ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

30 ຄົນເສຍຊີວິດ ໃນອຸບັດຕິເຫດ ລົດຕໍາກັນ ຢູ່ອາຟຣິກາໃຕ້


ແຜນທີ່ອາຟຣິກາໃຕ້
ແຜນທີ່ອາຟຣິກາໃຕ້

ຕຳຫຼວດອາຟຣິກາໃຕ້ກ່າວວ່າ ມີຢ່າງນ້ອຍ 30 ຄົນເສຍຊີວິດໃນຕອນເຊົ້າຂອງວັນເສົາມື້ນີ້ ເວລາລົດເມນ້ອຍຄັນນຶ່ງໄດ້ເກີດອຸບັດຕິເຫດແລ່ນຕຳກັນກັບລົດບັນທຸກໃກ້ໆເມືອງ Harri-
shmith ໃນແຂວງ Free State.

ເຈົ້າໜ້າທີ່ເວົ້າວ່າ ມີເດັກນ້ອຍຫຼາຍໆຄົນຮ່ວມຢູ່ໃນຈຳນວນພວກທີ່ເສຍຊີວິດແລະເຈົ້າໜ້າທີ່
ກ່າວວ່າ ມີ 7 ຄົນໄດ້ຖືກນຳໂຕສົ່ງໂຮງພະຍາບານ.

ລາຍງານໃນຂັ້ນຕົ້ນແຈ້ງວ່າ ຄົນຂັບລົດເມໄດ້ສູນເສຍການຄວບຄຸມແລ້ວກໍແລ່ນຂ້າມທາງໄປ
ໃສ່ທາງລົດບັນທຸກ. ຕຳຫຼວດຍັງສືບຕໍ່ດຳເນີນການສືບສວນກ່ຽວກັບເລື່ອງນີ້.

XS
SM
MD
LG