ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ຟີລິບປິນ ຈະສືບຕໍ່ເຈລະຈາກັບຈີນ ເພື່ອຜ່ອນຄາຍຄວາມເຄັ່ງຕຶງ ທ່ານປະທານາທິບໍດີ ກ່າວ


ແຟ້ມພາບ - ທ່ານເຟີດີນານ ມາໂກສ ຈູເນຍ, ແມ່ນເຫັນໄດ້ເມື່ອວັນທີ 4 ກໍລະກົດ 2022, ໃນນະຄອນຫຼວງມານີລາ ຂອງຟີລິບປິນ. ທ່ານມາໂກສ ໃນວັນທີ 8 ເມສາ 2024, ຮຽກຮ້ອງຕໍ່ຈີນ ໃຫ້ເຈລະຈາ ຫຼາຍຂຶ້ນເພື່ອຫລີກເວັ້ນເຫດການຕ່າງໆຢູ່ໃນທະເລຈີນໃຕ້.
ແຟ້ມພາບ - ທ່ານເຟີດີນານ ມາໂກສ ຈູເນຍ, ແມ່ນເຫັນໄດ້ເມື່ອວັນທີ 4 ກໍລະກົດ 2022, ໃນນະຄອນຫຼວງມານີລາ ຂອງຟີລິບປິນ. ທ່ານມາໂກສ ໃນວັນທີ 8 ເມສາ 2024, ຮຽກຮ້ອງຕໍ່ຈີນ ໃຫ້ເຈລະຈາ ຫຼາຍຂຶ້ນເພື່ອຫລີກເວັ້ນເຫດການຕ່າງໆຢູ່ໃນທະເລຈີນໃຕ້.

ທ່ານເຟີດີນານ ມາໂກສ ຈູເນຍ ປະທານາທິບໍດີຂອງຟີລິບປິນ ໃນວັນຈັນມື້ນີ້ ໄດ້ຮຽກຮ້ອງຕໍ່ຈີນ ໃຫ້ເຈລະຈາເພື່ອຫຼີກເວັ້ນເຫດການຕ່າງໆເຊັ່ນ ການໃຊ້ ກຳປັ່ນແລ່ນຕຳ ແລະການໃຊ້ທໍ່ນ້ຳຂະໜາດໃຫຍ່ສີດນ້ຳໃສ່ຢູ່ໃນທະເລຈີນໃຕ້.

ຟີລິບປິນ ​ໄດ້ສືບຕໍ່ເຈລະຈາກັບຈີນ ແລະກຳລັງໃກ້ຈະໝົດທຸກທາງເລືອກທີ່ຈະ ລົມກັບການນຳຂອງຈີນ ເພື່ອທີ່ຈະບໍ່ໃຫ້ຄວາມເຄັ່ງຕຶງຮ້ອນແຮງຂຶ້ນຢູ່ໃນນ່ານນ້ຳ ທາງທະເລ ທ່ານມາໂກສ ກ່າວ.

ທ່ານກ່າວຕື່ມວ່າ ທ່ານຫວັງວ່າ ກິດຈະກຳທາງທະເລຮ່ວມກັນກັບຍີ່ປຸ່ນ, ອອສເຕຣເລຍ ແລະສະຫະລັດ ທີ່ຫາກໍໄດ້ສິ້ນສຸດລົງ ເມື່ອບໍ່ດົນມານີ້ຈະຫລຸດ ຜ່ອນເຫດການຕ່າງໆກັບຈີນ ຢູ່ທະເລດັ່ງກ່າວນັ້ນ.

ກອງກຳລັງປ້ອງກັນຂອງສີ່ປະເທດ ໃນວັນອາທິດວານນີ້ ໄດ້ດຳ​ເນີນ “ກິດຈະກຳການຮ່ວມມືທາງທະເລ” ທີ່ປະ​ກອບ​ມີກຳປັ່ນລົບຫ້າລຳ ຢູ່ໃນທະເລຈີນໃຕ້.

ໃນທ້າຍອາທິດນີ້ ບັນດາຜູ້ນຳຈາກຢີ່ປຸ່ນ ສະຫະລັດ ແລະຟີລິບປິນ ຈະຈັດ ກອງປະຊຸມສຸດຍອດໃນນະຄອນຫຼວງວໍຊິງຕັນ ເພື່ອປຶກສາຫາລືເລື້ອງຕ່າງໆ ເຊັ່ນເຫດການທັງຫຼາຍທີ່ເກີດຂຶ້ນເມື່ອບໍ່ດົນມານີ້ໃນທະເລຈີນໃຕ້.

ສະຖານທູດຈີນ ໃນນະຄອນຫຼວງມານີລາ ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການ ຂໍ ຄວາມເຫັນກ່ຽວກັບເລື້ອງດັ່ງກ່າວ.

Philippines' President Ferdinand Marcos Jr. on Monday called on China to talk to prevent more incidents like ramming vessels and the use of water cannons in the South China Sea.

The Philippines continues to talk with China, and is exhausting all options to speak to Chinese leadership so as not to heat up tensions in the waterway, Marcos said.
He added he hopes the recently concluded joint maritime activity with Japan, Australia, and the United States will reduce incidents at sea with China.

Defense forces of the four nations on Sunday conducted a "maritime cooperative activity" involving five warships in the South China Sea.

Later this week, leaders of Japan, the United States and the Philippines will hold a summit in Washington to discuss issues like recent incidents in the South China Sea.

China's embassy in Manila did not immediately respond to a request for comment.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG