ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຊເນກາລ ມຸ້ງໜ້າໄປສູ່ ການເລືອກຕັ້ງ ປະທານາທິບໍດີ ຮອບຊີ້ຂາດ (ເບິ່ງວີດີໂອ)


ການເລືອກຕັ້ງປະທານາທິບໍດີ ທີ່ເຊເນການ.
ວັນທີ 1 ມີນາ 2012.
ການເລືອກຕັ້ງປະທານາທິບໍດີ ທີ່ເຊເນການ. ວັນທີ 1 ມີນາ 2012.


















ເຊ​ເນ​ກາລມຸ້ງ​ໜ້າ​ໄປ​ສູ່​ການ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ຮອບ​ຊີ້​ຂາດ​ລະຫວ່າງ​ປະທາ​ນາ​ທິບໍດີ
Abdoulaye Wade ທີ່​ປົກຄອງ​ປະ​ເທດ​ໃນປັດຈຸບັນ​ແລະ​ອະດີດ​ພັນທະ​ມິດທ່ານ Macky
Sall ຫລັງ​ຈາກຜົນ​ການ​ນັບ​ຄະ​ແນນ​ສຽງໃນ​ຂັ້ນຕົ້ນຂອງ​ການ​ເລືອກ​ຕັ້ງຮອບ​ທໍາ​ອິດ​ໃນ
ວັນ​ອາທິດ​ຜ່ານ​ມາສະ​ແດງໃຫ້​ເຫັນ​ວ່າ ບໍ່​ມີ​ຜູ້​ສະມັກ​ຄົນ​ໃດ​ໄດ້​ຮັບ​ຄະ​ແນນສຽງຫຼາຍ​ເຖິງ
50%.

ຜົນ​ຂອງ​ການ​ນັບ​ບັດ​ຄະ​ແນນ​ສຽງທີ່​ເປີດ​ເຜີຍ​ໃຫ້​ຮູ້ ​ໃນແລງ​ວັນ​ພຸດວານ​ນີ້​ສະ​ແດງ​ໃຫ້​ເຫັນ
ວ່າ ປະທານາທິບໍດີ Wade ​ໄດ້​ຮັບ​ຄະ​ແນນ​ສຽງ​ປະມານ 35 ​ເປີ​ເຊັນ​ຂອງ​ຈໍານວນ​ບັດ​ຄະ
ແນນ​ສຽງ​ທັງ​ໝົດ ​ແລະ ທ່ານ Sall ​ໄດ້​ຮັບ​ປະມານ 26 ​ເປີ​ເຊັນ. ຫລັງ​ຈາກ​ການ​ປະກາດ
ຜົນ ຂອງ​ການ​ເລືອກ​ຕັ້ງ​ຮອບ​ນີ້​ໃຫ້​ຮູ້​ແລ້ວ ທ່ານ Sall ຊຶ່ງ​ມີ​ຄວາມ​ຮູ້ສຶກໃນ​ແງ່​ດີ ໄດ້​ຈັດ
ການ​ໂຮມ​ຊຸມນຸມພວກຝ່າຍ​ຄ້ານຂຶ້ນ ​ເພື່ອ​ໃຫ້​ສະໜັບສະໜຸນ​ທ່ານ​ໃນ​ການ​ປ່ອນບັດ​ເລືອກ​
ຕັ້ງ​ຮອບ​ຊີ້​ຂາດ​ຊຶ່ງ​ມີ​ໝາຍ​ກໍານົດໃສ່​ໃນຕອນ​ທ້າຍໆ​ເດືອນ​ນີ້.

ທ່ານ Sall ກ່າວ​ວ່າ ຖ້າ​ທ່ານ​ຖືກ​ເລືອກໃຫ້​ເປັນ​ປະທານາທິບໍດີ ທ່ານ​ຈະ​ແກ້​ໄຂ​ກົດໝາຍ
ລັດຖະທໍາ​ມະນູນ​ ຫຼຸດ​ໄລຍະ​ເວລາ​ໃນ​ການດໍາລົງ​ຕໍາ​ແໜ່​ງ ຂອງ​ປະທານາທິບໍດີສະໄໝ​
ນຶ່ງໆ​ຈາກ 7 ປີ ໃນ​ປັດຈຸບັນ​ລົງ​ມາ​ເປັນ 5 ປີ ​ແລະ​ທ່ານ​ຍັງ​ກ່າວ​ເຊ່ນ​ກັນ​ວ່າ ທ່ານ​ຈະປະ​
ຕິບັດ​ຕາມລະບຽບ​ການກ່ຽວ​ກັບ​ການ​ດໍາລົງ​ຕໍາ​ແໜ່​ງ​ປະທານາທິບໍດີ​ 2 ສະ​ໄໝຂອງ​ເຊ
ເນ​ກາລ ​ໃນຖະ​ແຫລ​ງການທີ່ຈະ​ແຈ້ງແນ​ໃສ່ຄວາມ​ພະຍາຍາມ​ສະມັກ​ເປັນ​ປະທານາທິບໍ
ດີ​ສະໄໝ​ທີ​ສາມ ຂອງ​ທ່ານ Wade ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

XS
SM
MD
LG