ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ລາຍ​ງານ​ຂອງ​ລັດ​ຖະ​ບານ​ກາງ ວິ​ພາວິ​ຈານ​ບໍ​ລິ​ສັດ Microsoft ສຳ​ລັບ​ການ​ຕອບ​ໂຕ້​ຕໍ່​ການ​ລັກ​ເຈາະ​ຂໍ້​ມູນ​ຂອງ ຈີນ


ໃນ​ຮູບ​ແຟ້ມ​ຂອງວັນ​ທີ 28 ມັງ​ກອນ 2020 ນີ້, ສະ​ແດງ​ໃຫ້​ເຫັນ​ຄອມ​ພິວ​ເຕີ​ຂອງ​ບໍ​ລິ​ສັດ ໄມ​ໂຄ​ຣ​ຊັອ​ຟ ຢູ່​ໃນ​ຮ້ານ​ຂອງ ໄມ​ໂຄ​ຣ​ຊັອ​ຟ ຢູ່​ນະ​ຄອນ ບອ​ສ​ຕັນ, ລັດ ແມ​ສ​ຊາ​ຈູ​ເຊັດ.
ໃນ​ຮູບ​ແຟ້ມ​ຂອງວັນ​ທີ 28 ມັງ​ກອນ 2020 ນີ້, ສະ​ແດງ​ໃຫ້​ເຫັນ​ຄອມ​ພິວ​ເຕີ​ຂອງ​ບໍ​ລິ​ສັດ ໄມ​ໂຄ​ຣ​ຊັອ​ຟ ຢູ່​ໃນ​ຮ້ານ​ຂອງ ໄມ​ໂຄ​ຣ​ຊັອ​ຟ ຢູ່​ນະ​ຄອນ ບອ​ສ​ຕັນ, ລັດ ແມ​ສ​ຊາ​ຈູ​ເຊັດ.

ໃນ​ການ​ຟ້ອງ​ຮ້ອ​ງ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ຮ້າຍ​ແຮງ ກ່ຽວ​ກັບ ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ຄວາມ​ໂປ່ງ​ໃສ​ຂອງ​ບໍ​ລິ​ສັດ ໄມ​ໂຄ​ຣ​ຊັອ​ຟ, ຄະ​ນະ​ກຳ​ມະ​ການ​ເພຶ່ອການທົບ​ທວນຄືນ ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ອອກ​ລາຍ​ງານ​ສະ​ບັບ​ນຶ່ງ ​ເມື່ອ​ວັນ​ອັງ​ຄານຜ່ານ​ມາ​ ທີ່ເວົ້າ​ວ່າ “ຄວາມ​ຜິດ​ພາດ​ຢ່າງຫຼວງຫຼາຍ” ໂດຍ​ບໍ​ລິ​ສັດ​ຍັກ​ໃຫຍ່​ດ້ານ​ເທັກ​ໂນ​ໂລ​ຈີ​ນັ້ນ ​ໄດ້​ເຮັດ​ໃຫ້​ພວກ​ປະ​ຕິ​ບັດ​ການ​ທາງ​ໄຊ​ເບີຂອງຈີນ ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ລັດ​ຖະ​ບານ ​ລັກ​ເຈາະ​ເຂົ້າ​ໄປ​ໃນ​ບັນ​ຊີ​ຕ່າງໆ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ສະ​ຫະ​ລັດ ລວມ​ທັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ທ່ານ​ນາງ ຈີ​ນາ ຣາຍມອນ​ໂດ.

ຄະ​ນະ​ກຳ​ມະ​ການ​ທົບ​ທວນຄືນ​ດ້ານ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ, ທີ່​ຖືກ​ຕັ້ງ​ຂຶ້ນ​ໃນ​ປີ 2021 ໂດຍ​ດຳ​ລັດ​ປະ​ທານ​າ​ທິ​ບໍ​ດີ, ໄດ້​ອະ​ທິ​ບາຍ​ການ​ປະ​ຕິ​ບັດ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ​ ນັ້ນ ແມ່ນມີ​ຄຸນ​ນະ​ພາບບໍ່​ດີ, ​ບັນ​ທັດ​ຖານ​ທີ່ບໍ່​ແໜ້ນ​ໜາຂອງ​ບໍ​ລິ​ສັດ ແລະ ການ​ຂາດ​ຄວາມ​ຈິງ​ໃຈ ກ່ຽວ​ກັບ ຄວາມ​ຮູ້​ຂອງ​ບໍ​ລິ​ສັດ ກ່ຽວ​ກັບການ​ລະ​ເມີດ​ທີ່​ຖືກ​ແນ​ເປົ້າ​ໃສ່, ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່ຫຼາຍ​ອົງ​ການ​ຂອງ ສະ​ຫະ​ລັດ ທີ່​ພົວ​ພັນ​ກັບ ຈີນ.

ເຂົາ​ເຈົ້າ​ໄດ້​ສະ​ຫຼຸບ​ວ່າ “ວິ​ທີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ບໍ​ລິ​ສັດໄມ​ໂຄ​ຣ​ຊັອ​ຟ ແມ່ນບໍ່​ພຽງ​ພໍ ແລະ ຕ້ອງ​ໄດ້​ມີ​ການປັບ​ປຸງ​ໃໝ່” ຍ້ອນ​ການ​ມີ​ຢູ່​ທົ່ວ​ໄປ ແລະ ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ ໃນ​ລະ​ບົບ​ນິ​ເວດ​ເທັກ​ໂນ​ໂລ​ຈີຂອງ​ໂລກ. ຜະ​ລິດ​ຕະ​ພັນ​ຂອງ ໄມ​ໂຄ​ຣ​ຊັອ​ຟ “ໄດ້​ຮອງ​ຮັບ​ການ​ບໍ​ລິ​ການ​ທີ່​ສຳ​ຄັນ​ຕ່າງໆ​ທີ່​ສະ​ໜັບ​ສະ​ໜູນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ພື້ນ​ຖານ​ຂອງ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ ແລະ ສາ​ທາ​ລະ​ນະ​ສຸກ ແລະ ຄວາມ​ປອດ​ໄພ.”

ຄະ​ນະ​ກຳ​ມະ​ການ​ນັ້ນ​ໄດ້​ກ່າວ​ວ່າ ການ​ລ່ວງ​ລ້ຳ, ທີ່​ຖືກ​ຄົ້ນ​ພົບ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍນີ້ ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຢ້ອນ​ກັບ​ຄື​ນ​ໄປ​ຫາເດືອນ​ພຶດ​ສະ​ພານັ້ນ, “ແມ່ນ​ສາ​ມາດ​ປ້ອງ​ກັນ​ໄດ້ ແລະ ບໍ່​ຄວນ​ທີ່​ຈະ​ເກີດ​ຂຶ້ນ​ເລີຍ,” ແລະ ເຂົາ​ເຈົ້າ​ໄດ້​ຖິ້​ມ​ໂທດໃນ​ຄວາມ​ສຳ​ເລັດ​ຂອງ​ພວກ​ເຂົາ​ໃສ່ “ຄວາມ​ຜິດ​ພາດ​ຢ່າງຫຼວງຫຼາຍ​ທີ່​ສາ​ມາດຫຼີກ​ລ່ຽງ​ໄດ້.” ຄະ​ນະ​ກຳ​ມະ​ການ​ໄດ້​ເວົ້າ​ວ່າ, ຍິ່ງໄປກວ່າ​ນັ້ນ, ໄມ​ໂຄ​ຣ​ຊັອ​ຟ ຍັງ​ບໍ່​ຮູ້​ວ່າ​ ພວກ​ນັກ​ເຈາະ​ຂໍ້​ມູນ​ເຂົ້າ​ໄປ​ໄດ້​ແນວ​ໃດ.

ຄະ​ນະ​ກຳ​ມະ​ການ​ໄດ້​ໃຫ້​ຄຳ​ແນະ​ນຳ​ຕ່າງໆຢ່າງ​ເດັດ​ຂາດ​, ລວມ​ທັງ​ຮຽກ​ຮ້ອງ​ໃຫ້ ໄມ​ໂຄ​ຣ​ຊັອ​ຟ ຢຸດ​ການ​ເພີ່ມ ​ຄຸ​ນສົມ​ບັດ​ຕ່າງໆ​ເຂົ້າ​ໃສ່​ການ​ບໍ​ລິ​ການ​ທາງ​ຄອມ​ພິວ​ເຕີ​ຂອງ​ເຂົາ​ເຈົ້າ​ ຈົນ​ກວ່າ “ຈະ​ມີ​ການ​ປັບ​ປຸງ​ຢ່າງ​ເປັນ​ຮູບ​ປະ​ທຳ.”

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ ໄມ​ໂຄ​ຣ​ຊັອ​ຟ ແລະ ຄະ​ນະ​ກຳ​ມະ​ການ ​ຄວນ​ທຳ “ການ​ປ່ຽນ​ແປງ​ບັດ​ທັດ​ຖານ​ຢ່າງວ່ອງ​ໄວ,” ລວມ​ທັງ​ການ​ແລກ​ປ່ຽນ “ແຜນ​ການ​ຢ່າງ​ເປີດ​ເຜີຍ​ພ້ອມກັບ​ເສັ້ນ​ເວ​ລາ​ທີ່​ສະ​ເພາະ​ເຈາະ​ຈົງ ​ເພື່ອ​ທຳ​ການ​ປະ​ຕິ​ຮູບ​ພື້ນ​ຖານ, ທີ່​ເພັ່ງ​ເລັງ​ໃສ່​ການ​ຮັກ​ສາ​ຄວາມ​ປອດ​ໄພທົ່ວ​ບໍ​ລິ​ສັດ ແລະ ຜະ​ລິດ​ຕະ​ພັນ​ຄົບ​ຊຸດ​ຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG