ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ການເລົ່າເລື້ອງໃນວັນຄຣິສມາດຂອງຣັດເຊຍ ກ່ຽວກັບຊາວອາເມຣິກັນ 466 ຄົນ ຖືກຂ້າຕາຍ ໃນການສູ້ລົບ (KIA) ໃນສົງຄາມຢູເຄຣນ


ພວກທະຫານຢູເຄຣນ ຖືທຸງຊາດຢູເຄຣນ ເພື່ອປົກຄຸມຫີບສົບຂອງອາສາສະໝັກສະຫະລັດ ທ່ານຄຣິສໂຕເຟີ ເຈມສ໌ ແຄມແບລ ໃນລະຫວ່າງພິທີສົ່ງສະການຂອງທ່ານ ຢູ່ດ້ານນອກພະວິຫານ Mykhaylo Golden Domes ໃນນະຄອນຫຼວງກີຢິບ ເມື່ອວັນທີ 5 ພຶດສະພາ 2023. (Sergei Supinsky/AFP)
ພວກທະຫານຢູເຄຣນ ຖືທຸງຊາດຢູເຄຣນ ເພື່ອປົກຄຸມຫີບສົບຂອງອາສາສະໝັກສະຫະລັດ ທ່ານຄຣິສໂຕເຟີ ເຈມສ໌ ແຄມແບລ ໃນລະຫວ່າງພິທີສົ່ງສະການຂອງທ່ານ ຢູ່ດ້ານນອກພະວິຫານ Mykhaylo Golden Domes ໃນນະຄອນຫຼວງກີຢິບ ເມື່ອວັນທີ 5 ພຶດສະພາ 2023. (Sergei Supinsky/AFP)
ທ່ານເຊີເກ ຊອຍກູ

ທ່ານເຊີເກ ຊອຍກູ

ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍເວົ້າວ່າ:

“ພວກ​ທະຫານຮັບ​ຈ້າງ ​ທີ່​ເກັບ​ເກນມາຢ່າງ​ຕັ້ງ​ໜ້າ ​ນັບ​ຕັ້ງແຕ່ຕອນ​ເລີ້ມມີ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ສ່ວນ​ໃຫຍ່ ​ແມ່ນ​ໄດ້ໝົດໄປແລ້ວ. ພວກຫົວຮຸນແຮງຫຼາຍກວ່າ 5,800 ຄົນໄດ້ຖືກກໍາຈັດໃຫ້ໝົດໄປ, ລວມທັງ ... 466 ຄົນຈາກສະຫະລັດອາເມຣິກາ ... "

ຜິດ

ໃນວັນ​ທີ 19 ທັນວາຜ່ານມາ​ນີ້ ຢູ່ທີ່​ມົສກູ, ສະພາ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ ໄດ້​ສົນທະນາ​ກ່ຽວ​ກັບ​ຜົນງານ ໃນການເຮັດ​ສົງຄາມ ​ຢູ່ໃນ​ຢູເຄຣນ ທີ່ໃກ້​ຈະຮອດວັນ​ຄົບຮອບ 2 ປີນັ້ນ.

ປະ​ທາ​ນາ​ທິ​ບໍ​ດີວລາດິເມຍ ປູຕິນ ໄດ້​ໃຊ້ນໍ້າສຽງ​ເວົ້າ​ ປະນາມຢ່າງຍືດຍາວກ່ຽວ​ກັບ​ການ​ດຳ​ເນີນ “ຍຸດ​ທະ​ສາດເພື່ອ​ຄວບ​ຄຸມຣັດ​ເຊຍ” ຂອງ​ປະ​ເທດ​ຕາ​ເວັນ​ຕົກ ແລະ​ບໍ່ລົດລະທີ່ຈະ ບັນລຸ “ເປົ້າ​ໝາຍ​ໃນການຮຸກຮານຂອງຕົນໃນ​ຢູ​ເຄຣນ” ໃຫ້ໄດ້.

Ukrainian soldiers pass by a volunteer bus burning after a Russian drone hit it near Bakhmut, Donetsk region, on Nov. 23, 2023. (Shandyba Mykyta/Ukrainian 10th Mountain Assault Brigade via AP)
ພວກທະຫານຢູເຄຣນ ຍ່າງກາຍລົດເມຂອງອາສາສະໝັກ ທີ່ໄຟກຳລັງລຸກໄໝ້ ຫຼັງຈາກເຮືອບິນໂດຣນ ຂອງຣັດເຊຍ ໂຈມຕີລົດເມ ຢູ່ໃກ້ເມືອງບາກມູດ, ຂອງຂົງເຂດໂດເນັສ, ເມື່ອວັນທີ 23 ພະຈິກ 2023. (Shandyba Mykyta/Ukrainian 10th Mountain Assault Brigade via AP)

ຫຼັງຈາກນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານເຊີເກ ຊອຍກູ (Sergei Shoigu) ກ່າວອ້າງວ່າຣັດເຊຍ "ປົດປ່ອຍດິນແດນທີ່ໃຫຍ່ກວ່າເຂດ​ໂດ​ແນັດ (Donetsk) ແລະ ເຂດ ລູຮານສ໌ (Luhansk) ເຖິງ 5 ເທົ່າ" ແລະເວົ້າວ່າ ຂົງເຂດໃຫມ່ອີກ 4 ແຫ່ງໄດ້ເຂົ້າຮ່ວມກັບຣັດເຊຍດ້ວຍຄວາມສະຫມັກໃຈ.

ທ່ານຊອຍກູ (Shoigu) ໝາຍເຖິງພາກຕາເວັນອອກຂອງຢູເຄຣນ ບ່ອນທີ່ຊາວຢູເຄຣນໄດ້ຕໍ່ສູ້ກັບຣັດເຊຍຢ່າງດຸເດືອດ ແລະບ່ອນທີ່ທະຫານຣັດເຊຍໄດ້ທຳລາຍ ແລະເຮັດໃຫ້ຈໍານວນ ປະຊາກອນຂອງເມືອງທັງໝົດ ຫຼຸດລົງ ກ່ອນທີ່ເຂົາເຈົ້າຈະສາມາດຍຶດຄອງເອົາດິນແດນໄດ້ ໃນທີ່ສຸດ.

ຫຼັງຈາກນັ້ນ, ທ່ານຊອຍກູ (Shoigu) ກໍໄດ້ເວົ້າໂອ້ອວດ ກ່ຽວກັບທະເລອາຊອຟ (Azov) ວ່າ ໄດ້ກາຍເປັນຂອງຣັດເຊຍໄປໝົດແລ້ວ, ເຊິ່ງມົສກູໄດ້ນໍາໃຊ້ມັນເພື່ອສ້າງເປັນ "ເມືອງກອງທັບເຮືອ" ໃຫມ່ ໂດຍບໍ່ໄດ້ກ່າວເຖິງຄວາມພ່າຍແພ້ຂອງຣັດເຊຍ ໃນທະເລດໍາ ແຕ່ຢ່າງໃດ.

ໂດຍບໍ່ສົນໃຈຕໍ່ການສູນເສຍບຸກຄະລາກອນຂອງຣັດເຊຍ, ເຊິ່ງຄາດວ່າຈະມີຫຼາຍກ່ວາ 315,000 ຄົນ ທ່ານຊອຍກູ (Shoigu) ເວົ້າເຖິງການສູນເສຍ "ອັນໃຫຍ່ຫຼວງ" ຂອງອີກຝ່າຍນຶ່ງ. ໃນນັ້ນ, ທ່ານກ່າວອ້າງວ່າ ລວມມີ "ທະຫານຮັບຈ້າງ" ຕ່າງປະເທດຫຼາຍພັນຄົນ, ຊຶ່ງຊາວອາເມຣິກັນຫຼາຍຮ້ອຍຄົນ ໄດ້ລວມຢູ່ໃນພວກທະຫານເຫລົ່ານັ້ນ.

“ພວກ​ທະຫານຮັບ​ຈ້າງ​ທີ່ໄດ້​ຖືກ​ເກັບ​ເກນມາຢ່າງ​ຕັ້ງ​ໜ້າ​ນັບ​ຕັ້ງແຕ່ຕອນ​ເລີ້ມມີ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ສ່ວນ​ໃຫຍ່​ແມ່ນ​ໄດ້ໝົດໄປແລ້ວ. ພວກຫົວຮຸນແຮງຫຼາຍກວ່າ 5,800 ຄົນໄດ້ຖືກກໍາຈັດໄປ, ລວມທັງ ... 466 ຄົນຈາກສະຫະລັດອາເມຣິກາ ... "

ການ​ກ່າວ​ອ້າງທີ່​ວ່າ “ພວກ​ທະຫານຮັບຈ້າງ” ຂອງ​ສະ​ຫະ​ລັດ 466 ຄົນ ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ສູ້ລົບ ໃນ​ຢູ​ເຄ​ຣນນັ້ນ ແມ່ນ​ບໍ່​ຈິງ.

ພົນ​ລະ​ເມືອງ​ສະຫະລັດ​ທີ່​ສູ້ລົບ​ຢູ່​ໃນ​ຢູ​ເຄ​ຣນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ໄດ້​ຈົດຊື່ເຂົ້າ​ເພື່ອ​ຮັບ​ໃຊ້​ໃນ​ກອງທະ​ຫານ​ສາ​ກົນ​ຂອງ​ຢູ​ເຄ​ຣນ, ຊຶ່ງເປັນສ່ວນ​ນຶ່ງ​ ຂອງ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຢູ ​ເຄ​ຣນ, ຫຼື​ກອງ​ທັບແບບທໍາມະດາ​. ນັ້ນຫມາຍຄວາມວ່າ ພວກເຂົາບໍ່ແມ່ນທະຫານຮັບຈ້າງ ຢູ່ພາຍໃຕ້ກົດຫມາຍສາກົນ, ແຕ່ເປັນອາສາສະຫມັກ.

ເຖິງແມ່ນວ່າຈະບໍ່ມີຕົວເລກຜູ້ເສຍຊີວິດທີ່ແນ່ນອນກໍຕາມ ແຕ່ລາຍງານຂອງສື່ມວນຊົນຊີ້ໃຫ້ເຫັນວ່າ ທ່ານຊອຍກູ (Shoigu) ອາດຈະເວົ້າເກີນຈໍານວນຕົວຈິງ ຂອງຊາວອາເມຣິກັນ ທີ່ເສຍຊີວິດຢູ່ໃນການຕໍ່ສູ້ແກ່ຢູເຄຣນນັ້ນ ຕັ້ງສິບເທົ່າ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ບໍ່​ໄດ້​ບອກ​ລາຍ​ຊື່​ຜູ້​ເສຍ​ຊີ​ວິດຂອງ​ພົນ​ລະ​ເມືອງ​ອາ​ເມ​ຣິກັນໃນ​ຢູ​ເຄ​ຣນ.

"ຄວາມສາມາດຂອງພວກເຮົາໃນການກວດສອບລາຍງານການເສຍຊີວິດຂອງພົນລະເມືອງສະຫະລັດໃນຢູເຄຣນແມ່ນຈໍາກັດ. ນອກຈາກນັ້ນ, ບໍ່ແມ່ນການເສຍຊີວິດຂອງພົນລະເມືອງສະຫະລັດທຸກຄົນຈະສາມາດລາຍງານໃຫ້ເຈົ້າໜ້າທີ່ສະຫະລັດຊາບໄດ້ໝົດ. ຍ້ອນເຫດຜົນເຫຼົ່ານີ້, ພວກເຮົາຈຶ່ງບໍ່ສາມາດສະຫນອງຈໍານວນທີ່ແນ່ນອນຂອງພົນລະເມືອງສະຫະລັດທັງຫມົດ ທີ່ຖືກຂ້າຕາຍໄດ້,” ນັ້ນຄືຄໍາເວົ້າຂອງໂຄສົກກະຊວງການຕ່າງປະເທດທ່ານນຶ່ງກ່າວຕໍ່ Polygraph.info ໂດຍຂຽນເປັນລາຍລັກອັກສອນ.

ແຕ່​ລາຍ​ງານ​ສື່​ມວນ​ຊົນ​ຫລາຍແຫ່ງທີ່​ແຕກ​ຕ່າງ​ກັນ ​ສະ​ແດງ​ໃຫ້​ເຫັນ​ວ່າ ພົນລະ​ເມືອງ​ອາ​ເມ​ຣິ ກັນຫຼາຍ​ສິບ​ຄົນ ​ບໍ່​ແມ່ນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ເສຍ​ຊີວິດ​ໃນ​ການ​ສູ້​ລົບຢູ່ໃນ​ຢູ​ເຄຣນ.

ໃນ​ເດືອນ​ຕຸລາ​ຜ່ານ​ມາ, ອົງການຂ່າວຣອຍເຕີສ໌ (Reuters) ​ໂດຍ​ອ້າງອີງ​ເຖິງ​ເຈົ້າ​ໜ້າ​ທີ່ ຂອງ​ກຸ່ມ​ຊ່ອຍ​ເຫຼືອ Safe Passage 4 ຢູ​ເຄຣນ ​ແລະ​ກຸ່ມ R.T. ມູນນິທິ Weatherman ກ່າວ​ວ່າ ພົນລະ​ເມືອງ​ສະຫະລັດ 30 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ຕໍ່ສູ້​ໃນນາມຕາງໜ້າໃຫ້​ຢູ​ເຄຣນ.

ໃນ​ລາຍ​ງານ​ສະບັບ​ນຶ່ງ​ໃ​ວັນ​ທີ 18 ທັນວາ​ນີ້, ໜັງສືພິມ Task & Purpose ຂອງກະຊວງ ການຕ່າງປະເເທດ ​ໄດ້​ອ້າງອີງ​ເຖິງ​ບົດ​ຂຽນໃນອິນເຕີແນັກ ຫລື ​ blog ຂອງ​ກອງ​ທັບຣັດ​ເຊຍ​ ທີ່ຊື່​ວ່າ "Lost Armour" ທີ່ເວົ້າ​ວ່າ ມີ​ພົນລະ​ເມືອງ​ອາ​ເມ​ຣິກັນ 45 ຄົນ​ເສຍ​ຊີວິດ​ໃນ​ການ​ສູ້​ລົບຢູ່ໃນ​ຢູ​ເຄຣນ. Lost Armor ໄດ້ລວບລວມບັນຊີທີ່ມີຊື່, ລວມທັງສື່ມວນຊົນ ແລະບົດລາຍງານໃນສື່ສັງຄົມອອນລາຍທີ່ຢືນຢັນການເສຍຊີວິດເຫຼົ່ານັ້ນ.

ໃນ​ຈຳນວນ​ຊາວ​ອາ​ເມ​ຣິກັນ​ເຫຼົ່າ​ນັ້ນ, Task & Purpose ​ໄດ້​ກວດ​ສອບ​ວ່າຫຼາຍ 30 ​ຄົນ​ແມ່ນ​ນັກລົບ​ເກົ່າ​ ຂອງກອງທັບ​ສະຫະລັດ.

ໜັງສືພິມ Task & Purpose ໄດ້ຂຽນ ສະດຸດີ ສິບກວ່າອັນໃຫ້ແກ່ນັກລົບເກົ່າຂອງສະຫະລັດ ທີ່ເສຍຊີວິດໃນການສູ້ລົບໃນຢູເຄຣນ, ຊຶ່ງອັນຫລ້າສຸດແມ່ນພິມເຜີຍແຜ່ອອກໃນວັນທີ 21 ທັນວາຜ່ານມາ ສໍາລັບນັກລົບເກົ່າທະຫານມາຣິນເອແທນ ເຮິດເວັກ (Ethan Hertweck).

ນັກລົບເກົ່າທະຫານມາຣິນທີ່ເສຍຊີວິດໃນຢູເຄຣນທີ່ວ່ານັ້ນ ໄດ້ຕໍ່ສູ້ກັບຣັດເຊຍ 12 ຄົນໃນ ການປະຕິບັດໜ້າທີ່ຄັ້ງສຸດທ້າຍ.

ຕົວເລກດັ່ງກ່າວຍັງບໍ່ສາມາດສະຫຼຸບໄດ້, ແລະມັນກໍ່ອາດເປັນໄປໄດ້ວ່າ ພວກທີ່ບໍ່ແມ່ນນັກລົບເກົ່າອາດຈະເສຍຊີວິດ ໃນການສູ້ລົບກໍມີ.

Still, other Western media outlets reporting on U.S. volunteer deaths in Ukraine have likewise indicated the death toll is in the dozens, although cautioning that the precise figure is unknown.

ແຕ່​ຢ່າງ​ໃດ​ກໍ່ຕາມ, ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ອື່ນໆ ​ທີ່​ລາຍ​ງານ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ອາສາ​ສະໝັກ​ຂອງສະຫະລັດໃນຢູ​ເຄຣນ ​ໄດ້​ຊີ້​ໃຫ້​ເຫັນເຊັ່ນກັນ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ແມ່ນ​ຫຼາຍ​ສິບ​ຄົນ, ​ເຖິງ​ແມ່ນ​ຈະເຕືອນວ່າ ຕົວເລກອັນຊັດເຈນ​ແນ່ນອນບໍ່ມີໃຜຮູ້.

ຂະບວນການລະບຸຕົວຜູ້ຕາຍ, ໂດຍສະເພາະໃນເວລາທີ່ຮຽກຮ້ອງໃຫ້ມີການເກັບຕົວຢ່າງ DNA ໄປກວດອາດເຮັດໄດ້ຍາກຫຼາຍ.

ເມື່ອພິຈາລະນາເຖິງສິ່ງນັ້ນ ແລະປັດໄຈທີ່ສັບສົນອັນອື່ນໆ, ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ກະຊວງປ້ອງກັນປະເທດຣັດເຊຍໃຊ້ວິທີການໃດມາສະຫຼຸບວ່າ ຊາວອາເມຣິກັນ 466 ຄົນໄດ້ຖືກຂ້າຕາຍໃນຂະນະທີ່ຮັບໃຊ້ຢູ່ໃນຢູເຄຣນ, ແລະມັນບໍ່ເຄີຍເອົາຫຼັກຖານມາຢັ້ງຢືນການກ່າວອ້າງດັ່ງກ່າວເລີຍ.

ມັນຍັງບໍ່ຈະແຈ້ງອີກວ່າ ການເສຍຊີວິດຂອງຊາວອາເມຣິກັນຫຼາຍຮ້ອຍຄົນທີ່ຕໍ່ສູ້ຢູ່ໃນຢູເຄຣນສາມາດທີ່ຈະເກີດຂຶ້ນ ໂດຍບໍ່ຖືກກວດພົບໄດ້ແນວໃດ.

ໝູ່ເພື່ອນ ແລະຄອບຄົວຂອງພົນລະເມືອງສະຫະລັດ ທີ່ເສຍຊີວິດໃນການຕໍ່ສູ້ຢູ່ໃນຢູເຄຣນ ໄດ້ໂອ້ລົມເປັນປະຈຳກັບສື່ມວນຊົນທ້ອງຖິ່ນ ແລະລະດັບຊາດ ໂດຍສ່ວນໃຫຍ່ເວົ້າໄປໃນແງ່ດີກ່ຽວກັບແຮງຈູງໃຈທີ່ນຳພາຜູ້ທີ່ເສຍຊີວິດນັ້ນໄປຮັບໃຊ້. ກະ​ຊວງ​ການ​ຕ່າງ​ປະ​ເທດສະຫະ ລັດ ​ໄດ້​ຢືນ​ຢັນ​ການ​ເສຍ​ຊີ​ວິດ​ຂອງ​ບຸກ​ຄົນຕ່າງໆ ​ຕໍ່​ອົງການຂ່າວທັງຫຼາຍ.

ໃນ​ຕົວຢ່າງ​ອັນນຶ່ງ, ງານ​ສົບ​ທີ່​ຈັດ​ຂຶ້ນ​ຢູ່​ໃນຢູ​ເຄຣນສຳລັບ​ຊາວ​ອາ​ເມ​ລິ​ກາ​ຄົນ​ນຶ່ງ​ທີ່​ເສຍ​ຊີວິດ​ໃນ​ການສູ້ລົບ​ຢູ່​ທີ່​ນັ້ນ​ໄດ້​ຖືກ​ພິມເຜີຍແຜ່​ຢ່າງ​ກວ້າງຂວາງ.

Russia’s Defense Ministry does have a track record of exaggerating Ukrainian losses, faking evidence and promoting false narratives about the war, “often to cover up military defeats during the country's “special military operation” in Ukraine,” the Dutch open-source intelligence defense analysis website Oryx wrote.

ກະຊວງປ້ອງກັນປະເທດຂອງຣັດເຊຍ ມີບັນທຶກການຕິດຕາມທີ່ເວົ້າເກີນຄວາມຈິງ ກ່ຽວກັບ ການສູນເສຍຂອງຄົນຢູເຄຣນ, ປອມແປງຫຼັກຖານ ແລະການສົ່ງເສີມການເລົ່າເລື່ອງທີ່ບໍ່ຈິງກ່ຽວກັບສົງຄາມ" ຊຶ່ງມັກຈະປົກປິດຄວາມພ່າຍແພ້ທາງທະຫານໃນລະຫວ່າງ "ການປະຕິບັດງານທາງທະຫານພິເສດ" ໃນປະເທດຢູເຄຣນ " ອີງຕາມການຂຽນຢູ່ໃນເວັບໄຊທ໌ການວິໄຈ ຂໍ້ມູນລັບດ້ານການປ້ອງກັນຊາດ ທີ່ເປັນແຫລ່ງຂໍ້ມູນເປີດເຜີຍຂອງເນເທີແລນ.

ເຊັ່ນດຽວກັນ ເຖິງແມ່ນວ່າ ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ເວົ້າແບບໃຫ້ຄົນເຂົ້າໃຈຜິດກ່ຽວກັບຄົນ​ຕ່າງປະ​ເທດ ​ທີ່​ຕໍ່ສູ້​ໃນນາມ​ຢູ​ເຄຣນວ່າ ​ເປັນ​ທະຫານ​ຮັບ​ຈ້າງ ທີ່ຈິງແລ້ວ ສ່ວນ​ຫຼາຍເຂົາເຈົ້າ​ແມ່ນ​ອາສາ​ສະໝັກ.

ເຖິງແມ່ນວ່າ ເຈົ້າໜ້າ​ທີ່​ຢູ​ເຄຣນ​ກ່າວ​ໃນ​ເບື້ອງ​ຕົ້ນ​ວ່າມີ 20,000 ຄົນ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເປັນ​ອາສາ​ສະໝັກ ​ໃຫ້​ກອງ​ທະຫານ​ສາກົນຂອງ​ຢູ​ເຄຣນ ຊຶ່ງເປັນໜ່ວຍທະຫານ​ຕ່າງປະ​ເທດ​ ຂອງ​ກອງ​ກຳລັງ​ປ້ອງ​ກັນ​ດິນ​ແດນ​ຂອງ​ຢູ​ເຄຣນ ທີ່ສ້າງ​ຕັ້ງ​ຂຶ້ນ​ບໍ່​ດົນ ​ຫລັງ​ຈາກຣັດ​ເຊຍ​ບຸກ​ລຸກ ເຂົ້າໄປ​ໃນ​ເດືອນ​ກຸມພາ​ປີ 2022, ແຕ່ລາຍງານຕ່າງໆ ສະແດງໃຫ້ເຫັນວ່າມີຄົນເອົາເຂົ້າເປັນທະຫານໃນຕົວຈິງ ແມ່ນໜ້ອຍກວ່ານັ້ນຫຼາຍ.

ການ​ຄາດ​ຄະ​ເນ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫລາຍ​ພັນ​ຄົນ, ​ແລະ​ອາດ​ມີ​ພຽງ​ແຕ່​ຫຼາຍ​ຮ້ອຍ​ຄົນ, ​ໃນ​ຈຳນວນ​ພົນລະ​ເມືອງ​ອາ​ເມ​ຣິກັນ ​ໄດ້​ຕໍ່ສູ້​ຮ່ວມກັບ​ບັນດາ​ໜ່ວຍທະຫານຢູ​ເຄຣນ ຫລື ກອງທະຫານສາກົນ.

ດັ່ງທີ່ໄດ້ລາຍງານໃນເມື່ອກ່ອນໂດຍ Polygraph.info, ຄະນະກໍາມະການສາກົນຂອງອົງການກາແດງ, ຢູ່ໃນຄໍາແນະນໍາຂອງອົງການນັ້ນ ກ່ຽວກັບການປົກປ້ອງທາງດ້ານກົດຫມາຍສໍາລັບນັກລົບໃນສົງຄາມ ເວົ້າວ່າ ທະຫານຮັບຈ້າງແມ່ນ "ຜູ້ທີ່ໄດ້ເຂົ້າຮ່ວມໂດຍກົງ ໃນການສູ້ລົບທີ່ກະຕຸ້ນໂດຍຄວາມປາຖະຫນາ ຢາກໄດ້ຮັບຜົນປະໂຫຍດສ່ວນຕົວ.”

ເມື່ອປຽບທຽບເບິ່ງ, ອົງການກາແດງກ່າວວ່າ, "ຄົນສັນຊາດຂອງປະເທດທີ່ເປັນກາງທີ່ຖືກ ຈົດຊື່ ເຂົ້າໃນກໍາລັງປະກອບອາວຸດຂອງຝ່າຍນຶ່ງ ທີ່ຢູ່ໃນການຂັດແຍ້ງ ບໍ່ແມ່ນທະຫານຮັບຈ້າງ."

"ສະມາຊິກຂອງກໍາລັງປະກອບອາວຸດຂອງຝ່າຍທີ່ເປັນປໍລະປັກບໍ່ແມ່ນທະຫານຮັບຈ້າງ," ນັ້ນ ຄືຄໍາເວົ້າຂອງທ່ານໂຣເບີດ ລໍແລສ (Robert Lawless), ຜູ້ຊ່ວຍສາດສະດາຈານຂອງພະແນກກົດໝາຍຢູ່ສະຖາບັນການສຶກສາດ້ານການທະຫານຂອງສະຫະລັດໃນເມືອງແວສ ພ໋ອຍທ໌ (West Point), ລັດນິວຢອກທີ່ຂຽນໃນເດືອນມີນາ 2022.

“ລັດຖະບານ​ຢູ​ເຄຣນ​ໄດ້​ລວມ​ເອົາ​ກອງທະ​ຫານ​ສາ​ກົນປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄຣນເຂົ້າ​ຢູ່ໃນ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ຕົນ​ຢ່າງ​ເປັນ​ທາງ​ການ. ສະນັ້ນ ກອງທະຫານດັ່ງກ່າວລາຍງານວ່າ ມີສະມາຊິກຕ່າງປະເທດ 20,000 ຄົນ - ລວມທັງຊາວອາເມຣິກັນ 3,000 ຄົນ - ບໍ່ແມ່ນທະຫານຮັບຈ້າງ," ທ່ານລໍແລສ (Lawless) ຂຽນໃນເດືອນມີນາ 2022 ໂດຍອ້າງອີງເຖິງມາດຕາ 47(2) ຂອງອະນຸສັນຍາເພີ່ມເຕີມຄັ້ງທໍາອິດຂອງສົນທິສັນຍາເຈນີວາ."

ທ່ານ ແອດດີ ອີຕູ, ຊາວອາເມຣິກັນ ຜູ້ທີ່ອອກໄປຈາກບ້ານເພື່ອໄປຊ່ອຍຢູເຄຣນ ໃນການຕໍ່ສູ້ຕ້ານຣັດເຊຍ, ແມ່ນສະແດງໃຫ້ເຫັນໃນພາບຖ່າຍຂອງຕົນເອງ ເມື່ອວັນທີ 1 ພຶດສະພາ 2022. (Eddy Etue via AP)
ທ່ານ ແອດດີ ອີຕູ, ຊາວອາເມຣິກັນ ຜູ້ທີ່ອອກໄປຈາກບ້ານເພື່ອໄປຊ່ອຍຢູເຄຣນ ໃນການຕໍ່ສູ້ຕ້ານຣັດເຊຍ, ແມ່ນສະແດງໃຫ້ເຫັນໃນພາບຖ່າຍຂອງຕົນເອງ ເມື່ອວັນທີ 1 ພຶດສະພາ 2022. (Eddy Etue via AP)

ອາສາສະໝັກຕ່າງປະເທດທີ່ຕໍ່ສູ້ຢູ່ໃນຢູເຄຣນ ຍັງໄດ້ຮັບເງິນເດືອນທີ່ສອດຄ່ອງກັບຄົນສັນຊາດຢູເຄຣນ, ໂດຍມີຫຼັກຖານຢ່າງຫຍໍ້ໆ ທີ່ຊີ້ໃຫ້ເຫັນວ່າ ຫຼາຍຄົນໄດ້ຖິ້ມປະອາຊີບທີ່ມີລາຍໄດ້ຫລາຍກວ່ານັ້ນຫຼາຍ ຢູ່ໃນປະເທດຂອງເຂົາເຈົ້າເພື່ອໄປຮັບໃຊ້ໃນຢູເຄຣນ.

ຣັດ​ເຊຍ​ຍັງ​ໄດ້ກ່າວ​ອ້າງ​ຢ່າງຜິດໆ​ວ່າ ພວກ​ຫົວ​ຮຸນ​ແຮງຈີຮາດ​ຕ່າງປະ​ເທດ ໄດ້​ຕໍ່ສູ້​ໃນ​ນາມ​ຕາງໜ້າໃຫ້ແກ່​ຢູ​ເຄຣນ.

ໃນທາງກົງກັນຂ້າມ, ຣັດເຊຍໄດ້ລະດົມເອົາທະຫານຮັບຈ້າງຢ່າງຕັ້ງໜ້າເພື່ອຕໍ່ສູ້ກັບຢູເຄຣນ, ລວມທັງຜ່ານກຸ່ມແວັກເນີ (Wagner) ທີ່ມີຊື່ສຽງ. ນັກລົບຂອງ Wagner ໄດ້ຮັບເງິນເດືອນເທົ່າກັບສອງເທົ່າ ຫຼືຫຼາຍກວ່ານັ້ນ ເມື່ອທຽບກັບທະຫານຣັດເຊຍທໍາມະດາ.

XS
SM
MD
LG