ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລັດຖະບານຊີເຣຍ ເສີມ ກໍາລັງທະຫານ ທີ່ເມືອງ Aleppo (ວີດິໂອ)


​ສະມາຊິກກຸ່ມກະບົດຜູ້ນຶ່ງ ກໍາລັງຕັ້ງທ່າຈະຍິງຍົນເຮບີຄອບເຕີ ຂອງ​ທະຫານ​ລັດຖະບານກໍາລັງ ບິນເຫວີ່ນຢູ່ເທິງເມືອງ Aleppo ທາງພາກເໜືອຂອງຊີເຣຍໃນວັນທີ 23 ກໍລະກົດ, 2012.
​ສະມາຊິກກຸ່ມກະບົດຜູ້ນຶ່ງ ກໍາລັງຕັ້ງທ່າຈະຍິງຍົນເຮບີຄອບເຕີ ຂອງ​ທະຫານ​ລັດຖະບານກໍາລັງ ບິນເຫວີ່ນຢູ່ເທິງເມືອງ Aleppo ທາງພາກເໜືອຂອງຊີເຣຍໃນວັນທີ 23 ກໍລະກົດ, 2012.

ບັນດາ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍກ່າວ​ວ່າ ລັດຖະບານ​ໄດ້​ສົ່ງ​ທະຫານ​ໄປ​ເສີມ
ກໍາລັງ​ເພີ່ມ ​ໃນ​ເມືອງ Aleppo ບ່ອນ​ທີ່​ການ​ສູ້​ລົບ​ກັນ​ຢ່າ​ງດຸເດືອດ ​ລະ​ຫວ່າງ​ຝ່າຍ​ກະບົດ
​ແລະ​ທະຫານ​ລັດຖະບານ ​ໄດ້​ຍືດ​ເຍື້ອມາ​ເປັນ​ວັນ​ທີ່​ຫ້າ​ແລ້ວນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ອັງກິດ​ເວົ້າ​ວ່າ ​ໄດ້​ມີການ​ປະທະ​ກັນ
​ຫລາຍໆບັ້ນ​ ​ໃນ​ວັນພຸດ​ມື້​ນີ້ ​ຢູ່ໃນຫຼາຍໆ​ຄຸ້ມ​ຂອງ​ເມືອງ​ອາ​ເລັ​ບໂປ ​ແລະ​ວ່າ​ລັດຖະບານ
​ຊີ​ເຣຍ​ໃຊ້​ທັງ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ນໍາ.

ກຸ່ມ​ສິ້ງ​ຊອມ​ກ່າວ​ວ່າ ​ປະຊາຊົນ ຢ່າງ​ໜ້ອຍແປ​ດຄົນ ​ຖືກ​ສັງຫານ ໂດຍການ​ລະດົມ​ຍິງ
ປືນ​ໃຫຍ່​ແລະ​ປືນ​ນ້ອຍ​ໂຈມ​ຕີ ​ໃນ​ແຂວງ Aleppo, Hama ​ແລະ Idlib. ບັນດາ​ນັກ​ເຄຶ່ອນ
​ໄຫວ​ກ່າວ​ວ່າ ໃນ​ວັນ​ພຸດ​ມື້​ນີ້ ກໍາລັງທະຫານ​ລັດຖະບານ​ຍັງໄດ້ລະດົມຍິງ​ໃສ່​ຄຸ້ມ al-Tel
​ເຂດຊານ​ເມືອງ​ຫລວງດາ​ມັສກັສ ນັ້ນ​ນໍາ.

​ໃນ​ຂະນະດຽວກັນ​ນີ້ ບັນດາ​ເຈົ້າໜ້າ​ທີ່​ເທີ​ກີ ​ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ ຂອງຊີ​ເຣຍ​ນັ້ນ
​ເວົ້າວ່າ ດ່ານ​ຂ້າມຊາຍ​ແດນ​ ລະຫວ່າງ​ປະ​ເທດ​ທັງ​ສອງ​ຈະ​ປິດລົງໃນ​ວັນ​ພຸດ​ມື້​ນີ້ ​ເພາະວ່າ​
ສະພາບ​ຄວາມ​ປອດ​ໄພ​ໄດ້​ຮ້າຍ​ແຮງ​ລົງ​ໄປ​ອີກ.

ພວກ​ກະບົດ​ຊີ​ເຣຍ ​ໄດ້​ເຂົ້າຍຶດ​ເອົາ​ດ່ານ​ຂ້າມ​ຊາຍ​ແດນຫຼາຍໆ​ແຫ່ງ. ລົດ​ບັນທຸກ​ຂອງຊາວ​
ເທີ​ກີ ​ໄດ້​ຖືກ​ຈູດ​ເຜົາ ​ແລະ​ຖື​ກປຸ້ນ​ເອົາ​ເຄື່ອງ​ຂອງ​ເມື່ອ ອາທິດ​ຜ່ານ​ມາ ​ໃນ​ລະຫວ່າງການ​ສູ້
ລົບ​ກັນ​ບັ້ນ​ນຶ່ງ​ລະຫວ່າງ​ຝ່າຍ​ຄ້ານ ​ແລະ​ກໍາລັງ​ຂອງ​ລັດຖະບານ ທີ່​ເມືອງ Bab al-Hawa ​
ໃນ​ຟາກ​ຊາຍ​ແດນ​ຂອງ​ຊີ​ເຣຍ.

ເບິ່ງວີດິໂອຂອງເລື້ອງກ່ຽວຂ້ອງກັບເລື້ອງນີ້

​ວັນ​ພຸດ​ມື້​ນີ້ ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ຫາ​ສະຫະລັດ
ວ່າ ​ພ້ອມ​ໃຈກັບ​ການ​ກໍ່​ການ​ຮ້າຍ ​ໂດ​ຍບໍ່​ໄດ້​ປະນາມ​ການວາງ​ລະ​ເບີດ​ ​ເມື່ອ​ອາທິດຜ່ານ​ມາ​
ຢູ່​ເມືອງຫຼວງດາ​ມັສກັສ ທີ່​ໄດ້​ສັງ ຫານ​ເຈົ້າໜ້າ​ທີ່​ຮັກສາ​ຄວາມປອດ​ໄພ​ລະດັບ​ສູງຫຼາຍຄົນ​ນັ້ນ.

ນອກ​ນີ້​ແລ້ວ ຣັດ​ເຊຍຍັງເວົ້າ​ວ່າ ການ​ລົ​ງ​ໂທດ​ບັ້ນ​ໃໝ່​ຂອງສະຫະພາບ​ຢູ​ໂຣບ ທີ່​ຮຽກຮ້ອງ​ໃຫ້​
ສະມາຊິກ​ຂອງ​ຕົນ​ ທໍາ​ການ​ກວດກາ​ສິນຄ້າ​ທາງທະ​ເລ​ແລະທາງອາກາດ​ທີ່​ໜ້າ​ສົງ​ໄສ ທີ່​ມຸ້ງ​ໜ້າ
​ໄປ​ຍັງ​ຊີ​ເຣຍນັ້ນ​ວ່າ ​ເທົ່າ​ກັບ​ເປັນ​ການ​ປິດ​ກັ້ນ​. ກະຊວງຕ່າງປະ​ເທດຣັດເຊຍ​ກ່າວໃນ​ຖະ​ແຫຼງ
ການ​ສະບັບ​ນຶ່ງ​ວ່າ ມາດ​ຕະການ​ດັ່ງກ່າວ​ນີ້ ຖືວ່າເປັນ​ການ​ຕ້ານ​ຜົນ​ປະ​ໂຫຍ​ດ ​ແລະຂັດ​ກັນ​ກັບ​
ນໍ້າ​ໃຈຂອງແຜນການ​ສັນຕິພາບຂອງ​ທ່ານ ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະ
ຊາ​ຊາດນັ້ນນໍາ​.

XS
SM
MD
LG