ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປະທ້ວງຕໍ່ຕ້ານ ລັດຖະບານ ໃນອາຟຣິກາເໜືອ ແລະ ພາກຕາເວັນອອກກາງ


ການປະທ້ວງຕໍ່ຕ້ານລັດຖະບານຢູ່ນະຄອນຫຼວງ Sanaa ຂອງເຢເມນ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ (19 ກຸມພາ 2011)
ການປະທ້ວງຕໍ່ຕ້ານລັດຖະບານຢູ່ນະຄອນຫຼວງ Sanaa ຂອງເຢເມນ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ (19 ກຸມພາ 2011)

ມີລາຍງານວ່າມີພວກປະທ້ວງຕໍ່ຕ້ານລັດຖະບານຢ່າງນ້ອຍ
1 ຄົນເສຍຊີວິດທີ່ນະຄອນຫຼວງ Sanaa ຂອງເຢເມນໃນ
ວັນເສົາມື້ນີ້ຂະນະທີ່ຄື້ນຟອງການປະທ້ວງທາງການເມືອງ
ພວມແຜ່ລາມອອກໄປທົ່ວພາກຕາເວັນອອກກາງແລະເຂດ
ພາກເໜືອຂອງທະວີບອາຟຣິກາ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າກຳລັງຮັກສາຄວາມສະຫງົບ
ຫຼື ພວກສະໜັບສະໜຸນລັດຖະບານ ທີ່ເປັນເຫດໃຫ້ມີການ
ເສຍຊີວິດໃນຄັ້ງນີ້ ກຳລັງຮັກສາຄວາມສະຫງົບໄດ້ຕິດຕາມ
ເບິ່ງສະຖານະການຂະນະທີ່ປະຊາຊົນໃນເຄື່ອງແບບພົນລະ
ເຮືອນເປັນຜູ້ແກວ່ງກ້ອນຫີນ ໃສ່ພວກປະທ້ວງ ທີ່ທວງໃຫ້
ປະທານາທິບໍດີ Ali Abdullah Saleh ລາອອກ ມາໄດ້ດົນກວ່ານຶ່ງອາທິດແລ້ວ.

ທີ່ Bahrain ຕຳຫຼວດໄດ້ຍິງລະເບີດນໍ້າຕາໃສ່ພວກປະທ້ວງທີ່ຈະຕຸລັດ Pearl ໃນນະ
ຄອນຫຼວງມານາມາ ບໍ່ດົນຫຼັງຈາກພວກທະຫານ ໄດ້ຍ້າຍຍານພາຫະນະຂອງພວກເຂົາ
ເຈົ້າ ອອກໄປຈາກບໍລິເວນຈະຕຸລັດດັ່ງກ່າວ. ການເຄື່ອນໄຫວທີ່ວ່ານີ້ ໄດ້ມີຂຶ້ນຫຼັງຈາກ
ກຸ່ມຝ່າຍຄ້ານທີ່ສຳຄັນໃນ Bahrain ຮຽກຮ້ອງໃຫ້ພວກທະຫານ ຖອນກຳລັງອອກໄປ
ຈາກຖະໜົນຫົນທາງສາຍຕ່າງໆກ່ອນທີ່ຈະມີການພິຈາລະນາເພື່ອໃຫ້ກຸ່ມຝ່າຍຄ້ານເປີດ
ການສົນທະນາຫາລືແຫ່ງຊາດ ແກ້ໄຂບັນຫາຂັດແຍ້ງ.

ການໂຮມຊຸມນຸມ ສະໜັບສະໜຸນ ລັດຖະບານຢູ່ລີເບຍ
ການໂຮມຊຸມນຸມ ສະໜັບສະໜຸນ ລັດຖະບານຢູ່ລີເບຍ

ທີ່ປະເທດລີເບຍກຸ່ມປົກປ້ອງສິດທິມະນຸດ
Human Rights Watch ກ່າວວ່າມີ
ຢ່າງນ້ອຍ 84 ຄົນເສຍຊີວິດ ໃນຄວາມ
ຮຸນແຮງ ກ່ຽວກັບການປະທ້ວງ ຕໍ່ຕ້ານ
ລັດຖະບານ ອີງຕາມການລາຍງານຂອງ
ພວກເຈົ້າໜ້າທີ່ ປະຈຳຢູ່ຕາມ ໂຮງໝໍ
ຕ່າງໆ ແລະພວກທີ່ເຫັນເຫດການ. ກຸ່ມ
ດັ່ງກ່າວຍັງເວົ້າວ່າກຳລັງຮັກສາຄວາມສະ
ຫງົບຂອງລີເບຍ ໄດ້ສັງຫານພວກປະທ້ວງ
35 ຄົນທີ່ເມືອງ Benghazi ໃນມື້ວານນີ້.

ທີ່ປະເທດຈໍແດັນ ການປະທ້ວງໄດ້ກາຍເປັນຄວາມຮຸນແຮງຂະນະທີ່ພວກສະໜັບສະໜຸນ
ລັດຖະບານ ໄດ້ປະທະກັນກັບພວກເດີນຂະບວນທີ່ຮຽກຮ້ອງໃຫ້ທຳການປະຕິຮູບທາງ
ດ້ານການເມືອງ. ມີລາຍງານວ່າຢ່າງນ້ອຍ 8 ຄົນໄດ້ຮັບບາດເຈັບເວລາພວກສະໜັບສະ
ໜຸນລັດຖະບານ ໄດ້ໃຊ້ໄມ້ຄ້ອນບຸກໂຈມຕີພວກປະທ້ວງ.

ທີ່ອີຣ່ານ ໃນມື້ວັນສຸກວານນີ້ພວກເດີນຂະບວນສະໜັບສະໜຸນລັດຖະບານຫຼາຍພັນຄົນ
ຮຽກຮ້ອງໃຫ້ປະຫານຊີວິດພວກຜູ້ນຳຝ່າຍຄ້ານຄືທ່ານ Mir Hossein Mousavi ແລະ
Mehdi Karroubi ໃນລະຫວ່າງພິທີສວດມົນພາວະນາ ທີ່ນະຄອນຫຼວງເຕຫະຣ່ານ.
ການຮຽກຮ້ອງທີ່ວ່ານີ້ໄດ້ມີຂຶ້ນກ່ອນໜ້າການໂຮມຊຸມສະໜັບສະໜຸນລັດຖະບານ. ເວັບ
ໄຊທ໌ຂອງພວກຝ່າຍຄ້ານ ໄດ້ຮຽກຮ້ອງໃຫ້ມີການໂຮມຊຸມນຸມໃນທົ່ວປະເທດ ໃນວັນອາ
ທິດມື້ອື່ນນີ້ ເພື່ອສະແດງຄວາມສະໜັບສະໜຸນຕໍ່ທ່ານ Mousavi ແລະທ່ານ Karroubi
ພ້ອມໆທັງໄວ້ອາໄລໃຫ້ແກ່ 2 ຄົນ ທີ່ເສຍຊີວິດໃນການປະທ້ວງຕໍ່ຕ້ານລັດຖະບານ ໃນ
ສັບປະດານີ້.

ທີ່ປະເທດອີຈິບ ພວກທະຫານທີ່ປົກຄອງປະເທດໃນເວລານີ້ກ່າວວ່າ ຕົນຈະບໍ່ອະນຸຍາດ
ໃຫ້ມີການນັດຢຸດງານ ແລະການປະທ້ວງຕື່ມອີກ ທີ່ເຮັດໃຫ້ເສດຖະກິດຂອງປະເທດ ມີ
ຄວາມອ່ອນແອນັ້ນ. ໃນມື້ວານນີ້ ມີປະຊາຊົນຫຼາຍສິບພັນຄົນ ໄປໂຮມຊຸມນຸມກັນ ຈົນ
ແໜ້ນຈະຕຸລັດ Tahrir ໃນກຸງໄຄໂຣ ເພື່ອສະເຫຼີມສະຫຼອງການລາອອກຄົບຮອບນຶ່ງອາ
ທິດຂອງອະດີດປະທານາທິບໍດີ Hosni Mubarak. ພວກສະໜັບສະໜຸນປະຊາທິປະໄຕ ໄດ້ພາກັນຮ້ອງຄຳຂວັນແລະໂບກ ທຸງຊາດອີຈິບ ໃນລະຫວ່າງການສະເຫຼີມສະຫຼອງທີ່ມີ ຮວມທັງດົນຕຣີຈານວົງດຸຣິຍາງຂອງກອງທັບ. ທີ່ນະຄອນຫຼວງໄຄໂຣ ໄດ້ມີການຮັກສາ
ຄວາມປອດໄພຢ່າງເຄັ່ງຄັດ.

XS
SM
MD
LG