ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ໄຕ້ຫວັນ ຖືກກະທົບ ໂດຍແຜ່ນດິນໄຫວ ຂະໜາດແຮງອີກຮອບໃໝ່


ພາບຖ່າຍນີ້ ຖືກເປີດເຜີຍໂດຍ ອົງການສູນກາງຂ່າວຂອງໄຕ້ຫວັນ ເມື່ອວັນທີ 23 ເມາສາ 2024, ສະແດງໃຫ້ເຫັນຕຶກ ໂຮງແຮມ Full Hotel ໃນເຂດ ຮູລຽນ (Hualien), ຊຶ່ງໄດ້ຮັບຄວາມເສຍຫາຍໃນເມື່ອກ່ອນໂດຍແຜ່ນດິນໄຫວ ໃນວັນທີ 3 ທີ່ຜ່ານມາ, ເຮັດໃຫ້ຕຶກອ່ຽງໄປຕື່ມອີກຫຼັງຈາກເກີດແຜ່ນດິນໄຫວຫຼາຍຮອບໃນຕອນຂ້າມຄືນ.
ພາບຖ່າຍນີ້ ຖືກເປີດເຜີຍໂດຍ ອົງການສູນກາງຂ່າວຂອງໄຕ້ຫວັນ ເມື່ອວັນທີ 23 ເມາສາ 2024, ສະແດງໃຫ້ເຫັນຕຶກ ໂຮງແຮມ Full Hotel ໃນເຂດ ຮູລຽນ (Hualien), ຊຶ່ງໄດ້ຮັບຄວາມເສຍຫາຍໃນເມື່ອກ່ອນໂດຍແຜ່ນດິນໄຫວ ໃນວັນທີ 3 ທີ່ຜ່ານມາ, ເຮັດໃຫ້ຕຶກອ່ຽງໄປຕື່ມອີກຫຼັງຈາກເກີດແຜ່ນດິນໄຫວຫຼາຍຮອບໃນຕອນຂ້າມຄືນ.

ໄຕ້​ຫວັນ​ ໄດ້​ຮັບ​ຜົນ​ກະທົບ​ຈາກ​ແຜ່ນດິນ​ໄຫວ​ຢ່າງຮຸນ​ແຮງຫຼາຍຄັ້ງ ​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ​ລະຫວ່າງ​ຕອນ​ແລງ​ຂອງ​ວັນ​ຈັນວານນີ້ ຈົນ​ເຖິງ​ຕອນ​ເຊົ້າຂອງ​ວັນ​ອັງຄານມື້ນີ້, ເຊິ່ງເປັນເວລາ​ປະມານ 3 ອາທິດ ລຸນ​ຫລັງ​ແຜ່ນດິນໄຫວທີ່ມີຄວາມແຮງຂະໜາດ 7.4, ອັນໄດ້ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 17 ຄົນ​.

ແຜ່ນ​ດິນ​ໄຫວ​ຄັ້ງ​ທຳ​ອິດ ​ແມ່ນມີ​ຄວາມ​ແຮງ 5.5 ໂດຍ​ກວດ​ຈັບລະດັບໄດ້​ໃນ​ຕອນ​ແລງ​ຂອງມື້ວັນ​ຈັນ​ຢູ່​ໃນ​ເຂດ ຮົວລຽນ (Hualien) ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງເກາະດັ່ງກ່າວ, ເຊິ່ງເປັນຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ໃນ​ວັນ​ທີ 3 ເມ​ສາທີ່ຜ່ານມາ, ແລະຕິດ​ຕາມ​ມາ​ດ້ວຍ​ແຮງ​ສັ່ນ​ສະ​ເທືອນ​ຂະ​ໜາດນ້ອຍ ຫຼາຍໆຄັ້ງຕິດຕໍ່ກັນ.

ແຜ່ນ​ດິນ​ໄຫວ​ທີ່ມີຄວາມຮຸນ​ແຮງ​ທີ່​ສຸດ​ ​ເກີດ​ຂຶ້ນເປັນເວລາ​ຫຼາຍ​ຊົ່ວ​ໂມງ​ຕໍ່​ມາ, ເຊິ່ງຫ້ອງການຄຸ້ມຄອງດິນຟ້າອາກາດກ່ຽວກັບແຜ່ນດິນໄຫວຂອງ​ໄທ​ເປ​ ສາມາດ​ວັດ​ແທກຂະໜາດ​ຄວາມແຮງໄດ້​ 6.3 , ເຊິ່ງເກີດຂຶ້ນຫຼາຍນາທີ ຫຼັງຈາກແຜນດິນໄຫວຄວາມແຮງຂະໜາດ 6.0. ເຈົ້າ​ໜ້າ​ທີ່​ໃນ​ຂົງເຂດ ຮົວລຽນ ກ່າວ​ວ່າ ຕຶກ​ສອງ​ຫລັງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃນ​ເຫດການ​ແຜ່ນ​ດິນ​ໄຫວ​ເມື່ອ​ວັນ​ທີ 3 ເມ​ສາ ທີ່ຜ່ານມາ ​ໄດ້ຫັກພັງ​ລົງມາ​ບາງ​ສ່ວນ​ຫລັງ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ຕອນ​ເຊົ້າຂອງ​ວັນ​ອັງ​ຄານມື້ນີ້.

ຫ້ອງການຄຸ້ມຄອງດິນຟ້າອາກາດກ່ຽວກັບແຜ່ນດິນໄຫວກ່າວ​ວ່າ ​ແຜ່ນດິນ​ໄຫວດັ່ງກ່າວ ​ເປັນ​ຜົນ​ກະທົບ​ມາຈາກ​ໄພພິບັດ​ໃນ​ວັນ​ທີ 3 ​ເມສາ ທີ່ຜ່ານມາ​. ແລະບໍ່ມີລາຍງານຜູ້ໄດ້ຮັບບາດເຈັບໃດໆຈາກແຜ່ນດິນໄຫວຄັ້ງໃໝ່ນີ້. ໂຮງຮຽນຫຼາຍແຫ່ງ ແລະຫ້ອງການຫຼາຍບ່ອນໃນຂົງເຂດ ຮົວລຽນ ໄດ້ຖືກສັ່ງປິດໃນວັນອັງຄານມື້ນີ້.

ການສັ່ນສະເທືອນ​ໃນ​ວັນ​ທີ 3 ເມ​ສາ ທີ່ຜ່ານມາ ແມ່ນການສັ່ນສະເທືອນ​ທີ່​ມີຄວາມແຮງທີ່ສຸດ​ທີ່​ເກີດຂຶ້ນໃນ​ໄຕ້​ຫວັນ ນັບ​ຕັ້ງ​ແຕ່​ເກີດ​ແຜ່ນ​ດິນ​ໄຫວທີ່ມີຄວາມແຮງ 7.7 ເມື່ອ 25 ປີ​ທີ່ຜ່ານມາ, ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2,400 ຄົນ ແລະ​ໄດ້ສ້າງຄວາມເສຍຫາຍຕໍ່​ຕຶກ​ອາ​ຄານທີ່ຢູ່ອາໄສ​ຫຼາຍ​ພັນ​ຫລັງ.

Taiwan was hit by a series of strong earthquakes over several hours between Monday evening and Tuesday morning, nearly three weeks after at least 17 people were killed by a powerful magnitude 7.4 quake.

The first quake was a magnitude 5.5 detected Monday evening in the eastern county of Hualien, the epicenter of the April 3 quake, followed by a series of smaller tremors.

The strongest quake hit several hours later, which Taipei’s Central Weather Administration’s seismology center measured as magnitude 6.3, coming several minutes after a magnitude 6.0 quake. Authorities in Hualien county say two buildings that sustained serious damage in the April 3 quake partially collapsed after the Tuesday morning quakes.

The Central Weather Administration’s seismology center says the quakes were aftershocks of the April 3 disaster. No casualties were reported from the new quakes. Schools and offices in Hualien were ordered closed Tuesday.

The April 3 quake was the most powerful to hit Taiwan since a magnitude 7.7 earthquake 25 years ago, that killed 2,400 people and destroyed or damaged thousands of buildings.

Some information for this report came from The Associated Press, Reuters, Agence France-Presse.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG