ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປູກຝິ່ນ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ເພີ່ມຂຶ້ນໃນປີນີ້


ທະຫານໄທຢືນຍາມບ່ອນປູກຝິ່ນແຫ່ງນຶ່ງ ທີ່ຈັງຫວັດຕາກ ໃນລະຫວ່າງການປະຕິບັດງານຊອກຄົ້ນແລະທຳລາຍ ເພື່ອລຶບລ້າງການປູກຝິ່ນ (15 ທັນວາ 2011)
ທະຫານໄທຢືນຍາມບ່ອນປູກຝິ່ນແຫ່ງນຶ່ງ ທີ່ຈັງຫວັດຕາກ ໃນລະຫວ່າງການປະຕິບັດງານຊອກຄົ້ນແລະທຳລາຍ ເພື່ອລຶບລ້າງການປູກຝິ່ນ (15 ທັນວາ 2011)

ອົງການຕໍ່ຕ້ານຢາເສບຕິດແລະອາຊະຍາກຳ ຂອງສະຫະປະຊາຊາດ ຫຼື UNODC ກ່າວວ່າ ໃນປີນີ້ມີການປູກຝິ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ ຢູ່ມຽນມາແລະ ສປປ ລາວ ຊຶ່ງເປັນແຫຼ່ງທີ່ມາ ຂອງຢາເສບຕິດດັ່ງກ່າວ ໃຫຍ່ອັນດັບສອງແລະອັນດັບສາມຂອງໂລກ. ອົງການ UNODC ເວົ້າວ່າ ລາຄາຝິ່ນທີ່ຖີບໂຕສູງຂຶ້ນໄດ້ ຊຸກຍູ້ໃຫ້ພວກພໍ່ໄຮ່ຊາວສວນຫັນໄປປູກຝິ່ນຫຼາຍຂຶ້ນ ແລະຈຳເປັນຕ້ອງໄດ້ຊອກຫາທາງເລືອກໃຫ້ພວກເຂົາເຈົ້າ ເພື່ອປ້ອງກັນບໍ່ໃຫ້ມີການປູກຝິ່ນ ຄືນໃໝ່ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້.

ອົງການ​ຕໍ່ຕ້ານ​ຢ​າ​ເສບ​ຕິດ​ຂອງ​ສະຫະ​ປະຊາ​ຊາດ​ກ່າວໃນ​ມື້ວັນ​ພະຫັດ​ຜ່ານມານີ້ວ່າ ພື້ນທີ່ໆ​
ໃຊ້​ສຳລັບ​ການ​ປູກ​ຝິ່ນ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ໄດ້​ເພີ່ມຂຶ້ນປະມານ 16% ຂະນະ
ທີ່​ພວກ​ພໍ່​ໄຮ່​ຊາວ​ສວນ​ໃນ​ປະ​ເທດ​ມຽນມາ​ແລະ ສປປ ລາວ ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ລາຍ
ໄດ້​ຫຼາຍຂຶ້ນຈາກ​ລາຄາ​ຝິ່ນ​ທີ່​ຖີບ​ໂຕ​ສູງ​ຂຶ້ນນັ້ນ.

ອົງການຕໍ່ຕ້ານ​ຢາ​ເສ​ບຕິດ​ແລະອາ​ຊະ​ຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ​ຫຼື UNODC ກ່າວ​ວ່າ
ມຽນມາ​ຊຶ່ງ​ເປັນ​ປະ​ເທດ​ຜະລິດ​ຝິ່ນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ​ຮອງ​ຈາກອັຟກາ​ນິສຖານ​ນັ້ນ
ແມ່ນ​ປະ​ກອບ​ເປັນ​ສ່ວນ​ໃຫຍ່​ໃນ​ການ​ປູກ​ຝິ່ນ​ ທີ່​ມີເພີ່ມ​ຂຶ້ນແລະ 96% ຂອງການ​ຜະລິດຝິ່ນ​
ຢູ່​ໃນ​ຂົງ​ເຂດ. ມີ​ການ​ກະ​ປະມານ​ກັນ​ວ່າໃນ​ປີນີ້ມຽນມາຜະລິດ​ຝິ່ນ​ໄດ້ 610 ​ໂຕນຫຼືປະມານ
10% ຂອງການ​ຜະລິດຝິ່ນ​ຢູ່ໃນ​ໂລກໃນ​ຂະນະ​ທີ່ ສປປ ລາວຜະລິດ​ໄດ້​ປະມານ 25 ​ໂຕນ.

ການ​ຜະລິດ​ຝິ່ນ ​ຂອງ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ທັງ​ໝົດ ແມ່ນ​ມີ​ມູນ​ຄ່າ​ປະມານ 319
ລ້ານ​ໂດ​ລາ ຊຶ່ງ 275 ລ້ານ​ໂດ​ລາ ​ແມ່ນ​ຜະລິດ​ໃນ​ມຽນມາ. ​ເມື່ອ​ສົມ​ທຽບ​ແລ້ວ ອົງການ
UNODC ​ເວົ້າວ່າ ການ​ຜະລິດ​ຝິ່ນ​ຂອງ​ອັຟກາ​ນິສຖານ​ໃນ​ປີນີ້​ແມ່ນມີ​ມູນ​ຄ່າ 1 ພັນ 400
ລ້ານ​ໂດ​ລາ.

ທ່ານ Gary Lewis ຜູ້ຕາງໜ້າ​ຂອງ​ອົງການ UNODC ປະຈຳ​ເຂດ​ເອ​ເຊຍ​ປາຊີ​ຟິກ​ໄດ້​ຖະ
ແຫຼງ​ເນື່ອງ​ໃນ​ໂອກາດ​ນຳ​ອອກ​ເຜີຍ​ແຜ່ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ການ​ສຳ​ຫຼວດ​ໃນ​ການ​ປູກ
ຝິ່ນ. ທ່ານ​ກ່າວ​ຕໍ່​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດທີ່​ປະ​ເທດ​ໄທ​ວ່າ ການ​ປູກ​ຝິ່ນ​ສ່ວນ​ໃຫຍ່​
ແມ່ນ​ມີ​ກັນຢູ່​ໃນ​ລັດສານ​ທາງ​ພາກ​ເໜືອ​ຂອງ​ມຽນມາ.

ທ່ານ Lewis ​ເວົ້າວ່າ “ອີງ​ຕາມ​ການ​ກະ​ປະມານ ​ຂອງ​ພວກ​ເຮົາ​ແລ້ວ ສິ່ງ​ທີ່​ຜັກ​ດັນ ​
ໃຫ້​ມີ​ການ​ປູກ​ຝິ່ນ​ເພີ່ມ​ຂຶ້ນກໍ​ຄື​ຄວາມ​ໝັ້ນຄົງ​ທາງ​ດ້ານ​ອາຫານ ຄວາມທຸກ​ຍາກ ບັນ
ຫາ​ຂັດ​ແຍ້​ງ ທີ່​ເກີດ​ຂຶ້ນຢູ່​ໃນ​ເຂດ​ດັ່ງກ່າວ​ຂອງ​ມຽນມາ​ ແລະ​ລາຄາ​ຝິ່ນ​ ທີ່​ແພງ​ຂຶ້ນ​
ແມ່ນເປີດ​ໃຫ້​ຜູ້​ຄົນ​ ທີ່​ປະສົງ​ຢາກຈະ​ປູກ​ຝິ່ນ.”

ອົງການ UNODC ກ່າວ​ວ່າ ລາຄາ​ຝິ່ນ​ຢູ່​ມຽນມາ​ໄດ້ຖີບ​ສູງ​ຂຶ້ນນັບ​ແຕ່​ປີ 2010 ​ເປັນຕົ້ນມາ
ຈາກ 300 ​ໂດ​ລາ​ຕໍ່​ກິ​ໂລເປັນ 450 ​ໂດ​ລາຕໍ່​ກິ​ໂລໃນ​ຂະນະ​ທີ່​ຄ່າ​ເງິນ kyat ຂອງ​ມຽນມາ
ຫຼຸດຕໍ່າລົງ​ແລະ​ຄວາມ​ຕ້ອງການ​ຝິ່ນໃນ​ບັນດາ​ປະ​ເທດ​ເພື່ອນ​ບ້ານມີ​ເພີ່ມ​ຂຶ້ນ.

ລາຄາ​ຝິ່ນ​ຢູ່ ສປປ ລາວ ​ແລະ​ຢູ່​ປະ​ເທດ​ໄທ ກໍ​ແພງ​ຂຶ້ນຄື​ກັນຄື 1,600 ​ໂດ​ລາ​ຕໍ່​ກິ​ໂລ​ແລະ
1,400 ໂດ​ລາ​ຕໍ່​ກິ​ໂລ​ຕາມ​ລຳດັບ.

ທ່ານ Jason Eligh ​ເປັນ​ຫົວໜ້າ​ຮັບຜິດຊອບຢູ່​ມຽນມາ​ ຂອງ​ອົງການ UNODC ຊຶ່ງ​ທ່ານ​
ກ່າວ​ວ່າ ພວກ​ພໍ່​ໄຮ່​ຊາວ​ສວນທຸກ​ຍາກ​ທີ່​ປູກຝິ່ນຫຼື​ເປັນ​ຄົນ​ງານ​ຢູ່​ໃນ​ໄຮ່​ຝິ່ນນັ້ນສາມາດ​ມີ​ລາຍ
ໄດ້​ສູງເປັນຫຼາຍໆ​ເທົ່າ ຂອງ​ລາຍ​ໄດ້​ສະ​ເລ່ຍສຳລັບ​ກະສິກອນ ທີ່​ປູກ​ພືດ​ແນວ​ອື່ນ.

ທ່ານ Eligh ​ເວົ້າວ່າ “ດັ່ງນັ້ນ ພວກ​ທ່ານ​ສາມາດ​ມອງ​ເຫັນ​ໄດ້​ວ່າ​ມັນເປັນ​ທາງເລືອກ
ເສດຖະກິດ​ທີ່ສົມ​ເຫດ​ສົມຜົນສຳລັບ​ຜູ້​ຄົນ​ທີ່​ພວມ​ປະ​ເຊີນ​ກັບ​ໄພ​ຂົ່ມຂູ່​ຕ່າງໆ ຕໍ່​ຄອບ
ຄົວ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ພະຍາຍາມ​ແລະ​ມີ​ການ​ພົວພັນ​ນຳ​ການ​ປູກ​ຝິ່ນ ໂດຍ​ການ
ປູກ​ດ້ວຍ​ໂຕ​ເອງຫຼືຜ່ານ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ໃນ​ການ​ປູກ​ແລະ​ເກັບ​ກ່ຽວພືດ​ເຫຼົ່າ
ນີ້​ໃນ​ຖານະ​ທີ່​ເປັນ​ແຮງ​ງານ.”

ພາຍ​ໃຕ້​ໂຄງການ​ລຶບລ້າງ​ການ​ປູກ​ຝິ່ນ​ແລະ​ການປູກ​ພືດ​ທົດ​ແທນ​ນັ້ນບັນດາ​ປະ​ເທດຜະລິດ​ຝິ່ນ
ທີ່​ສຳຄັນໆ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ເຊັ່ນ​ມຽນມາ ສປປ ລາວ ແລະ​ໄທໄດ້​ຫຼຸດພື້ນທີ່​
ການ​ປູກ​ຝິ່ນ​ລົງ 83% ແຕ່​ປີ 1998 ຫາ​ປີ 2006.

ແຕ່​ຫຼັງຈາກ​ນັ້ນມາ ການ​ຜະລິດ​ຝິ່ນ​ກໍ​ໄດ້​ຄ່ອຍໆ​ເພີ່ມ​ຂຶ້ນຢູ່​ໃນ​ມຽນມາ​ແລະ ສປປ ລາວ.

ໄທ​ແມ່ນ​ປະ​ເທດ​ດຽວ​ເທົ່າ​ນັ້ນ​ຢູ່​ໃນ​ຂົງ​ເຂດ​ທີ່​ສາມາດ​ຄຸ້ມ​ຄອງ​ບໍ່​ໃຫ້​ມີ​ການ​ຜະ​ລິດ​ຝິ່ນ​ເພີ່ມ​ຂຶ້ນຄື​
ໃນ​ປີນີ້ ພື້ນທີ່​ໃນ​ການ​ປູກ​ຝິ່ນ​ຫຼຸດລົງ​ນຶ່ງ​ສ່ວນ​ສີ່​ແລະ​ການ​ຜະລິດ​ຝິ່ນ​ໄດ້ຫຼຸດລົງເປັນ 3 ​ໂຕນ.

ອົງການ UNODC ​ໃຫ້ການ​ຍົກ​ຍ້ອງ​ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງໄທ​ເພື່ອ​ແກ້
ໄຂ​ບັນຫາ​ດັ່ງກ່າວ ຮວມທັງ​ໂຄງການ​ປູກ​ພືດ​ທົດ​ແທນ.

ອົງການ​ຕໍ່ຕ້ານ​ຢາ​ເສບ​ຕິດ​ຂອງ​ສະ​ຫະປະຊາ​ຊາດ ​ກ່າ​ວວ່າ ມີ​ຄວາມ​ຕ້ອງການ​ເງິນຊ່ອຍ​ເຫຼືອ
ຂອງ​ນາໆ​ຊາດ​ເພີ່ມ​ຂຶ້ນ ຢູ່​ໃນ​ມຽນມາ​ ແລະ ສປປ ລາວ​ເພື່ອ​ນຳ​ໃຊ້​ໃນ​ໂຄງການປູກ​ພືດ​ທົດ​
ແທນ ແລະ​ໂຄງການ​ພັດທະນາ​ອື່ນໆ​ທີ່​ຍັງ​ມີ​ການ​ຂາດ​ແຄນ​ຢ່າງ​ຮ້າຍແຮງ​ນັ້ນ.

XS
SM
MD
LG