ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ໄທ ສືບສວນເບິ່ງຄວາມຮຸນແຮງ ໃນປີກາຍນີ້


ການປະທ້ວງຕໍ່ຕ້ານລັດຖະບານຂອງພວກ "ເສື້ອແດງ" ຫຼື ນປຊ ທີ່ບາງກອກ
ການປະທ້ວງຕໍ່ຕ້ານລັດຖະບານຂອງພວກ "ເສື້ອແດງ" ຫຼື ນປຊ ທີ່ບາງກອກ

ກຸ່ມປົກສິດທິມະນຸດ Human Rights Watch ຮຽກຮ້ອງໃຫ້ລັດຖະບານໄທ ດຳເນີນ ຄະດີຕໍ່ພວກທີ່ຮັບຜິດຊອບໃນການຂ້າຟັນລັນແທງໃນລະຫວ່າງການປະທ້ວງຕໍ່ຕ້ານລັດ ຖະບານໃນປີກາຍນີ້ ແລະກຸ່ມດັ່ງກ່າວຍັງເວົ້າອີກວ່າ ລັດຖະບານເປັນຜູ້ຮັບຜິດຊອບ ຕໍ່ ການປາບປາມທີ່ແນເປົ້າໝາຍໃສ່ພວກນັກການເມືອງຝ່າຍຄ້ານທີ່ຍັງດໍາເນີນຢູ່ຕໍ່ມາຂະນະ ທີ່ປະເທດໄທພວມຈະຈັດໃຫ້ມີການເລືອກຕັ້ງຂຶ້ນໃນທົ່ວປະເທດ. ຜູ້ສື່ຂ່າວ VOA ນາຍ Daniel Schearf ມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ

ກຸ່ມປົກປ້ອງສິດທິມະນຸດ Human Rights Watch
ກ່າວ​ວ່າ ລັດຖະບານ​ໄທ​ ບໍ່ໄດ້ດຳເນີນການສືບສວນ
ຢ່າງຄົບຖ້ວນ ກ່ຽວກັບຄວາມຮຸນແຮງທາງດ້ານການ
ເມືອງໃນປີກາຍນີ້ທີ່ໄດ້ມີການຖິ້ມໂທດໃສ່ທັງພວກທະ
ຫານແລະພວກປະທ້ວງຝ່າຍຄ້ານນັ້ນ.

ໃນປີກາຍນີ້ ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ຮູ້ກັນ
ໃນນາມພວກເສື້ອແດງ ຫລື ນປຊ ຈຳນວນຫຼາຍພັນ
ຄົນໄດ້ເຂົ້າຢຶດຄອງຖະໜົນຫົນທາງສາຍຕ່າງໆໃນເຂດ
ບາງກອກ ເພື່ອຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່. ຫຼັງ
ຈາກໄດ້ມີການປະເຊີນໜ້າກັນເປັນເວລານຶ່ງເດືອນຄືແຕ່
ເດືອນມີນາຫາເດືອນພຶດສະພານັ້ນ ລັດຖະບານ ໄດ້ສັ່ງ
ໃຫ້ພວກທະຫານຫາທາງຢຸດເຊົາການປະທ້ວງ. ການ
ປະທະກັນທີ່ຕິດຕາມມາເຮັດໃຫ້ມີຜູ້ເສຍຊີວິດ 90 ຄົນ ຊຶ່ງສ່ວນໃຫຍ່ແລ້ວແມ່ນເປັນພົນລະເຮືອນ.

ທ່ານ Brad Adams ຜູ້ອຳນວຍການຝ່າຍເອເຊຍຂອງກຸ່ມປົກປ້ອງສິດທິມະນຸດ Human
Rights Watch ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ບາງກອກ​ໃນ​ວັນ​ອັງຄານ​ວານ​ນີ້ວ່າເປັນ
ທີ່ປາກົດວ່າພວກມືປືນຂອງທະຫານໄດ້ແນເປົ້າໝາຍໃສ່ພົນລະເຮືອນ.

ທ່ານ Adams ເວົ້າວ່າ "ລັດຖະບານຈະ​ເວົ້າ​ງ່າຍໆ​ບໍ່​ໄດ້ວ່າ ຖ້າມກາງຄວາມສັບ
ສົນວຸ້ນວາຍ​ ໃນ​ການ​ດໍາ​ເນີນ​ຄວາມພະຍາຍາມ​ ເພື່ອກຳຈັດພວກປະທ້ວງໃຫ້
ໝົດໄປຈາກຖະໜົນຫົນທາງຕ່າງໆ ໃນບາງກອກນັ້ນພວກທະຫານຈຳນວນນຶ່ງ
ອາດໄດ້ປະຕິບັດ​ການ​ເກີນຄໍາ​ສັ່ງ. ລັດຖະບານເປັນຜູ້ອອກຄຳສັ່ງເຫຼົ່ານີ້ ແລະ ທາງກອງທັບເປັນຜູ້ສົ່ງມືປືນໄປປະຈຳຢູ່ຕາມຈຸດຕ່າງໆແລ້ວກໍມີຜູ້ຄົນເສຍຊີວິດ."

ທ່ານ Adams ກ່າວວ່າ ປະວັດໃນການບໍ່ຖືກລົງໂທດຂອງກອງທັບພວມເປັນອຸບປະສັກ
ຂັດຂວາງຕໍ່ການປົກຄອງດ້ວຍຕົວບົດກົດໝາຍແລະປະຊາທິປະໄຕຂອງໄທ.

ທ່ານກ່າວວ່າ ພວກທະຫານບໍ່​ໄດ້​ເອົາ​ຫົວຊາ​ ນໍາຄະນະກຳມາທິການກວດສອບແລະຄົ້ນ ຫາຄວາມຈິງເພື່ອຄວາມປອງດອງຊາດທີ່ລັດຖະບານໄດ້ແຕ່ງຕັ້ງຂຶ້ນ​ມານັ້ນແລະຄະນະ​ກໍາ
ມາ​ທິການ​ດັ່ງກ່າວ ກໍບໍ່ໄດ້ຮັບຊັບພະຍາກອນພຽງພໍ ເພື່ອດຳດເນີການສືບສວນຢ່າງຄົບ
ຖ້ວນ ຊຶ່ງທ່ານທານີ ທອງພັກດີໂຄສົກຂອງກະຊວງການຕ່າງປະເທດໄທໄດ້ກ່າວປ້ອງກັນ
ດັ່ງນີ້.

ທ່ານທານີເວົ້າວ່າ "ເຫດການທີ່ເກີດຂຶ້ນນັ້ນແມ່ນສັບສົນວຸ້ນວາຍຫຼາຍແລະມີກໍລະນີ
ຈຳນວນນຶ່ງທີ່ຍັງບໍ່ທັນຈະແຈ້ງ ທັງຈາກການໃຫ້ການ ຂອງພວກພະຍານ ແລະ
ຈາກຫຼັກຖານທາງດ້ານນິຕິເວດ ກ່ຽວ​ກັບ​ວ່າ​ ແມ່ນ​ພວກ​ໃດ​ຢູ່​ເບື້ອງ​ຫລັງກໍລະນີ​
ການ​ເສຍ​ຊີວິດ​ ແລະບາດເຈັບຕ່າງໆ. ຂ້າພະເຈົ້າຂໍກ່າວເນັ້ນອີກວ່າ ການສືບ
ສວນຍັງບໍ່ທັນອັດລົງເທື່ອ. ມັນຍັງດໍາ ນີນ​ໄປຢູ່ໃນເວລານີ້ແລະພວກເຮົາຫວັງວ່າ ການສະຫລຸບຄົງຈະມີຂຶ້ນໃນໄວໆນີ້."

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຍັງໄດ້ຕຳໜິຕິຕຽນພວກຜູ້ນຳກຸ່ມເສື້ອ
ແດງບາງຄົນນໍາກ່ຽວກັບຄວາມຮຸນແຮງທີ່ໄດ້ເກີດຂຶ້ນ ໂດຍເວົ້າວ່າຜູ້ນຳບາງຄົນຂອງກຸ່ມເສື້ອ
ແດງໄດ້ໃຫ້ການສະໜັບສະໜຸນຢ່າງເປີດແປນຕໍ່ກຸ່ມກຳລັງປະກອບອາວຸດທີ່​ເອີ້ນກັນ​ວ່າພວກ
“ເສື້ອດຳ” ທີ່ອອກ​ມາປະທະກັບພວກທະຫານໄທນັ້ນ.

ກຸ່ມ Human Rights Watch ກ່າວຕໍ່​ໄປວ່າ ແລະໃນຂະນະທີ່ພວກທະຫານໄທເຄື່ອນກຳ
ລັງເຂົ້າໄປເພື່ອຢຸດຕິການປະທ້ວງນັ້ນ ພວກຜູ້ນຳເສື້ອແດງບາງຄົນ ໄດ້ຊຸກຍູ້ໃຫ້ມີ​ການ ປຸ້ນ
ສະດົມເອົາເຄື່ອງຂອງແລະຈູດເຜົາທຸລະກິດແລະຕຶກອາຄານຫຼາຍສິບແຫ່ງ ຢູ່ໃນເຂດໃຈກາງ
ບາງກອກ.

ນອກນັ້ນທ່ານ Brad Adams ຍັງໄດ້ຕຳໜິຕິຕຽນການປຸກລະດົມຂອງລັດຖະບານທີ່ຮຽກ ຮ້ອງໃຫ້ທຳການກວດກາພວກຝ່າຍຄ້ານ ໂດຍການນຳໃຊ້ກົດໝາຍຕ່າງໆທີ່​ຫ້າມການໝິ່ນ
ປະໝາດກະສັດນັ້ນ.

ທ່ານ Adams ເວົ້າວ່າ "ການປາບປາມພວກຄັດຄ້ານລັດຖະບານຍັງດຳເນີນຢູ່ຕໍ່ມາ.
ລັດຖະບານໄດ້ໃຊ້ກົດໝາຍຕ່າງໆ ທີ່ຕົນມີຢູ່ ເພື່ອຈຳກັດຮັດແຄບການປາກເວົ້າ.
ລັດຖະບານ ໄດ້ໃຊ້ກົດໝາຍຫ້າມ​ການໝິ່ນປະໝາດກະສັດ ໃນວິທີທາງທີ່ຖືກຊັກ
ຈູງ​ໂດຍການເມືອງ ​ແລະແນເປົ້າໝາຍໃສ່ ແຕ່ພຽງຝ່າຍດຽວ. ມີພວກເສື້ອແດງ ເປັນຈຳນວນຫຼວງຫຼາຍທີ່ໄດ້ ຖືກຈັບໃນລະຫວ່າງການປະທ້ວງ​ ແຕ່ບໍ່ມີຜູ້ໃດຈາກ
ຝ່າຍລັດຖະບານຖືກ​ຈັບ​ໃນ​ຖານະເປັນຜູ້ຮັບຜິດຊອບກ່ຽວກັບເລື່ອງນີ້."

ສ່ວນ​ໂຄສົກ​ລັດຖະບານ ທ່ານທານີ ທອງ​ພັກດີ​ນັ້ນ ກໍໄດ້ກ່າວປ້ອງກັນ ການປິດໜັງສືພິມ
ສະຖານີວິທະຍຸແລະເວັບໄຊທ໌ຫຼາຍຮ້ອຍແຫ່ງຂອງພວກເສື້ອແດງນັບແຕ່ໄດ້ມີການປະທ້ວງ
ມາໂດຍເວົ້າວ່າ ມັນໄດ້ດຳເນີນໄປພາຍໃຕ້ການປົກຄອງດ້ວຍຕົວບົດກົດໝາຍ.

XS
SM
MD
LG