ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລມຕ ຕ່າງປະເທດ Kerry ສະແດງຄວາມເປັນຫ່ວງ ກ່ຽວກັບ ການສ້າງເກາະທຽມ ຂອງຈີນ


ບັນດາຜູ້ຕາງໜ້າ ອາຊຽນ-ສະຫະລັດ ພົບປະກັນ ທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ.
ບັນດາຜູ້ຕາງໜ້າ ອາຊຽນ-ສະຫະລັດ ພົບປະກັນ ທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ອີກ​
ຄັ້ງ​ນຶ່ງ ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບຄວາມ​ພະຍາຍາມ
ເພື່ອ​ສ້າງ​ເກາະ ດອນ​ຢ່າງ​ໃຫຍ່ ​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ Kerry ​ໄດ້​ພົບ​ປະ​ກັບ ລັດຖະມົນຕີຕ່າງປະ​ເທດ​ຈີນ ຢູ່
​ນອກ​ກອງ​ປະຊຸມ​ຂອງສະມາຄົມ​ບັນດາ​ປະ​ເທດ​ຊາດ​ໃນ​ເຂດ​ເອ​
ເຊຍ​ອາຄະ​ເນ ຫລື​ອາ​ຊຽນທີ່ມີສະມາ​ຊິກ 10 ປະ​ເທດໃນ​ວັນ​ພຸດ
​ມື້​ນີ້ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ ​ສູງກະຊວງ​ຕ່າງປະ​ເທດສະຫະລັດ
ກ່າວ​ວ່າ ທ່ານ​ໄດ້​ກ່າວຢ້ຳເຖິງ​ຄວາມ ​ເປັນຫ່ວງ​ຂອງ​ທ່ານ ກ່ຽວ​
ກັບຄວາມ​ເຄັ່ງ​ຕຶງທີ່ເພີ້ມທະວີຂຶ້ນໃນການອ້າງ ກຳມະສິດ ທີ່ເປັນ
ບັນຫາໂຕ້​ຖຽງ​ ໃນ​ເສັ້ນ​ທາງເດີນ​ເຮືອ ທີ່ມີເຮືອໄປມາ​ຫລາຍ​ທີ່​ສຸດ
​ແຫ່ງນຶ່ງໃນ​ໂລກ ແລະການຖົມເກາະດອນ​ຢ່າງ​ໃຫຍ່​ ຂອງ ຈີນ ການ​ກໍ່ສ້າງ ​ແລະ​ເຮັດໃຫ້
ເຂດດັ່ງກ່າວ ມີລັກສະນະທາງ​ທະຫານ.

ທ່ານ Kerry ກ່າວ​ຢູ່​ໃນ​ການ​ເປີດກອງປະຊຸມລະດັບລັດຖະມົນຕີຂອງ ອາຊຽນກັບສະຫະ
ລັດວ່າ “ສະຫະລັດ ​ມີຄວາມຮູ້ສຶກແບບດຽວກັນ ກັບ ຄວາມປາຖະໜາທີ່ສະ​ແດງອອກ​ຢູ່​ເລື້ອຍໆ​ ຂອງສະມາຊິກ ASEAN ​ເພື່ອ​ຮັກສາໄວ້ຊຶ່ງ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ ​ຢູ່
ທະ​ເລ​ຈີນ​ໃຕ້.”

ທ່ານ​ກ່າວ​ເພີ້​ມອີກ​ວ່າ ສະມາຄົມອາຊຽນຕ້ອງການ​ຢາກ “​ເຫັນ​ການ​ໂຕ້​ແຍ້​ງຢູ່​ໃນ​ຂົງ​ເຂດ
ໄດ້ຮັບການແກ້ໄຂ​ຢ່າງ​ສັນຕິ​ແລະ​ຢູ່ບົນພື້ນຖານ​ກົດ ໝາຍ​ສາກົນ.”

ຈີນ ​ໄດ້​ສ້າງ​ບັນດາ​ເກາະ​ທຽມ ຢູ່ໃນເຂດ​ນ່ານນໍ້າ ​ທີ່ຫວຽດນາມ ມາ​ເລ​ເຊຍ ​ໄຕ້​ຫວັນ ​ແລະ​
ຟິລິບ​ປີນ ​ໄດ້​ອ້າງເອົາກຳມະສິດກວມກັນ.

ສະຫະລັດ ​ແລະ​ຟິລິບ​ປີນ ​ໄດ້​ຮຽກຮ້ອງ​ໃຫ້ຈີນ ຢຸດໂຄງການ​ຖົມເກາະ ຕ່າງໆ. ຈີນ ​ໄດ້​ປະ
​ຕິ​ເສດ​ຕໍ່​ການ​ຕິຕຽນ​ໃນ​ຄວາມ​ພະຍາ​ມຂອງ​ຕົນແລະ ​ປະຕິ​ເສດບໍ່ຍອມເຂົ້າພົວພັນໃນ​ສົນ​ທະ​ນາ ຢູ່​ບ່ອນ​ເຕົ້າ​ໂຮມ ຄື​ດັ່ງ​ກອງ​ປະ​ຊຸມ ASEAN.

ຢູ່​ໃນ​ຖະ​ແຫລ​ງຂ່າວຂອງກະຊວງ​ຕ່າງປະ​ເທດອາທິດ​ນີ້ ທ່ານ Wang ກ່າວ​ວ່າ ເລື້ອງ​ທະ​
ເລ​ຈີນ​ໃຕ້ “​ບໍ່​ໄດ້​ເປັນ​ບັນຫາ​ລະຫວ່າງ ຈີນ ​ແລະ ASEAN” ​ແລະ​ຈະ​ບໍ່​ເປັນ​ຜົນ​ກະທົບ​ “ຕໍ່​ການ​ຮ່ວມມືທີ່ໃຫຍ່ກວ່ານັ້ນ” ລະຫວ່າງ​ທັງ​ສອງຝ່າຍ.

ນັກວິ​ເຄາະ Greg Poling ທີ່​ສຸູນກາງ ຍຸດ​ທະ​ສາດ ​ແລະ​ການ​ສຶກສາ​ນາ​ໆຊາດ ກ່າວ​ວ່າ
“ວິ​ທີ​ທີ່​ທ່ານ​ໄດ້​ຮັບການ​ແກ້​ໄຂ ກ່ຽວ​ກັບບັນຫາຂັດ ແຍ້ງໃນທະ​ເລ​ຈີນ​ໃຕ້ ທີ່ເກືອບຈະເກີດ
ການລະເບີດຢ່າງເຕັມທີ່ຢູ່ແລ້ວ ນັ້ນ ກໍຄືວ່າ ຖ້າ​ຫາກຈີ​ນຕັດສິນ​ວ່າ​ ມັນ​ເປັນ​ການເສຍ
​ຫາຍຮ້າຍແຮງຕໍ່ ພາບພົດ​ຂອງ​ຕົນ ໃນຖານະມະຫາ​ອຳນາດທີ່ພວມມີອິດທິພົນເພີ້ມຂຶ້ນ
ທີ່ມີຄວາມຮັບຜິດຊອບນັ້ນ.”

Kerry Praises Stalled Trans-Pacific Partnership Trade Agreement
please wait

No media source currently available

0:00 0:01:29 0:00

XS
SM
MD
LG