ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ວັດອິສລາມ ໃນລັດ ຄາລິຟໍເນຍ ໄດ້ຮັບຈົດໝາຍຂົ່ມຂູ່ສາມສະບັບ


ອັດຕາຄະດີກຽດຊັງຄົນມຸສລິມໃນ 18 ລັດຂອງ ສະຫະລັດ.
ອັດຕາຄະດີກຽດຊັງຄົນມຸສລິມໃນ 18 ລັດຂອງ ສະຫະລັດ.

ໜັງສືພິມຊັ້ນນຳສະບັບນຶ່ງຂອງ ສຫຣ ລາຍງານວ່າ ວັດມຸສລິມສາມແຫ່ງທີ່ລັດກາລີຟໍເນຍ ໄດ້ຮັບຈົດໝາຍອັນດຽວກັນທີ່ຂູ່ວ່າ “ດຽວນີ້ຢູ່ໃນເມືອງຂອງເຮົາ ມີຫົວໜ້າຕຳຫຼວດຜູ້ໃໝ່ ແລ້ວ ນັ້ນກໍຄື ປະທານາທິບໍດີ ດານາລ ທຣຳ.” ແລະ ປະທານາທິບໍດີທີ່ຫາກໍຖືກເລືອກ ໃໝ່ກຳລັງຈະ “ກະທຳຕໍ່ພວກເຈົ້າ ດ່ັງດຽວກັນກັບສິ່ງທີ່ ຮິດເລີ້ ໄດ້ກະທຳກັບພວກ ຢິວ ຫັ້ນ.”

ໜັງສືພິມ Los Angeles Timesກ່າວວ່າ ສະພາສາຍພົວພັນອາເມຣິກັນກັບຊາວມຸສລິມ ໄດ້ຂໍຮ້ອງເອົາການປ້ອງກັນຈາກຕຳຫຼວດຕື່ມຂຶ້ນສຳລັບໂບດມຸສລິມໃນທ້ອງຖິ່ນຂອງເຂົາ ເຈົ້າ ລຸນຫຼັງໄດ້ຮັບຈົດໝາຍເປັນທັງສຳນວນພິມ ແລະ ຂຽນດ້ວຍມື ສົ່ງເຖິງສູນກາງອິສ ລາມ ທີ່ເມືອງ Long Beach ທີ່ສູນກາງອິສລາມ ໃນເມືອງ Claremont ຊຶ່ງທັງສອງແຫ່ງ ແມ່ນຢູ່ທາງພາກໃຕ້ຂອງລັດຄາລີຟໍເນຍ ສົ່ງໄປຫາ ສູນກາງອິສລາມທີ່ເມືອງ ແອເວີ້ກຣີນ ໃນນະຄອນ ແຊນ ໂຮເຊ ທາງພາກເໜືອຂອງລັດ ຄາລີຟໍເນຍ.

ອິງຕາມໜັງສືພິມ Los Angeles Timesແລ້ວແມ່ນວ່າ ຈົດໝາຍນີ້ແມ່ນຈ່າໜ້າຊອງສົ່ງ ເຖິງ “ພວກລູກໆຂອງສູລະຕານ” ແລະ ເຊັນຊື່ໃສ່ວ່າ “ຊາວ ອາເມຣິກັນ ເພື່ອເສັ້ນທາງ ທີ່ດີກວ່າເກົ່າ.”

ຕາມລາຍງານນັ້ນແມ່ນວ່າ ຈົດໝາຍດັ່ງກ່າວໄດ້ບັນລະຍາຍຊາວມຸສລິມວ່າ “ເປັນຄົນຊົ່ວ ຊ້າເລວຊາມແລະສົກກະປົກ” ແລະເວົ້າວ່າ "ທຣຳ ຈະມາສະສາງໃຫ້ອາເມລິກາສະ ອາດ ແລະ ເຮັດໃຫ້ເຫຼື້ອມງາມຄືນໃໝ່. ແລະ ເພິ່ນຈະເລີ້ມຕົ້ນຈາກພວກເຈົ້າຊາວ ມຸສ ລິມທັງຫຼາຍ.”

ໜັງສືພິມດັ່ງກ່າວເວົ້າວ່າ ທ່ານ Hussam Ayloush ຜູ້ອຳນວຍການບໍຣິຫານສະພາສາຍ ພົວພັນມຸສລິມສາຂາLos Angeles ເຊື່ອວ່າ “ຖ້ອຍຄຳທີ່ຂາດຄວາມຮັບຜິດຊອບສະ ແດງເຖິງຄວາມກຽດຊັງ” ໃນເວລາໂຄສະນາຫາສຽງຂອງທ່ານທຣຳ ໄດ້ໂປໂລໂຕຂຶ້ນມາ ສູ່ລະດັບເບື່ອໜ່າຍ ກຽດຊັງທີ່ເລວຊາມແລະຄວາມໂມໂຫ ຢູ່ໃນບັນດາພວກທີ່ປະກາດ ຕົນເອງວ່າ ເປັນຜູ້ສະໜັບສະໜູນ ທຣຳ.

ທ່ານ Ayloush ໄດ້ບອກໜັງສືພິມ Los Angeles​ Times ວ່າ “ຂ້າພະເຈົ້າບໍ່ໄດ້ເວົ້າວ່າ ທ່ານ ທຣຳ ເປັນຜູ້ສ້າງພວກຄົນກຽດຊັງຜິວຂຶ້ນມາ ເພິ່ນເປັນຜູ້ເຮັດໃຫ້ເລື້ອງເປັນປົກ ກະຕິ ຂ້າພະເຈົ້າຂໍເຕືອນທ່ານ ທຣຳ ປະທານາທິບໍດີທີ່ຫາຖືກຂຶ້ນມາໃໝ່ວ່າ ທ່ານຕ້ອງ ມີຄວາມຮັບຜິດຊອບເພື່ອບົດບາດເພື່ອຊາວອາເມຮິກັນທຸກຄົນໃນຖານະເປັນປະທາ ນາທິບໍດີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG