ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄວາມເຄັ່ງຕຶງ ລະຫວ່າງ ຈີນ ແລະ ຍີ່ປຸ່ນ ເພີ່ມຂຶ້ນ ກ່ຽວກັບ ໝູ່ເກາະ ທີ່ມີບັນຫາຂັດ ແຍ້ງກັນ


ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ທ່ານ Fumio Kishida (ຊ້າຍ) ພົບປະກັບເອກອັກຄະລັດຖະທູດ ຈີນ ປະຈຳ ຍີ່ປຸ່ນ ທ່ານ Cheng Yonghua ໃນ ໂຕກຽວ, ຍີ່ປຸ່ນ.
ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ທ່ານ Fumio Kishida (ຊ້າຍ) ພົບປະກັບເອກອັກຄະລັດຖະທູດ ຈີນ ປະຈຳ ຍີ່ປຸ່ນ ທ່ານ Cheng Yonghua ໃນ ໂຕກຽວ, ຍີ່ປຸ່ນ.

ຍີ່ປຸ່ນ ກ່າວວ່າ ສາຍພົວພັນກັບ ຈີນ ແມ່ນ “ໄດ້ຊຸດໂຊມລົງຢ່າງຫຼວງຫຼາຍ” ກ່ຽວກັບ ການ ສືບຕໍ່ປະກົດຕົວຂອງເຮືອ ກອງທັບເຮືອ ຈີນ ທີ່ໄດ້ເດີນທາງເຂົ້າໃກ້ກັບໝູ່ເກາະທີ່ມີບັນຫາ ຂັດແຍ້ງກັນໃນທະເລ ຈີນ ຕາເວັນອອກ.

ກະຊວງການຕ່າງປະເທດທີ່ ໂຕກຽວ ໄດ້ອອກຖະແຫຼງການສະບັບໜຶ່ງໃນວັນອັງຄານ ວານນີ້ກ່າວວ່າ ລັດຖະມົນຕີການຕ່າງປະເທດ ທ່ານ Fumio Kishida ໄດ້ອອກຄຳເຕືອນ ໃນວັນອັງຄານວານນີ້ ເມື່ອທ່ານໄດ້ເອີ້ນທູດ ຈີນ ປະຈຳ ຍີ່ປຸ່ນ ທ່ານ Cheng Yonghua ​ເຂົ້າພົບ ເພື່ອຍື່ນປະທ້ວງຢ່າງ​ເປັນທາງການ. ກະຊວງຕ່າງປະ​ເທດໄດ້ກ່າວວ່າ ທ່ານ Kishida ໄດ້ກ່າວຫາ ປັກກິ່ງ ກ່ຽວກັບ ການພະຍາຍາມ “ປ່ຽນສະຖານະພາບໃນປະຈຸ ບັນ” ໂດຍຝ່າຍດຽວ ກ່ຽວກັບ ໝູ່ເກາະ ເຊິ່ງຮູ້ ກັນໃນ ຍີ່ປຸ່ນ ວ່າ Senkaku ແລະ Diaoyu ໃນ ຈີນ.

ທ່ານ Cheng ໄດ້ກ່າວຕໍ່ບັນດານັກຂ່າວຫຼັງຈາກການປະຊຸມວ່າ ທ່ານໄດ້ກ່າວຕໍ່ທ່ານ Kishida ວ່າ ມັນເປັນເລື່ອງທຳມະຊາດ ສຳລັບເຮືອຕ່າງໆທີ່ຈະປະຕິບັດການໃນ​ເຂດ​ນ່ານນ້ຳໃກ້ກັບໝູ່ເກາະດັ່ງກ່າວ.

ໜ່ວຍຍາມຝັ່ງ ແລະ ເຮືອຫາປາຂອງ ຈີນ ໄດ້ຖືກພົບເຫັນເດີນທາງຢູ່ໃກ້ກັບໝູ່ເກາະນີ້ເມື່ອ ສອງສາມມື້ທີ່ຜ່ານມາ, ທັງໆທີ່ທ່ານ Cheng ໄດ້ຖືກເອີ້ນ​ໃຫ້​ເຂົ້າພົບໃນວັນສຸກທີ່ຜ່ານມາ ໂດຍຮອງລັດຖະມົນຕີຕ່າງ ປະ​ເທດ Shisuke Sugiyama ກ່ຽວກັບບັນຫາດັ່ງກ່າວແລ້ວ ກໍຕາມ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG