ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ທ່ານ ຢຸນ ຂອງ ເກົາຫຼີໃຕ້ ຢືນຢັນຄໍາໝັ້ນສັນຍາຕໍ່ວາລະນະໂຍບາຍຕ່າງປະເທດອີກຄັ້ງ


ແຟ້ມຮູບ-ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ປ່ອນບັດລົງຄະແນນສຽງຂອງຂອງທ່ານ ໃນການເລືອກຕັ້ງຂັ້ນຕົ້ນຂອງລັດຖະສະພາຄັ້ງທີ 22, ໃນນະຄອນຫຼວງບູຊານ, ເກົາຫຼີໃຕ້, ວັນທີ 5 ເມສາ 2024. (Yonhap via Reuters)
ແຟ້ມຮູບ-ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ປ່ອນບັດລົງຄະແນນສຽງຂອງຂອງທ່ານ ໃນການເລືອກຕັ້ງຂັ້ນຕົ້ນຂອງລັດຖະສະພາຄັ້ງທີ 22, ໃນນະຄອນຫຼວງບູຊານ, ເກົາຫຼີໃຕ້, ວັນທີ 5 ເມສາ 2024. (Yonhap via Reuters)

ລັດຖະບານເກົາຫຼີໃຕ້ກ່າວວ່າ ຕົນຈະກ້າວໄປໜ້າໃນວາລະນະໂຍບາຍການຕ່າງປະເທດຂອງຕົນ ເຖິງແມ່ນຈະມີຄວາມພ່າຍແພ້ຢ່າງໜັກໜ່ວງໃນການເລືອກຕັ້ງລັດຖະສະພາ ດ້ວຍມືຂອງພັກຝ່າຍຄ້ານເສລີນິຍົມ ທີ່ໃຫ້ຄຳໝັ້ນສັນຍາວ່າ ຈະຕອບໂຕ້ຕໍ່ນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງປະທານາທິບໍດີ ຢຸນ ຊຸກ ໂຢລ ກໍຕາມ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຂອງ​ເກົາຫລີ​ໃຕ້ກ່າວ​ໃນ​ວັນ​ອັງຄານ​ວານນີ້​ວ່າ ລັດຖະບານ ທ່ານ ຢຸນ ຈະ​ຜັກດັນການ​ຮ່ວມ​ມື​ດ້ານ​ຄວາມໝັ້ນຄົງ​ກັບ ​ສະຫະລັດ ​ແລະ ​ຍີ່ປຸ່ນ ​ໃນລະດັບສອງ​ຝ່າຍ ​ແລະ​ໃນ​ຂອບ​ສາມ​ຝ່າຍ.

ໂຊລ ຈະ “ຮ່ວມມືຢ່າງໃກ້ຊິດ” ກັບ ສະຫະລັດ ແລະ ຍີ່ປຸ່ນ ເພື່ອປະຕິບັດຂໍ້ຕົກລົງທີ່ໄດ້ດໍາເນີນງານຮ່ວມກັນ ຢູ່ທີ່ກອງປະຊຸມສຸດຍອດສາມຝ່າຍ Camp David ໃນເດືອນສິງຫາທີ່ຜ່ານມາ, ອີງຕາມການກ່າວຢູ່ໃນອີເມລ໌ຂອງທ່ານໂຄສົກ ທີ່ໄດ້ຂຽນຫາ VOA ພະແນກພາສາເກົາຫຼີ. ນະ​ໂຍ​ບາຍ​ເຫຼົ່າ​ນັ້ນ​ ໄດ້​ຮັບ​ການ​ພັດ​ທະ​ນາ​ເພື່ອ​ຕອບ​ສະ​ຫນອງ​ຕໍ່​ໄພ​ຂົ່ມ​ຂູ່ທາງ​ດ້ານ​ນິວ​ເຄ​ລຍ ​ແລະ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເຫນືອ​.

ທ່ານໂຄສົກ​ກ່າວ​ວ່າ ລັດຖະບານຂອງ ທ່ານ ຢຸນ ຍັງ​ຈະ “ສືບ​ຕໍ່​ສ້າງຄວາມເຂັ້ມແຂງດ້ານພັນທະມິດ” ກັບ​ບັນດາ​ປະ​ເທດ​ຢູ່ໃນ​ພາກ​ພື້ນ​ອິນ​ໂດ-​ປາ​ຊີ​ຟິກ “​ເພື່ອ​ສະໜັບສະໜູນ​ຄຸນຄ່າຂອງທົ່ວໂລກ ເຊິ່ງ​ລວມມີ ດ້ານ​ເສລີພາບ, ປະຊາທິປະ​ໄຕ, ລະບຽບ​ກົດໝາຍ, ແລະ ສິດທິ​ມະນຸດ.”

ພັກພະລັງ​ປະຊາຊົນ ຫຼື PPP ທີ່ປົກຄອງປະເທດໃນປັດຈຸບັນ ​ເສຍໄຊ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 10 ​ເມສາ ທີ່ຜ່ານມາ​ນີ້, ເຊິ່ງ​ໄດ້​ຮັບ​ພຽງ 108 ບ່ອນ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດທີ່ມີ 300 ບ່ອນ​ນັ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG