ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ລັດຖະມົນຕີການຕ່າງປະເທດຂອງໄທ ລາອອກ ຫຼັງຈາກ ການສັບປ່ຽນ ຄະນະລັດຖະບານ


ແຟ້ມພາລ - ລັດຖະມົນຮຕີການຕ່າງປະເທດ ທ່ານປານປຣີ ບາຮີດດາ-ນາກກາຣາ, ທີ່ໃຫ້ເຫັນຢູ່ພາບນີ້ ເມື່ອວັນທີ 12 ກຸມພາ 2024, ໄດ້ລາອອກຈາກຕຳແໜ່ງ ອີງຕາມການກ່າວຂອງລັດຖະບານ ໃນວັນທີ 28 ເມສາ 2024.
ແຟ້ມພາລ - ລັດຖະມົນຮຕີການຕ່າງປະເທດ ທ່ານປານປຣີ ບາຮີດດາ-ນາກກາຣາ, ທີ່ໃຫ້ເຫັນຢູ່ພາບນີ້ ເມື່ອວັນທີ 12 ກຸມພາ 2024, ໄດ້ລາອອກຈາກຕຳແໜ່ງ ອີງຕາມການກ່າວຂອງລັດຖະບານ ໃນວັນທີ 28 ເມສາ 2024.

ລັດຖະມົນຕີການຕ່າງປະເທດຂອງໄທ ທ່ານປານປຣີ ພະຫິດທານຸກອນ ໄດ້ລາອອກຈາກຕຳແໜ່ງ ອີງຕາມລັດຖະບານໄທ ໄດ້ກ່າວໃນວັນອາທິດວານນີ້, ຫຼັງຈາກທີ່ໄດ້ຖືກປົດອອກຈາກຕຳແໜ່ງຮອງນາຍົກລັດຖະມົນຕີ ໃນການສັບປ່ຽນຄະນະລັດຖະບານ ໃນຊ່ວງທີ່ບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ກຳລັງຫາທາງເພື່ອຊ່ອຍແກ້ໄຂບັນຫາຂັດແຍ້ງໃນມຽນມາ ອີງຕາມລາຍງານຂອງອົງການຂ່າວເອພີ.

ການລາອອກຈາກຕຳແໜ່ງທີ່ບໍ່ຄາດຄິດຂອງທ່ານ ເຮັດໃຫ້ກະຊວງການຕ່າງປະເທດຂາດທິດທາງເນື່ອງຈາກທ່ານໄດ້ຊີ້ນຳຄະນະຮັບຜິດຊອບວຽກງານກ່ຽວກັບມຽນມາ ແລະເມື່ອເດືອນແລ້ວນີ້ ໄດ້ເລີ້ມໂຄງການລິເລີ້ມດ້ານມະນຸດສະທຳທີ່ຫາທາງເພື່ອແຜ້ວທາງໃຫ້ມີການເຈລະຈາລະຫວ່າງ ຝ່າຍຕ່າງໆທີ່ສູ້ລົບກັນ ຫຼັງຈາກສາມປີ ຂອງຄວາມບໍ່ມີສະຖຽນລະພາບ ແລະຄວາມຮຸນແຮງທີ່ເກີດຂຶ້ນໂດຍການກໍ່ລັດຖະປະຫານ.

ທານປານປຣີ ໄດ້ມີບົດບານສຳຄັນ ໃນການແກ້ໄຂບັນຫາຂອງການປ່ອຍຕົວປະກັນຊາວໄທ ຫຼາຍສິບຄົນ ທີ່ຖືກຈັບຕົວໂດຍກຸ່ມຮາມາສ ໃນເຂດກາຊາ.

ນາຍົກລັດຖະມົນຕີໄທ ທ່ານເສດຖາ ທະວີສິນ ໄດ້ຮັບໜັງສືລາອອກຂອງທ່ານປານປຣີ, ອີງຕາມໂຄສົກຂອງລັດຖະບານ ທ່ານໄຊ ວັຊຣົງ ທີ່ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌.

ທ່ານໂຄສົກເວົ້າຕື່ມວ່າ “ການລາອອກຂອງທ່ານປານປຣີ ຈະບໍ່ມີຜົນກະທົບຕໍ່ວຽກງານໃນກະຊວງການຕ່າງປະເທດ ເນື່ອງຈາກຫ້ອງການເລຂາ ແລະບັນດາຄະນະນຳຂອງກະຊວງການຕ່າງປະເທດ ສາມາດເຮັດວຽກແທນໄດ້.”

ການເຄື່ອນໄຫວ ຂອງທ່ານປານປຣີ ໄດ້ເຮັດໃຫ້ຫຼາຍຄົນຕົກໃຈ ລວມທັງເຈົ້າໜ້າທີ່ອາວຸໂສຜູ້ທີ່ມີຊື່ສຽງຫຼາຍທ່ານ ເຊັ່ນ ຮອງນາຍົກລັດຖະມົນຕີ ພູມທຳ ເວຊະຍະໄຊ ຜູ້ທີ່ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ ມັນເປັນເລື້ອງທີ່ບໍ່ຄາດຄິດເລີຍ.

ທ່ານປານປຣີ ບໍ່ສາມາດຕິດ ເພື່ອຂໍ້ໃຫ້ມີຄວາມເຫັນໄດ້.

ສ່ວນຄະນະລັດຖະບານຊຸດໃໝ່ຂອງທ່ານເສດຖາ ທີ່ໄດ້ຖືກຮັບຮອງໂດຍ ກະສັດຂອງໄທ ແລະໄດ້ຖືກພິມອອກເຜີຍແຜ່ ໃນວາລະສານທີ່ເປັນທາງການຂອງຣາຊະສຳນັກ ໄດ້ສະແດງໃຫ້ເຫັນວ່າ ທ່ານປານປຣີ ມີລາຍຊື່ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ເທົ່ານັ້ນ ໂດຍບໍ່ມີຕຳແໜ່ງຮອງນາຍົກລັດຖະມົນຕີຕື່ມອີກ ຕໍ່ໄປແລ້ວ.

ທ່ານປານປຣີ ອະດີດຜູ້ຕາງໜ້າການຄ້າ ໄດ້ກ່າວວ່າ ທ່ານເຊື່ອວ່າ ການຖືກຖອນອອກຈາກຕໍາແໜ່ງຮອງນາຍົກ ຫຼື DMP ຂອງທ່ານນັ້ນ ບໍ່ໄດ້ມີສາມເຫດມາຈາກປະຫວັດການເຮັດວຽກຂອງທ່ານ ແລະວ່າ ທ່ານປະບັດໜ້າທີ່ໄດ້ດີ ແລະໄດ້ຊ່ອຍປັບປຸງພາບຜົດຂອງໄທໃນລະດັບສາກົນ ອີງຕາມໜັງສືລາອອກຂອງທ່ານທີ່ໄດ້ຖືກຜິມອອກເຜີຍແຜ່ໂດຍສື່ມວນຊົນທ້ອງຖິ່ນ.

Thai Foreign Minister Parnpree Bahiddha-Nukara has resigned, the government said Sunday, after being removed from the post of deputy prime minister in a cabinet reshuffle, at a time when the Southeast Asian country seeks to help resolve a conflict in Myanmar.

His unexpected resignation leaves the foreign ministry rudderless as he headed the team on Myanmar affairs and last month launched a humanitarian initiative that seeks to pave the way for talks between warring camps after three years of instability and violence triggered by a coup.

Parnpree had a key role in securing the release of dozens of Thai hostages who were captured by Hamas in Gaza.

Prime Minister Srettha Thavisin has received Parnpree's Resignation letter, government spokesperson Chai Wacharonke told Reuters.

"Parnpree's resignation will not affect government work in foreign affairs as the foreign ministry's permanent secretary and officials can work instead," he added.

Parnpree's move caught many by surprise, including senior government figures like Deputy Prime Minister Phumtham Wechayachai, who told local media that it was unexpected.

Parnpree could not be reached for comment.

Srettha's new cabinet, endorsed by Thailand's king and published in the official Royal Gazette, showed Parnpree listed only as foreign minister, no longer with the additional title of deputy prime minister.

Parnpree, a former trade representative, said he believed his removal from the DPM post was not due to his track record and that he performed well and helped improve Thailand's image internationally, according to his resignation letter published by local media.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG