ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ກອງກໍາລັງປະກອບອາວຸດຂອງຊົນເຜົ່າກຸ່ມນ້ອຍ ໃນພາກຕາເວັນຕົກຂອງມຽນມາ ອ້າງວ່າ ຕົນເຂົ້າຍຶດຖານທັບ ແລະທະຫານຫຼາຍລ້ອຍຄົນ


ແຟ້ມຮູບ-ກອງທັບທະຫານເກນອາຣາຄານ ກໍາລັງປີນເຊືອກຢູ່ແຄັມໃນຖານທັບຂອງພວກເຂົາ, ຢູ່ທີ່ເມືອງລາຍຊາ, ລັດຄາຊິນ.
ແຟ້ມຮູບ-ກອງທັບທະຫານເກນອາຣາຄານ ກໍາລັງປີນເຊືອກຢູ່ແຄັມໃນຖານທັບຂອງພວກເຂົາ, ຢູ່ທີ່ເມືອງລາຍຊາ, ລັດຄາຊິນ.

ກຸ່ມປະກອບອາວຸດທີ່ມີອໍານາດຂອງຊົນເຜົ່າກຸ່ມນ້ອຍ ທີ່ກໍາລັງທໍາການຕໍ່ສູ້ກັບກອງທັບຂອງມຽນມາຢູ່ໃນພາກຕາເວັນຕົກຂອງປະເທດ ໃນວັນຈັນວານນີ້ ໄດ້ອ້າງວ່າ ໄດ້ຈັບໂຕທະຫານລັດຖະບານຫຼາຍຮ້ອຍຄົນ ເປັນນັກໂທດ ໃນເວລາທີ່ພວກເຂົາເຂົ້າຍຶດເອົາຄ້າຍບັນຊາການໃຫຍ່, ອີງຕາມລາຍງານຂອງອົງການຂ່າວ AP.

ກອງທັບອາຣາຄານ (Arakan), ເຊິ່ງເປັນກອງກໍາລັງເສີມທີ່ໄດ້ຮັບການຝຶກອົບຮົມ ແລະໄດ້ຮັບການປະກອບອາວຸດເປັນຢ່າງດີຂອງຂະບວນການຊົນເຜົ່າກຸ່ມນ້ອຍຣາໄຄ່ນ໌ (Rakhine), ໄດ້ທຳການບຸກໂຈມຕີຕໍ່ບັນດາຄ້າຍທະຫານດ້ານໜ້າໃນລັດຣາໄຄ່ນ໌ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງປະເທດ, ເຊິ່ງເປັນດິນແດນບ້ານເກີດຂອງພວກເຂົານັ້ນ ມາເປັນເວລາເປັນເວລາປະມານ 6 ເດືອນແລ້ວ.

ກຸ່ມດັ່ງກ່າວ ກ່າວຖະແຫຼງການທາງວີດີໂອ ທີ່ໄດ້ໂພສລົງໃນແອັບສົ່ງຂໍ້ຄວາມ Telegram ວ່າ ບັນດາທະຫານທີ່ຂຶ້ນກັບກອງບັນຊາການປະຕິບັດການເລກທີ 15 ຂອງລັດຖະບານທະຫານ ໃນຂົງເຂດເມືອງບູທິດວງ (Buthidaung) ຂອງລັດຣາໄຄ່ນ໌ (Rakhine) ໄດ້ອອກມາຍອມຈຳນົນ ລຸນຫຼັງການຖືກປິດລ້ອມ.

ເມືອງບູທິດວງ ຕັ້ງຢູ່ປະມານ 385 ກິໂລແມັດ ໄປທາງທິດຕາເວັນຕົກສຽງໃຕ້ຂອງມັນດາເລ, ເຊິ່ງເປັນເມືອງໃຫຍ່ອັນດັບສອງຂອງມຽນມາ.

ຍັງບໍ່ມີການ​ຢືນຢັນຢ່າງເປັນເອກະລາດ ກ່ຽວກັບ​ການ​ຍຶດ​ຖານ​ທັບດັ່ງກ່າວ​. ລັດ​ຖະ​ບານ​ທະ​ຫານ​ຂອງ​ມຽນ​ມາ ຍັງ​ບໍ່​ໄດ້​ອອກມາສະແດງ​ຄວາມ​ເຫັນໃດໆ​ໃນ​ທັນ​ທີ, ແລະ​ໂຄສົກ​ຂອງ​ກອງ​ທັບອາຣາຄານ ກໍບໍ່​ໄດ້​ຕອບ​ຄຳ​ຖາມ​ຕ່າງໆທີ່​ ອົງການຂ່າວ AP ສົ່ງໄປຫາ.

ການສູ້ລົບກັນຢູ່ໃນລັດຣາໄຄ່ນ໌ ເປັນສ່ວນນຶ່ງຂອງຄວາມຂັດແຍ້ງກັນໃນທົ່ວມຽນມາ ທີ່ເລີ້ມຂຶ້ນລຸນຫຼັງກອງທັບໄດ້ຂັບໄລ່ລັດຖະບານທີ່ຖືກເລືອກຕັ້ງ ທ່ານນາງອອງ ຊານ ຊູ ຈີ ໃນເດືອນກຸມພາ ປີ 2021 ແລະໄດ້ປາບປາມການປະທ້ວງແບບບໍ່ໃຊ້ຄວາມຮຸນແຮງທີ່ແຜ່ລາມອອກໄປ ເພື່ອໃຫ້ມີການປົກຄອງແບບປະຊາທິປະໄຕອີກຄັ້ງ.

ເຖິງ​ແມ່ນຕົນຈະໄດ້​ປຽບທາງ​ດ້ານ​ອາວຸດ ​ແລະ​ກຳລັງຄົນ​ກໍ່ຕາມ, ​ແຕ່​ກອງທັບ​ມຽນມາ ກໍ​ຍັງຄົງຢູ່ໃນທ່າ​ຮັບ ​ນັບ​ແຕ່​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ, ​ເມື່ອ​ພັນທະ​ມິດ​ຂອງກຸ່ມ​ກະບົດ​ 3 ຊົນ​ເຜົ່າ ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG