ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ


ຄູ່ສາມີ ພັນລະຍາ ທ່ານດໍາຣົງແລະລາວັນນີ ພົມມະເນດ
ຄູ່ສາມີ ພັນລະຍາ ທ່ານດໍາຣົງແລະລາວັນນີ ພົມມະເນດ

ໃນລາຍການຊີວິດຊາວລາວໃນຕ່າງແດນມື້ນີ້ ສອງສາມີ ພັນລະຍາ ລາວ-ອາເມຣິກັນ ເຈົ້າຂອງຮ້ານອາຫານ Tara Thai ທ່ານ ດໍາຣົງ ແລະຍາເອື້ອຍ ລາວັນນີ ພົມມະເນດ ໄດ້ມາໂອ້ລົມກັບ VOA ຂໍເຊີນທ່ານຮັບຟັງລາຍລະອຽດຂອງການສໍາພາດ ຈາກວັນນະສອນ ໄດ້ໃນອັນດັບຕໍ່ໄປ.

ໃນ​ຫວ່າງຕົ້ນ​ເດືອນ​ກັນຍາ​ນີ້ ວັນນະ​ສອນ​ໄດ້​ມີໂອກາດ​ໄປ​ຮ່ວມ​ງານ​ສັງ​ສັນ​ຂອງ​ປະຊາ​ຄົມ
ລາວ-ອາ​ເມຣິກັນ​ທີ່​ເມືອງ Portland, ລັດ Oeregon ​ແລະ​ກໍ​ຖື​ໂອກາດ​ຢ້ຽມຢາມ​ຮ້ານ
ອາຫານ Tara Thai ຊຶ່ງ​ເປັນ​ຮ້ານ​ອາຫານ​ລາວ-​ໄທ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon
ທີ່​ໄດ້​ເປີດ​ໃຫ້​ບໍລິການມາ​ນານ​ກວ່າ 25 ປີ​ແລ້ວ ຊຶ່ງ​ທາງ​ທ່ານ​ດໍາຣົງ​ ​ແລະເອື້ອຍລາ​ວັນນີ
ພົມມະເນ​ດ​ ​ໄດ້​ມາ​ໂອ້​ລົມ​ກັບ VOA ຢ່າງ​ເປັນ​ກັນ​ເອງ​ກ່ຽວ​ກັບເບື້ອງ​ຫຼັງ​ຄວາມ​ເປັນ​ມາ,
ການ​ບໍລິຫານ ​ໃຫ້ບໍລິການ​ອາຫານ​ລາ​ວຕ່າງໆ​ນາໆ ຊຶ່ງ​ວ່າທັງ​ສອງ​ຈະ​ພົບ​ຄວາມ​ຫຍຸ້ງ
ຍາກ​ລໍາບາກ​ຫຼື​ຍາກ​ງ່າຍ ຢ່າງໃດ​ແດ່​ນັ້ນ ຂໍ​ເຊີນ​ທ່ານ​ເຂົ້າ​ໄປ​ຮັບ​ຟັງ​ຈາກ​ການ​ສໍ່າ​ພາດ​
ດັ່ງ​ຕໍ່​ໄປ​ນີ້:

/ການ​ສໍາພາດ/

Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ
Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ


ອາຫານ​ໄທ​ເປັນ​ອາຫານ​ທີ່​ຕີ​ຕະຫຼາດ​ສາກົນ​ໄດ້​ແລ້ວ​ ​ແລະ​ເປັນ​ທີ່​ຮູ້ຈັກ​ຂອງ​ຜູ້​ບໍລິ​ໂພ​ກ ​
ເພາະສະ​ນັ້ນ ກໍ​ບໍ່​ເປັນ​ການ​ແປກ
ປະຫຼາດ​ຫຼື​ແປກ​ໃໝ່ທີ່​ຈະ​ເຫັນຊື່​
ຮ້ານ​ອາຫານ​ເປັນ​ຊື່​ທີ່​ຈະ​ອອກ​ມາ
ເປັນ​ໄທ ​ແຕ່​ຂ້າງ​ໃນເຈົ້າ​ຂອງ​
ຮ້ານ ພໍ່ຄົວ​ແລະ​ພະນັກງານ​ນັ້ນ
ກໍ​ຈະ​ເປັນ​ຄົນ​ລາວ ຊຶ່ງ​ທ່ານ​ຜູ້​ຟັງ​
ກໍຄົງ​ຈະບໍ່​ປະຕິ​ເສດທີ່​ວ່າ ຈະ​ບໍ່​ມີ​
ຊາດ​ໃດ​ທີ່​ຈະ​ເຮັດ ​"​ລາບລາວ"
ໃຫ້​ແຊບ​ແລະ​ມີ​ລົດ​ຊາດ​ທີ່​ເປັນ​ລາວ 100% ​ເທົ່າ​ກັບ​ເຈົ້າ​ຂອງ​ຕົ້ນຕໍາ​ຫຼັບ​ທີ່​ເປັນ​ຄົນ​ລາວເອງ
ເຊຶ່ງ​ທ່ານ​ດໍາ​ຣົງ​ໃຫ້​ເຫດຜົນ​ຂອງ​ການ​ໃຫ້​ຊື່​ຮ້ານ​ອາຫານ Tara Thai ວ່າ:

/ສຽງ/

ພັນ​ລະ​ຍາ​ທ່ານ​ດໍາຣົງ ຍາ​ເອື້ອຍ​ລາ​ວັນນີ ຜູ້​ລິ​ເລີ່​ມຢາກ​ມາ​ເປີດ​ຮ້ານ​ອາຫານ ກໍ​ໄດ້​ແບ່ງ
ປັນຄວາມ​ຄິດ​ຄວາມ​ເ​ຫັນ ສູ່​ຟັງ​ວ່າ ຢາກ​ຈະ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ພີ່ນ້ອງ ຊຶ່ງ​ກໍ​ຫາ​
ວຽກ​ຍາກ​ແດ່​ໃນ​ໄລຍະ​ນັ້ນ ກໍ​ເລີຍ​ມາ​ເປີດ​ຮ້ານ​ເພື່ອ​ຈະ​ໃຫ້​ພີ່ນ້ອງ​ໄດ້​ວຽກ​ງານ​ ແຕ່ພໍ​ໄດ້
ເປີດ​ໃຫ້​ບໍລິການ​ແລ້ວ ​ເຊົາ​ບໍ່​ໄດ້ ຊຶ່ງ​ເພິ່ນ​ໃດ້​ໃຫ້​ເຫດຜົນ​ວ່າ:

Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ
Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ

/ສຽງ/

ການ​ທີ່​ຈະ​ພົບ​ຄວາມ​ສໍາ​ເລັດ ​ເປີດ​ໃຫ້​ບໍລິການ​ມາ​ໄດ້​ນານ​ກວ່າ 25 ປີ ນີ້ ບໍ່​ແມ່ນ​ຂອງ​ງ່າຍ
ນອກຈາກທີ່​ຈະ​ເປັນ​ເຈົ້າ​ຂອງ​ຮ້ານ
ແລ້ວ, ຍັງ​ເປັນ​ຄົນ​ເສີ​ບ, ຄົນ​ຮັບ
ແຂກ, ​ໃຫ້​ບໍລິການຕ່າງໆ​ນາໆ
ແມ້ນ​ແຕ່​ທັງ​ລົງມື​ເປັນ​ພໍ່ຄົວ​ເອງ
ຊຶ່ງ​ທ່ານ​ດໍາຣົງອະທິບາຍ​ວ່າ:

/ສຽງ/

ຍາ​ເອື້ອຍ​ລາ​ວັນນີ ທີ່ນັ່ງຢູ່​ຂ້າງ​ໆ
ຍັງ​ເສີມ​ຕື່ມ​ອີກ​ວ່າ ນອກຈາກຈະ
ນໍາ​ສະ​ເໜີ​ອາຫານ​ແຊບໆ​ຕ່າງໆ
ນາໆ​ແລ້ວ ຍັງ​ຕ້ອງ​ມິ​ຫົວຄິດ​ປະ
ດິດ​ສ້າງ, ມີ​ແນວ​ຄິດ​ສ້າງ​ສັນ
ພ້ອມ​ທີ່​ຈະ​ດັດ​ແປງ ປຸງ​ແຕ່ງອາ
ຫານ​ໃຫ້​ຖືກ​ກັບ​ລູ​ກຄ້າ​ແລະ​ໝູນ​
ໃຊ້​ວັດ​ຖຸ, ເຄື່ອງ​ປະກອບ​ຄືຜັກ​
ໝີ່່ ຕາມ​ລະດູ​ການ​ໃນ​ເຂດທ້ອງ​ຖິ່ນ​ນັ້ນນໍາ ຊຶ່ງ​ເພິ່ນ​ໃຫ້​ເຫດຜົນ​ດັ່ງ​ນີ້:

/ສຽງ/

Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ
Tara Thai ຮ້ານ​ອາຫານ​ລາວ-​ໄທ ​ແຫ່ງ​ທໍາ​ອິດ​ຊອງ​ລັດ Oeregon ເປີດ​ບໍລິການ ມາ​ນານ​ກວ່າ 25 ປີ​ແລ້ວ

ຈຸດ​ເດັ່ນ​ທີ່​ສໍາຄັນ​ອີກ​ອັນ​ນຶ່ງ​ທີ່​ທັງ
ສອງ​ພູມ​ໃຈ​ທີ່​ສຸດ​ກໍ​ຄື ນອກ​ຈາກ
ການ​ແນະ​ນໍາ​ອາຫານ​ລາວ​ແລ້ວ
ຍັງ​ສົ່ງ​ເສີມ​ວັດທະນະ​ທໍາຂະ​ນົບ​
ປະ​ເພນີ​ລາວ​ໄປ​ໃນ​ຕົວ ​ໃຫ້​ຊາວ
ໂລກ​ຮູ້ຈັກອາຫານ​ລາວ, ປະ
ເທດ​ລາວ ວັດທະນະ​ທໍາ​ລາວ​
ນໍາ​ອີກ ຊຶ່ງ​ທ່ານ​ດໍາຣົງກ່າວ​ຕໍ່ ​ໄປ​ວ່າ:

/ສຽງ/

ສ່ວນຍາ​ເອື້ອຍ​ລາ​ວັນນີ ກໍ​ພູມ​ໃຈ​ທີ່​ວ່າ TARA THAI ​ໄດ້​ກາຍ​ມາ​ເປັນ​ສ່ວນ​ນຶ່ງ​ຂອງ
ການ​ນໍາ​ສະ​ເໜີ​ວັດທະນະທໍາ ວິຖີ​ຊີວິດ,​ ການ​ເປັນ​ກິນຢູ່ຂອງ​ລາວ​ແລ້ວ ຍັງ​ເປັນ​ສ່ວນນຶ່ງ​
ຂອງ​ຄອບ​ຄົບ​ຂອງ​ແຂກ​ຜູ້​ທີ່​ເຂົ້າ​ມາ​ສໍາ​ພັດ​ແລະ​ໃຊ້​ບໍລິການ ຊຶ່ງ​ເພິ່ນ​ກ່າວ​ສະຫຼຸບ​ດັ່ງ​ນີ້:

/ສຽງ/

ອາທິດ​ໜ້າ​ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ກໍ​ຈະ​ນໍາ​ເອົາ​ປະສົບ​ການ​ຂອງ​
ຄົນ​ລາວ​ອະ​ເມຣິກັນ​ອື່ນໆ​ມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ. ກະລຸນາ​ຄອຍ​ຕິດຕາມ​ຮັບ​ຟັງ.

XS
SM
MD
LG