ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສານສູງສຸດ ສຫລ ຈະຮັບຟັງການພິຈາລະນາ ການຮຽກຮ້ອງຂອງ ທ. ທຣໍາ ກ່ຽວກັບການຄຸ້ມກັນຂອງປະທານາທິບໍດີ


ແຟ້ມຮູບ-ສານສູງສະຫະລະລັດ ທີ່ແນມເຫັນໃນນະຄອນຫຼວງວໍຊິງຕັນ ໃນວັນທີ 16 ເມສາ 2024, ທະນາຍຄວາມຂອງອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ຈະທໍາການໂຕ້ແຍ້ງວ່າ ທ່ານເປັນຜູ້ບໍລິສຸດຈາກຟ້ອງຮ້ອງທາງອາຍາ ກ່ຽວກັບການກະທໍາທີ່ຖືກກ່າວຫາ ເຊິ່ງເກີດຂຶ້ນໃນລະຫວ່າງທີ່ທ່ານຍັງດໍາລົງຕໍາແໜ່ງ.
ແຟ້ມຮູບ-ສານສູງສະຫະລະລັດ ທີ່ແນມເຫັນໃນນະຄອນຫຼວງວໍຊິງຕັນ ໃນວັນທີ 16 ເມສາ 2024, ທະນາຍຄວາມຂອງອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ຈະທໍາການໂຕ້ແຍ້ງວ່າ ທ່ານເປັນຜູ້ບໍລິສຸດຈາກຟ້ອງຮ້ອງທາງອາຍາ ກ່ຽວກັບການກະທໍາທີ່ຖືກກ່າວຫາ ເຊິ່ງເກີດຂຶ້ນໃນລະຫວ່າງທີ່ທ່ານຍັງດໍາລົງຕໍາແໜ່ງ.

ໃນກໍລະນີທີ່ບໍ່ເຄີຍມີມາກ່ອນຢູ່ໃນປະຫວັດສາດຂອງສະຫະລັດ, ບັນດາທະນາຍຄວາມທີ່ເປັນໂຕແທນຂອງອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ, ໂດຍໃນວັນພະຫັດມື້ນີ້ ຈະດໍາເນີນຄວາມພະຍາຍາມໂນ້ມນ້າວສານສູງສຸດຂອງສະຫະລັດວ່າ ລູກຄວາມຂອງພວກເພິ່ນແມ່ນຖືກຄຸ້ມກັນຈາກການດໍາເນີນຄະດີອາຍາສໍາລັບການກະທໍາທີ່ທ່ານຖືກກ່າວຫາວ່າ ມີສ່ວນພົວພັນໃນຂະນະທີ່ທ່ານດໍາລົງຕໍາແໜ່ງຢູ່ໃນໜ້າທີ່ສູງສຸດຂອງປະເທດ.

ກໍລະນີຂອງລັດຖະບານກາງມີຄວາມສ່ຽງສູງເປັນພິເສດ, ເຊິ່ງ ທ່ານ ທຣໍາ ​ທີ່ຖືກເຊື່ອວ່າຈະເປັນ​ຜູ້​ລົງສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີປະຈໍາປີ 2024 ຈາກ​ພັກຣີພັບ​ບລິ​ກັນ​ນັ້ນ, ທ່ານກໍາລັງກົດດັນການຮຽກຮ້ອງສິດຄຸ້ມກັນຂອງທ່ານຈາກຂໍ້ກ່າວຫາ ວ່າໃນຂະນະທີ່ທ່ານດໍາລົງຕໍາແໜ່ງເປັນປະທານາທິບໍດີ, ທ່ານ ໄດ້ສົມຮູ້ຮ່ວມຄິດໃນການກໍ່ວິນາດສະກໍາທາງອາຍາ ເພື່ອຕ່າວປີ້ນຜົນການເລືອກຕັ້ງປີ 2020, ທີ່ທ່ານເສຍໄຊໃຫ້ແກ່ປະທານາທິບໍດີ ໂຈ ໄບເດັນ.

ປັດຈຸບັນ ຄະດີດັ່ງກ່າວຍັງຄົງຖືກໂຈະໄວ້ ເພື່ອລໍຖ້າການຕັດສິນຂອງສານສູງກ່ຽວກັບການອ້າງການຄຸ້ມກັນຂອງ ທ່ານ ທຣໍາ. ການ​ຕັດສິນແບບຮີບດ່ວນ ​ອາດ​ຈະ​ອະນຸຍາດ​ໃຫ້ ​ການ​ພິຈາລະນາຄະດີ ​ດຳ​ເນີນ​ໄປ​ກ່ອນ​ການ​ເລືອກ​ຕັ້ງ​ໃນເດືອນ​ພະຈິກທີ່ຈະມາເຖິງນີ້, ​ໃນ​ຂະນະ​ທີ່ການເລື່ອນເວລາ ​ສາມາດເຮັດ​ໃຫ້ການພິຈາລະນາຄະດີບໍ່ເກີດ​ຂຶ້ນເລີຍ. ຖ້າ ທ່ານ ທຣໍາ ຊະນະການເລືອກຕັ້ງໃນເດືອນພະຈິກ ແລະການແກ້ໄຂຄະດີຍັງຖືກໂຈະໄວ້ຢູ່ໃນເວລາທີ່ທ່ານເຂົ້າຮັບຕໍາແໜ່ງໃນເດືອນມັງກອນຂອງປີໜ້າ, ມີຄວາມເປັນໄປໄດ້ວ່າທ່ານ ສາມາດສັ່ງໃຫ້ກະຊວງ ກະຊວງຍຸຕິທໍາ ຍົກຟ້ອງໄດ້.

ກໍລະນີກ່ອນສານສູງສຸດ ທີ່ເກີດຂຶ້ນຈາກຂໍ້ກ່າວຫາທີ່ຖືກຍື່ນໃນປີແລ້ວນີ້ ໂດຍທີ່ປຶກສາພິເສດ ທ່ານເຈັກ ສມິດທ໌ (Jack Smith), ຜູ້ທີ່ຖືກແຕ່ງຕັ້ງໂດຍກະຊວງຍຸຕິທໍາ. ສ່ວນນຶ່ງຂອງຄຳສັ່ງ ທີ່ ທ່ານ ສມິດທ໌ ຕ້ອງປະຕິບັດແມ່ນ ການດຳເນີນງານສືບສວນອິດສະຫຼະຕໍ່ການກະທຳຕ່າງໆຂອງອະດີດປະທານາທິບໍດີ ລະຫວ່າງການເລືອກຕັ້ງໃນເດືອນພະຈິກ ປີ 2020 ຫາວັນທີ 6 ມັງກອນ ປີ 2021, ທີ່ໄດ້ມີການໂຈມຕີຫໍລັດຖະສະພາຂອງສະຫະລັດ ໂດຍບັນດາຜູ້ສະໜັບສະໜຸນ ທ່ານ ທຣໍາ ທີ່ພະຍາຍາມຂັດຂວາງການຢັ້ງຢືນໄຊຊະນະໃນການເລືອກຕັ້ງຂອງ ທ່ານ ໄບເດັນ ຢ່າງເປັນທາງການ.

In a case unprecedented in the history of the United States, lawyers representing former President Donald Trump will try Thursday to persuade the U.S. Supreme Court that their client is immune from criminal prosecution for acts he allegedly engaged in while serving in the nation's highest office.

The federal case has extraordinarily high stakes. Trump is the presumptive Republican nominee for the 2024 presidential election. He is pressing his immunity claim on charges that as president, he criminally conspired to overturn the results of the 2020 election, which he lost to President Joe Biden.

That case is currently on hold pending a high court decision on Trump's immunity claim. A rapid decision might allow that trial to take place before the November election, while a delay could prevent it from taking place at all. If Trump wins in November and resolution of the case is still pending when he takes office in January, it’s possible he could direct the Justice Department to drop the charges.

The case before the Supreme Court arises from charges filed last year by special counsel Jack Smith, who was appointed by the Department of Justice. One part of Smith's mandate was to conduct an independent probe into the former president's actions between the November 2020 election and the Jan. 6, 2021, assault on the U.S. Capitol, in which Trump supporters attempted to disrupt the official certification of Biden's election victory.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG