ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ໂອບາມາ ຫວັງວ່າ ນະໂຍບາຍ ການເພັ່ງ ເລັງໃສ່ເຂດເອເຊຍ ຂອງ ສຫລ ຢູ່ໄດ້ນານກວ່າ ຕຳແໜ່ງຂອງທ່ານ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ກາງ, ໂບກມື ພ້ອມກັບບັນດາຜູ້ນຳ ຂອງ ປະຊາຄົມບັນດາປະຊາຊາດ​ໃນເອເຊຍຕາເວັນອອກສຽງໃຕ້ (ASEAN) ໃນລະຫວ່າງ ກອງປະຊຸມສຸດຍອດ ASEAN-U.S., ຄວບຄູ່ໄປກັບ ກອງປະຊຸຸມສຸດຍອດ ອາຊຽນ ຄັ້ງທີ 28th and 29th ທີ່ມີຢູ່ຕໍ່ເນື່ອງ ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງອື່ນໆ ຢູ່ທີ່ ສູນປະຊຸມແຫ່ງຊາດ, ວັນທີ 8 ກັນຍາ 2016.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ທ່ານໄດ້ປະກາດ ຢ່າງ ເປັນທີ່ຈະແຈ້ງ ຕໍ່ບັນດາຜູ້ນຳເຂດເອເຊຍຕາເວັນອອກ ສຽງໃຕ້ ທີ່ໄດ້ໄປເຕົ້າໂຮມກັນຢູ່ ທີ່ ລາວ ວ່າ ສະຫະລັດ ຈະສືບຕໍ່ຢືນຢູ່ກັບປະຊາຊົນຂອງຂົງເຂດດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ໂຮງແຮມ Landmark Mekong Riverside ໃນນະຄອນຫຼວງວຽງຈັນ ຂອງລາວ, ວັນທີ 8 ກັນຍາ 2016, ຫຼັງຈາກ ການເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ.

ທ່ານໄດ້ເອົານະໂຍບາຍ ການສ້າງຄວາມກ້ຳເກິ່ງຄືນໃໝ່ ຂອງສະຫະ ລັດ ດ້ວຍການ ເພັ່ງເລັງໃສ່ ເຂດເອເຊຍຕາເວັນອອກສຽງໃຕ້ ໃຫ້ເປັນບູລິມະສິດ ໃນລະຫວ່າງການດຳ ລົງ ຕຳແໜ່ງປະທານາທິບໍດີ ຂອງທ່ານ ເຊິ່ງຈະສິ້ນສຸດ ໃນເດືອນມັງກອນ ຈະມາເຖິງ. ທ່ານ ໂອບາມາ ໄດ້ກ່າວວ່າ ຄວາມຫວັງຂອງທ່ານ ແລະ ຄວາມຄາດຫວັງ ກໍແມ່ນວ່າ ຜູ້ຈະເຂົ້າມາຮັບຕຳແໜ່ງຂອງທ່ານນັ້ນ ຈະສືບຕໍ່ຄວາມພະຍາຍາມດັ່ງກ່າວຂອງທ່ານ.

ທ່ານໂອບາມາ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ໄດ້ພົບປະກັບບັນດາຜູ້ນຳ ຈາກ ປະຊາຄົມບັນດາປະຊາຊາດ​ໃນເອເຊຍຕາເວັນອອກ ສຽງໃຕ້ ວ່າ “ສະຖານທີ່ແຫ່ງນີ້ ເປັນບ່ອນທີ່ມີການເຄື່ອນໄຫວ ໃນເລື່ອງຂອງການຄ້າ ແລະ ກາກຊື້ຂາຍ ແລະ ໃນທີ່ສຸດ ​ກໍ​ເປັນການສ້າງວຽກເຮັດງານທຳໃຫ້ສະຫະລັດ ​ແລະສາມາດຂາຍເຄື່ອງ ຢູ່ໃນຕະຫຼາດແຫ່ງນີ້.”

ທ່ານໄດ້ກ່າວອີກວ່າ ກຸ່ມດັ່ງກ່າວ ໄດ້ຮັບຮູ້ເຖິງຄວາມສຳຄັນ​ໃນການຕັດສິນຂອງສານ ສາກົນ ເມື່ອເດືອນກໍລະກົດຜ່ານມາ ທີ່ໄດ້ຍົກເລີກ ການກ່າວອ້າງເອົາເຂດນ້ຳແດນດິນ ຢູ່ໃນທະເລຈີນໃຕ້ຂອງຈີນ ແລະ ຄວາມສຳຄັນ ​ໃນການກ່າວອ້າງເອົາບາງສ່ວນ ຂອງ ຂົງເຂດທີ່ມີບັນຫາຂັດແຍ້ງກັນ ເພື່ອທີ່ຈະສ້າງເປັນເຂດທະຫານໃສ່ພື້ນທີ່ເຫຼົ່ານັ້ນ ຫຼື ການຄຸ້ມຄອງພວກເກາະດອນ ທີ່ບໍ່ສາມາດອາ​ໄສຢູ່ໄດ້.

ທ່ານໂອບາມາໄດ້ເວົ້າວ່າ “ຂ້າພະເຈົ້າໄດ້ກ່າວຢ້ຳອີກເທື່ອໜຶ່ງ ວ່າ ສະຫະລັດ ຈະຢືນ ຢູ່ກັບບັນດາ ພັນທະມິດ ແລະ ພາຄີ ໃນການປະຕິບັດຕາມພື້ນຖານ ຜົນປະໂຫຍດ ຕ່າງໆ, ສິດເສລີ ຂອງການເດີນທະເລ ແລະ ການບິນຜ່ານ ພາຍໃນກຸ່ມພວກເຂົາ, ການເຮັດການຄ້າ ທີ່ຖືກກົດໝາຍ ທີ່ບໍ່ໄດ້ຖືກກີດກັ້ນ, ແລະ ການແກ້ໄຂບັນຫາ ຂັດແຍ້ງຕ່າງໆຢ່າງສັນຕິ.”

ກ່ຽວກັບໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອ ປະທານາທິບໍດີ ສະຫະລັດ ໄດ້ ກ່າວວ່າ ນະໂຍບາຍຂອງທ່ານ ກໍແມ່ນວ່າ ບໍ່ສົ່ງເສີມ ​ໃຫ້​ລາງວັນ​ແກ່​ພຶດຕິກຳທີ່ບໍ່ດີນີ້.

ທ່ານເວົ້າວ່າ “ມັນບໍ່ເປັນຄືວ່າ ພວກເຮົາບໍ່ໄດ້ຊອກຫາບັນຫາ ຫຼື ຫລີກລ່ຽງ ຄວາມຕັ້ງ ໃຈທີ່ຈະພົວພັນ ໃນທາງການທູດ ແຕ່​ໃນ​ທາງ​ການ​ທູດ​ແລ້ວ ​ແມ່ນ​ບັງ​ຄົບ​ໃຫ້​ພຽງ​ຢາງ​ຕ້ອງ​ໄດ້​ປະຕິບັດ​ຕາມ​ພັນທະນາໆ​ຊາດຂອງ​ຕົນ.”

ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ ທີ່​ຈະ​ສືບ​ຕໍ່​ກົດ​ດັນ​ລັດຖະບານ​ເກົາຫຼີ​ເໜືອ​ໃນ​ຂະນະ​ທີ່​ມີ​ການ​ເອົາ​ມາດ​ຕະການ​ປ້ອງ​ກັນ​ຈຳ​ນວນນຶ່ງ​ເພື່ອ​ຄ້ຳປະກັນ​ວ່າ ສະຫະລັດ​ແລະ​ພັນທະ​ມິດ​ໄດ້ ​ຮັບ​ການ​ປົກ​ປ້ອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Obama Laos Thursday
please wait
Embed

No media source currently available

0:00 0:02:27 0:00

XS
SM
MD
LG