ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພົນລະເຮືອນ 95 ຄົນເສຍຊີວິດ ທີ່ຊີເຣຍ ຈາກທ້າຍເດືອນມີນາ ຫາເດືອນເມສາ (ເບິ່ງວີດີໂອ)


ທ່ານ Nofal Al Dawalibi (ຂ້າງຊ້າຍ)ລູກຊາຍອະດີດນາຍົກລັດ
ຖະມົນຕີຊີເຣຍ ກ່າວຕໍ່ນັກຂ່າວກ່ຽວກັບແຜນການຈັດຕັ້ງລັດຖະ
ບານສະໄໝຂ້າມຜ່ານຂອງຊີເຣຍຂຶ້ນທີ່ກຸງປາຣີ,ຝຣັ່ງ.
ວັນທີ 2 ພຶດສະພາ 2012.
ທ່ານ Nofal Al Dawalibi (ຂ້າງຊ້າຍ)ລູກຊາຍອະດີດນາຍົກລັດ ຖະມົນຕີຊີເຣຍ ກ່າວຕໍ່ນັກຂ່າວກ່ຽວກັບແຜນການຈັດຕັ້ງລັດຖະ ບານສະໄໝຂ້າມຜ່ານຂອງຊີເຣຍຂຶ້ນທີ່ກຸງປາຣີ,ຝຣັ່ງ. ວັນທີ 2 ພຶດສະພາ 2012.

​ໃນ​ວັນ​ພຸດ​ມື້​ນີ້ ກຸ່ມ​ປົກ​ປ້ອງ​ສິດທິມະນຸດ​ລະຫວ່າງ​ຊາດ​ກຸ່ມ​ນຶ່ງກ່າວຫາ​ລັດຖະບານຊີ​ເຣຍວ່າ​ ກໍ່ອາ​ຊະ​ຍາ​ກໍາ​ສົງຄາມ ຂະນະ​ທີ່​ພວກ​ກຸ່ມ​ຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ກະບົດ​ໄດ້​ສັງຫານ​ກໍາລັງ​ຮັກສາ​ຄວາມສະຫງົບ ຂອງ​ຝ່າຍ​ລັດຖະບານ 15 ຄົນ​ໃນ​ຂະນະ​ທີ່​ສັນຍາ​ຢຸດ​ຍິງທີ່​ໄກ່​ເກ່ຍ​ໂດຍ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ອ່ອນ​ແອ​ລົງ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ພວກ​ກໍາລັງ​ຂອງ​ຊີ​ເຣຍ​ແລະ​ພວກ​ກອງ​ຫຼອນ​ທີ່​ນິຍົມ​ລັດຖະບານ​ໄດ້​ສັງຫານ ພວກ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 95 ຄົນ ​ໃນ​ລະຫວ່າງ​ທ້າຍ​ເດືອນ​ມີນາ ຫາ​ຕົ້ນ​ເດືອນ​ເມສາ​ຜ່ານ​ມາ​ໃນ​ແຂວງ Idlib ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ ເໜືອ​ຂອງ​ປະ​ເທດ ​ກ່ອນ​ໜ້າ​ມີ​ການຢຸດ​ຍິງ ​ທີ່​ໄກ່​ເກ່ຍໂດຍ​ທ່ານ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ນັ້ນ.

ທ່ານ Nadim Houry ຮອງ​ຜູ້​ອໍ​ານວຍ​ການ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ ມະນຸດ​ດັ່ງກ່າວ​ ຮັບຜິດຊອບ​ກິດຈະການໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ວ່າ ພວກ​ຊາວບ້ານໄດ້​ຖືກ​ລ້ອມ​ແລ້ວກໍ​ຍິງ​ຖິ້ມ.

ທ່ານ Houry ກ່າວ​ເຊ່ນ​ກັນ​ວ່າ ພວກ​ກໍາລັງ​ຂອງ​ຊີ​ເຣຍປາກົດ​ວ່າ​ໄດ້​ແນ​ເປົ້າ​ໝາຍການ​ໂຈມ​ຕີ​ໃສ່​ພວກ​ຄອບຄົວ​ແລະ​ປະຊາ​ຄົມ​ຕ່າງໆ.

ເບິ່ງວີດີໂອ ກ່ຽວກັບພວກຝ່າຍຄ້ານຊີເຣຍ

XS
SM
MD
LG