ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ເກົາຫຼີ​ໃຕ້​ ຈະ​ເອົາ​ບາດ​ກ້າວ​ສຸດ​ທ້າຍ ເພື່ອ​ລະ​ງັບ​ໃບ​ອະ​ນຸ​ຍາດ​ຂອງ​ພວກ​ແພດ​ໝໍ​ທີ່​ທຳ​ການ​ນັດ​ຢຸດ​ງານ


ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ການ​ແພດ​ແຂວງ ກີ​ຢອງ​ກີ ຈັດ​ການ​ຊຸມ​ນຸມ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ການ​ແພດ​ຂອງ​ລັດ​ຖະ​ບານ ໃກ້​ກັບ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໂຊ​ລ໌, 13 ມີ​ນາ 2024.
ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ການ​ແພດ​ແຂວງ ກີ​ຢອງ​ກີ ຈັດ​ການ​ຊຸມ​ນຸມ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ການ​ແພດ​ຂອງ​ລັດ​ຖະ​ບານ ໃກ້​ກັບ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໂຊ​ລ໌, 13 ມີ​ນາ 2024.

ລັດ​ຖະ​ບານ​ຂອງ ເກົາຫຼີ​ໃຕ້ ຈະ​ເອົາ​ບາດ​ກ້າວ​ສຸດ​ທ້າຍ​ເພື່ອ​ລະ​ງັບ​ໃບ​ອະ​ນຸ​ຍາດ​ເຮັດ​ວຽກ​ຂອງ​ພວກ​ແພດ​ໝໍ​ລຸ້ນ​ນ້ອງ​ທີ່​ກຳ​ລັງ​ທຳ​ການ​ນັດ​ຢຸດ​ງານ​ໃນ​ອາ​ທິດ​ໜ້າ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ຕິ​ເສດ​ທີ່​ຈະ​ຢຸດ​ການ​ຍ່າງ​ອອກ​ຈາກວຽກ​ເປັນ​ອາ​ທິດ​ຂອງ​ເຂົາ​ເຈົ້າ ທີ່​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກໃຫ້​ແກ່​ການ​ບໍ​ລິ​ການ​ດ້ານ​ການ​ແພດ​ຂອງ​ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ພະ​ຫັດ​ມື້ນີ້.

ຜູ້​ຝຶກ​ງານ​ດ້ານ​ການ​ແພດ 13,000 ຄົນ​ເຊິ່ງຫຼາຍກວ່າ 90 ເປີ​ເຊັນ​ຂອງ​ປະ​ເທດ ແລະ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ພາ​ກັນ​ຍ່າງ​ອອກ​ຈາກວຽກ​ໄດ້​ປະ​ມານ​ເດືອນ​ນຶ່ງ​ແລ້ວ​ ເພື່ອ​ປະ​ທ້ວງ​ຕໍ່​ແຜນ​ການ​ຂອງ​ລັດ​ຖະ​ບານ​ທີ່​ຈະ​ຂະ​ຫຍາຍ​ການ​ຮັບ​ນັກ​ສຶກ​ສາ​ເຂົ້າ​ໂຮງ​ຮຽນ​ການ​ແພດ​ຢ່າງຫຼວງຫຼາຍ. ການ​ນັດ​ຢຸດ​ງານ​ຂອງ​ເຂົາ​ເຈົ້າ​ໄດ້​ກໍ່​ໃຫ້​ເກີດ​ການ​ຍົກ​ເລີກ​ການ​ຜ່າ​ຕັດຫຼາຍ​ຮ້ອຍ​ຄັ້ງ ແລະ ການ​ປິ່ນ​ປົວ​ອື່ນໆ​ຢູ່​ໂຮງ​ໝໍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ມັນ​ມີ​ຄວາມ​ຮີບ​ດ່ວນ​ທີ່​ຈະ​ມີ​ແພດ​ໝໍ​ເພີ່ມ​ເຕີມ ເພາະ​ວ່າ ເກົາຫຼີ​ໃຕ້ ມີ​ປະ​ຊາ​ກອນ​ຜູ້​ສູງ​ອາ​ຍຸ​ເພີ່ມ​ຂຶ້​ນ​ຢ່າງວ່ອງ​ໄວ, ແລະ ອັດ​ຕາ​ແພດ​ໝໍ​ຕໍ່​ປະ​ຊາ​ກອນ​ຂອງ​ເຂົາ​ເຈົ້າ​ແມ່ນ​ນຶ່ງ​ໃນ​ລະ​ດັບ​ທີ່​ຕ່ຳ​ທີ່​ສຸດ​ຂອງ​ໂລກ. ແຕ່​ບັນ​ດາ​ແພດ​ໝໍ​ເວົ້າ​ວ່າ ໂຮງ​ຮຽນ​ບໍ່​ສາ​ມາດ​ຮັບ​ມື​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ນັກ​ສຶກ​ສາ​ຢ່າງ ວ່ອງ​ໄວ ແລະ ຫຼວງຫຼາຍ, ແລະ ວ່າ​ມັນ​ຈະ​ທຳ​ລາຍ​ການ​ບໍ​ລິ​ການ​ດ້ານ​ການ​ແພດ​ຂອງ​ປະ​ເທດ​ໃນ​ທີ່​ສຸດ.

ລັດ​ຖະ​ບານ​ແມ່ນ​ໄດ້​ເອົາຫຼາຍ​ບາດ​ກ້າວ​ດ້ານການ​ບໍ​ລິ​ຫານ​ທີ່​ຖືກ​ຮຽກ​ຮ້ອງ ເພື່ອ​ລະ​ງັບ​ໃບ​ອະ​ນຸ​ຍາດ​ຂອງ​ເຂົາ​ເຈົ້າ, ຫຼັງ​ຈາກ​ເຂົາ​ເຈົ້າ​ພາດ​ຂີດ​ເສັ້ນ​ຕາຍ​ເພື່ອ​ກັບ​ຄືນ​ໄປ​ເຮັດ​ວຽກ​ທີ່​ລັດ​ຖະ​ບານ​ໄດ້​ກຳ​ນົດ​ໄວ້​ໃນ​ວັນ​ທີ 29 ກຸມ​ພາ​ທີ່​ຜ່ານ​ມາ.

ບາດ​ກ້າວ​ຕ່າງໆ​ລວມ​ມີ​ການ​ສົ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເພື່ອ​ຢືນ​ຢັນ​ການ​ຂາດ​ວຽກ​ຂອງ​ຜູ້​ນັດ​ຢຸດ​ງານ​ຢ່າ​ງ​ເປັນ​ທາງ​ການ, ແຈ້ງ​ໃຫ້​ເຂົາ​ເຈົ້າ​ຮູ້ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລະ​ງັບ​ໃບ​ອະ​ນຸ​ຍາດ ແລະ ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ຕອບ​ໂຕ້.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານ ພາກ ມິນ-ຊູ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ລັດ​ຖະ​ບານ​ແມ່ນ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ການ​ເອົາ​ບາດ​ກ້າວ​ທີ່​ວ່າ​ນັ້ນ​ສຳ​ລັບ​ແພດ​ໝໍ​ທີ່​ທຳ​ການ​ນັດ​ຢຸດ​ງານ​ຈຳ​ນວນ​ນຶ່ງ​ໃນ​ອາ​ທິດ​ໜ້າ ແລະ ຈະ​ສົ່ງ​ແຈ້ງ​ການ​ໃຫ້​ພວກເຂົາຊາບ ກ່ຽວ​ກັບ ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ລະ​ງັບ​ໃບ​ອະ​ນຸ​ຍາດ​ຂອງ​ພວກ​ເຂົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG