ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ ຕິຕຽນ ການຕັດສິນ ໃຫ້ຄົນງານລາວ 3 ຄົນ ຕິດຄຸກດົນນານ


ປະທານປະເທດ ສປປ ລາວ ທ່ານບຸນຍັງ ວໍລະຈິດ ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping (ບໍ່ໄດ້ຢູ່ໃນຮູບ) ໃນກອງປະຊຸມສອງຝ່າຍ ທີ່ບ້ານພັກ Diaoyutai ໃນນະຄອນຫຼວງປັກກິ່ງ, ຈີນ. (16 ພຶດສະພາ 2017)
ປະທານປະເທດ ສປປ ລາວ ທ່ານບຸນຍັງ ວໍລະຈິດ ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping (ບໍ່ໄດ້ຢູ່ໃນຮູບ) ໃນກອງປະຊຸມສອງຝ່າຍ ທີ່ບ້ານພັກ Diaoyutai ໃນນະຄອນຫຼວງປັກກິ່ງ, ຈີນ. (16 ພຶດສະພາ 2017)

ກຸ່ມ​ປົກປ້ອງ​ສິດທິ​ມະນຸດໄດ້​ປະນາມ​ການຕັດສິນ​ລົງ​ໂທດຕິດ​ຄຸກ​ຢ່າງ​ໜັກ​ແລະ​ຮຽກຮ້ອງ
​ໃຫ້ປ່ອຍ​ຕົວ​ ​ຄົນ​ງານ​ລາວ 3 ຄົນ ທີ່​ໄດ້​ໄປ​ເຮັດ​ວຽກ​ໃນ​ປະ​ເທດ​ໄທ ຊຶ່ງ​ໄດ້​ຂຽນ​ຂໍ້ຄວາມ
ຕ້ອງ​ຕິລັດ​ຖະບານທາງ​ສື່​ສັງຄົມ ​ແລະ​ເຂົ້າ​ຮ່ວມ​ການປະ​ທ້ວງ​ ຢູ່​ນອກ​ສະຖານທູດ​ ສປປ
ລາວ ​ປະຈຳ​ປະ​ເທດ​ໄທ.

ພວກ​ຄົນ​ງານທີ່​ວ່າ​ນີ້ ຮວມມີ ທ້າວ​ ສົມ​ພອນ ພິມມະ​ສອນ ​ໄວ 30 ປີ ທ້າວ​ສຸ​ການ ໃຈ​ທັດ
ອາຍຸ 33 ປີ ​ແລະນາງ​ ຫຼອດ​ຄຳ ທຳ​ມະ​ວົງ ​ໄດ້​ຖືກຕັດສິນ​ລົງ​ໂທດ ​ໃນ​ຕົ້ນ​ເດືອນ​ເມສາທີ່
​ຜ່ານ​ມາ​ນີ້ ​ໃຫ້ຕິດ​ຄຸກແຕ່ 12 ຫາ 20 ​ປີ.

​ສະຫະພັນ​ສາກົນເພື່ອ​ສິດທິ​ມະນຸດ ຫຼື FIDH ​ແລະ​ຂະ​ບວນການ​ລາວ​ເພື່ອ​ສິດທິ​ມະນຸດ
​ຫຼື LMHR ​ໄດ້​ກ່າວ​ວ່າ “ການຕັດສິນ​ລົງ​ໂທດນີ້ ​ໄດ້​ສົ່ງ​ຂ່າວ​ທີ່​ໜ້າ​ຢ້ານ​ກົວ​ໄປ​ສູ່ກຸ່ມ​
ສັງຄົມພົນລະ​ເຮືອນ​ໃນທົ່ວ​ປະ​ເທດ ທີ່​ທາງ​ລັດຖະບານ​ ໄດ້​ຕັດສິນ​ໃຈ​ໄປ​ແລ້ວ​ວ່າ
ຈະ​ປາບ​ປາມ​ ແມ່ນ​ແຕ່​ການ​ເຄື່ອນ​ໄຫວພຽງ​ໜ້ອຍ​ດຽວ ​ແລະຄັດ​ຄ້ານຕໍ່​ການ​ປົກຄອງ
ແບບ​ຜະ​ເດັດ​ການ​ຂອງຕົນ.”

​ໃນ​ຂະນະ​ທີ່ຢູ່​ໃນ​ປະ​ເທດ​ໄທນັ້ນ ພວກຄົນ​ງານ​ທັງ​ສາມ ​ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ສື່​ສັງຄົມ
ຕ້ອງ​ຕິລັດຖະບານ ​ໂດຍກ່າວ​ຫາ​ວ່າ​ການ​ສໍ້​ລາດ​ບັງ​ຫຼວງ ຕັດ​ໄມ້​ທຳລາຍ​ປ່າ ​ແລະ​ລະ​ເມີດ​
ສິດທິ​ມະນຸດຕ່າງໆ​ນາໆ.

ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ເຂົ້າ​ຮ່ວມ​ ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່ຂ້າງ​ນອກ
​ສະຖານ​ທູດ ​ສປປ ລາວ ໃນ​ເດືອນ​ທັນວາ ປີ 2015.

ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ຈັບ​ກຸມ​ໃນເດື​ອນມີນາ ປີ 2016 ຫຼັງ​ຈາກ​ທີ່​ໄດ້​ກັບ​ຄືນໄປ​ຍັງ​ສປປ
ລາວ ​ເພື່ອ​ຍື່ນ​ຄຳ​ຮ້ອງ​ຂໍ​ຕໍ່​ໜັງສື​ເດີນທາງ ກ່ອນ​ກັບຄືນ​ໄປ​ຍັງ​ປະ​ເທດ​ໄທ.

​ໂທ​ລະ​ພາບຂອງ​ລັດຖະບານ​ລາວ ​ໄດ້​ອອກ​ຂ່າວ​ວ່າທ້າວ​ ສົມ​ພອນ ທ້າວ​ສຸ​ການ ​ແລະນາງ
​ຫຼອດ​ຄຳ ຖືກ​ເຈົ້າໜ້າ​ທີ່​ຄຸມ​ຕົວ​ທີ່​ກອງ​ບັນຊາ​ການ​ຕຳຫຼວດ​ໃນະຄອນຫຼວງ​ວຽງ​ຈັນ. ມີລາຍ
​ງານວ່າ ​ເຈົ້າໜ້າ​ທີ່​ໄດ້​ກ່າວ​ຫາບຸກຄົນ​ທັງ​ສາມວ່າ​ເປັນ​ໄພ​ຂົ່ມຂູ່ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ເສຍ​ຫາຍຕໍ່​ຊື່​ສຽງ​ຂອງ​ລັດຖະບານ.

ທ່ານ Andrea Giorgeta ຜູ້ອຳນວຍການ​ຝ່າຍ​ເອ​ເຊຍຂອງ​ອົງການ FIDH ໄດ້ກ່າ​ວວ່າ
ການ​ຈັບ​ກຸ​ມທີ່​ວ່າ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າລັດຖະບານ​ໄດ້​ຕິດຕາມ​ເບິ່ງ​ການ​ເຄື່ອນ ປະຊາຊົນຂອງ​ຕົນ ​ໃນ​ຕ່າງ​ປະ​ເທດ​ຢ່າງ​ໃກ້ຊິດ.

ທ່ານ Giorgeta ​ໄດ້​ບອກກັບ VOA ວ່າ “ລັດຖະບານ​ລາວ ​ໄດ້​ດຳ​ເນີນ​ການ​ໃນ​ວິທີ​ການ​
ຂອງ​ຕົນ ​ເພື່ອ​ລົງ​ໂທດ​ພວກ​ຄັດຄ້ານ​ລັດຖະບານສາມ​ຄົນນີ້ ທີ່​ປະກອບ​ອາຊີ​ບ​ໃນ​ປະ​
ເທດ​ໄທ. ມັນສະ​ແດງ​ໄຫ້​ເຫັນ​ວ່າ ລັດຖະບານໄດ້ເພີ່ມກາ​ນຕິດຕາມສິ້ງ​ຊອມ ​ເບິ່ງປະ
ຊາຊົນຂອງ​ຕົນ ຍ້ອນພວກ​ເຂົາ​ເຈົ້າ​ທັງ​ສາມ ​ໄດ້​ສະ​ແດງ​ອ​ອກຊຶ່ງຄວາມ​ຄິດ​ເຫັນ​ຂອງ​
ພວກ​ເຂົາເຈົ້າ ​ແລະ​ຕ້ອງ​ຕິ​ນະ​ໂຍບາຍ​ຂອງ​ລັດຖະບານ.”

ອົງການ Freedom House ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ມີສຳນັກງານ
ຕັ້ງຢູ່​ໃນສະຫະລັດ ​ໃນ​ການ​ຊັ່ງຊາ​ເບິ່ງ​ສິດ​ເສລີພາບ​ແລະ​ສິດທິ​ທາງ​ສື່​ມວນຊົນ ​ໄດ້​ຈັດ
ລາວ​ວ່າ ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ເສລີ ​ໂດຍ​ມີ​ສິດທິ​ທາງ​ດ້ານ​ການ​ເມືອງ​ແລະ​ສິດ​ເສລີພາບ
​ໃນ​ລະດັບ​ຕ່ຳ​ຫລື​ບໍ່​ກໍ​ສູນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG