຫານດານ, ແຂວງເກີເປີ່ຍ (Hebei province) ໃນວັນທີ 28 ກຸມພາ 2024.

ໃນຊ່ວງສຸດທ້າຍທີ່ໄດ້ຖືກບັນທຶກໄວ້ກ່ອນການເສຍຊີວິດຂອງເດັກຊາຍອາຍຸ 13 ປີ, ລາວໄດ້ຖືກຖ່າຍໄວ້ໂດຍກ້ອງວົງຈອນປິດຕ່າງໆ ໃນຂະນະທີ່ນັ່ງຢູ່ເທິງລົດສະກູດເຕີ, ໂດຍມີໝູ່ຮ່ວມຫ້ອງຮຽນສາມຄົນ ອ້ອມຮອບ. ນຶ່ງຊົ່ວໂມງຕໍ່ມາ, ໂທລະສັບຂອງລາວກໍເພ, ພາໃຫ້ຍາດພີ່ນ້ອງ ພາກັນຟ້າວເລີ່ມຕົ້ນຊອກຫາລາວຢ່າງວຸ້ນວາຍ.

ມື້ຕໍ່ມາ, ເຈົ້າໜ້າທີ່ໃນໝູ່ບ້ານແຫ່ງນຶ່ງ ຢູ່ພາກກາງຂອງຈີນ ໄດ້ຄົ້ນພົບສິ່ງທີ່ເຮັດໃຫ້ຮູ້ສຶກເຈັບປວດໃຈ: ຄືສົບຂອງເດັກຊາຍ, ຖືກຝັງໃນເຮືອນແກ້ວປູກຜັກທີ່ໄດ້ຖືກປະຖິ້ມຮ້າງໄວ້ ຢູ່ພາຍໃຕ້ຜ້າກັນນໍ້າ.

ຕອນນີ້, ໝູ່ຮ່ວມຫ້ອງຮຽນໄວລຸ້ນສາມຄົນຂອງລາວໄດ້ຖືກຄວບຄຸມໂຕ ໃນຂໍ້ສົງໄສວ່າ ຄາດຕະກຳເດັກຊາຍຄົນດັ່ງກ່າວ ໃນຄະດີທີ່ຄອບງໍາປະເທດຈີນ, ເຮັດໃຫ້ເກີດຄວາມຄຽດແຄ້ນ ແລະ ໂຕ້ຖຽງກັນຢ່າງວຸ້ນວາຍກ່ຽວກັບອາຍຸທີ່ຍັງນ້ອຍຂອງຜູ້ຕ້ອງສົງໄສ ແລະຊອກຫາດ້ານຈິດວິນຍານກ່ຽວກັບການຂົ່ມເຫັງ ແລະຄວາມຮັບຜິດຊອບທາງສັງຄົມໃນເຂດຊົນນະບົດຂອງຈີນ.

ຕຳຫຼວດ​ເຂດ ເຟຊຽງ (Feixiang) ຂອງ​ເມືອງ ຫານດານ (Handan) ​ໄດ້​ລະບຸ​ຕົວ​ເດັກ​ຊາຍ​ຄົນ​ນີ້ ​ດ້ວຍ​ນາມ​ສະກຸນ​ຂອງ​ລາວ ວ່າແມ່ນ ທ້າວຫວັງ (Wang) ເທົ່ານັ້ນ. ໃນຖະແຫຼງການສັ້ນໆ ໃນວັນອາທິດທີ່ຜ່ານມາ ພວກເຂົາກ່າວວ່າ ເດັກຊາຍຄົນດັ່ງກ່າວ ໄດ້ຖືກຂ້າຕາຍ ໃນວັນທີ 10 ມີນາ ແລະຜູ້ຕ້ອງສົງໄສໄດ້ຖືກຄວບຄຸມໂຕ ໃນມື້ຕໍ່ມາ.

ຍາດຕິພີ່ນ້ອງຂອງທ້າວ ຫວັງ (Wang) ແລະທະນາຍຄວາມຂອງພວກເຂົາ ໄດ້ກ່າວໃນການສໍາພາດກັບອົງການຂ່າວທ້ອງຖິ່ນ ແລະໃນຂໍ້ຄວາມທີ່ເຜີຍແຜ່ລົງໃນສື່ສັງຄົມວ່າ ເດັກຊາຍ ໄດ້ຕົກເປັນເຫຍື່ອຂອງການຂົ່ມເຫັງມາດົນນານ, ແລະໄດ້ຖືກບັງຄັບໃຫ້ຈ່າຍເງິນໃຫ້ໝູ່ຮ່ວມຫ້ອງຮຽນຂອງລາວ ກ່ອນທີ່ລາວ ຈະຖືກຂ້າຕາຍ. ເຂົາເຈົ້າເວົ້າວ່າ ຕຳຫຼວດໄດ້ລະບຸຕົວຜູ້ຕ້ອງສົງໄສເປັນຄາດຕະກອນໄດ້ ຫຼັງຈາກໄດ້ກວດສອບພາບຈາກກ້ອງວົງຈອນປິດ ແລະສອບຖາມໝູ່ຮ່ວມຫ້ອງຮຽນຂອງລາວ.

ພໍ່ຂອງ ທ້າວ ຫວັງ (Wang) ຂຽນລົງໃນ Douyin, ເຊິ່ງເປັນເວທີສື່ສັງຄົມຂອງຈີນ ວ່າ "ລາວໄດ້ຖືກທຸບຕີທັງໆທີ່ຍັງມີຊີວິດຢູ່ ແລະຮ່າງກາຍຂອງລາວໄດ້ຖືກເຮັດໃຫ້ຜິດຮູບຮ່າງຈົນຈື່ບໍ່ໄດ້." "ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ລັດ​ຖະ​ບານ​ຈະ​ມີ​ຄວາມ​ຍຸ​ຕິ​ທໍາ​, ເປີດກວ້າງ ​ແລະທ່ຽງທຳ​, ​ລົງ​ໂທດພວກ​ເຂົາ​ເຈົ້າ​ຢ່າງ​ໜັກ, ແລະພວກຄາດຕະກອນເລົ່ານັ້ນ ​ຈະ​ຕ້ອງຊົດໃຊ້ດ້ວຍ​ຊີ​ວິດ​ຂອງພວກ​ເຂົາ​ເຈົ້າ​!”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG